ຜູ້ນຳຟິລິບປິນກ່າວກັບ ທ່ານ ນາງ ຊູຈີ ວ່າບໍ່ຕ້ອງໃສ່ໃຈກັບປາກສຽງຂອງນັກສິດທິມະນຸດ - ອິດສະຫຼະ

ຜູ້ນຳຟິລິບປິນກ່າວກັບ ທ່ານ ນາງ ຊູຈີ ວ່າບໍ່ຕ້ອງໃສ່ໃຈກັບປາກສຽງຂອງນັກສິດທິມະນຸດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ມັງກອນ 2018 ທີ່ຜ່ານມາວ່າ: ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ກ່າວລະຫວ່າງການເຂົ້າຮ່ວມງານສົນທະນາແລກປ່ຽນທາງທຸລະກິດຟິລິບປິນ-ອິນເດຍ ເຊິ່ງເປັນສ່ວນໜຶ່ງຂອງການປະຊຸມສຸດຍອດອາຊຽນ-ອິນເດຍ ສະໄໝພິເສດ ຄົບຮອບ 25 ປີ ສາຍພົວພັນອາຊຽນ-ອິນເດຍ ເມື່ອວັນສຸກທີ່ຜ່ານມາວ່າ: ທ່ານໄດ້ມີໂອກາດສົນທະນາກັບທ່ານ ນາງ ອອງ ຊານ ຊູຈູ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ກ່ຽວກັບບັນຫາພາຍໃນປະເທດຂອງຕົນໃນຕອນນີ້ ແລະ ມີການແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ເຊິ່ງທ່ານໄດ້ບອກກັບຜູ້ນຳມຽນມາວ່າ "ບໍ່ຕ້ອງໄປໃສ່ໃຈກັບກຸ່ມນັກສິດທິມະນຸດຫຼາຍເກີນໄປ" ເພາະເປັນພຽງພວກທີ່ມັກມີປາກມີສຽງກຸ່ມໜຶ່ງເທົ່ານັ້ນ.

ຜູ້ນຳຟິລິບປິນກ່າວອີກວ່າ ໂດຍສ່ວນຕົວແລ້ວແມ່ນມີຄວາມເຫັນອົກເຫັນໃຈທ່ານ ນາງ ຊູຈີ ເປັນຢ່າງຍິ່ງ ທີ່ມີລາງວັນໂນເບວສາຂາສັນຕິພາບເປັນສິ່ງຄ້ຳຢັນ ຫຼາຍຝ່າຍຈຶ່ງຄາດຫວັງໃນຕົວທ່ານ ນາງ ໄວ້ສູງ, ໃນຂະນະທີ່ທ່ານ ນາງ ກໍ່ກຳລັງພະຍາມແກ້ໄຂສະຖານະການຄວາມວຸ້ນວາຍພາຍໃນ ໂດຍສະເພາະບັນຫາຄວາມບໍ່ສະຫງົບທີ່ລັດຍະໄຂ່ ເຮັດໃຫ້ທ່ານ ນາງ ຖືກວິພາກວິຈານຢ່າງຮຸນແຮງຈາກຕາເວັນຕົກ.

ເຖິງຢ່າງໃດກໍ່ຕາມ, ບັນດານັກສິດທິມະນຸດຍັງຄົງວິພາກວິຈານລັດຖະບານຟິລິບປິນທີ່ນຳໂດຍ ທ່ານ ດູເຕເຕ ຢ່າງຮຸນແຮງເຊັ່ນກັນ ໂດຍນອກເໜືອຈາກການໃຊ້ມາດຕະການທີ່ເຂັ້ມງວດເຂັດຂາດ ເພື່ອປາບປາມບັນຫາອາຊະຍາກຳໃນປະເທດ ທີ່ລວມເຖິງການຄ້າຂາຍຢາເສບຕິດແລ້ວ, ຫຼ້າສຸດຍັງຖືກກ່າວຫາວ່າປິດກັ້ນສື່ ເນື່ອງຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງຟິລິບປິນ ປະກາດເມື່ອວັນທີ 11 ມັງກອນ 2018 ທີ່ຜ່ານມາ ວ່າໄດ້ຖອດຖອນໃບອະນຸຍາດປະກອບທຸລະກິດຂອງ Pappler ເຊິ່ງເປັນໜຶ່ງໃນສຳນັກຂ່າວອອນລາຍທີ່ໂດ່ງດັງທີ່ສຸດໃນຟິລິບປິນ ຈາກກໍລະນີລະເມີດກົດໝາຍວ່າດ້ວຍການການລົງທຶນຂອງຕ່າງປະເທດໃນທຸລະກິດສຳລັບຄົນທ້ອງຖິ່ນ ດ້ວຍການໃຫ້ກຸ່ມນາຍທຶນຂອງສະຫະລັດ ອາເມຣິກາ ກໍ່ຄືບໍລິສັດ Omidyar Network ຖືຄອງຮຸ້ນໃນອັດຕາສ່ວນທີ່ຫຼາຍກວ່າກົດໝາຍກຳນົດ ແຕ່ຍັງໃຫ້ເວລາອຸທອນໄດ້ພາຍໃນ 15 ວັນ ແລະ Pappler ຍັງຄົງນຳສະເໜີຂ່າວໄດ້ຕະຫຼອດໄລຍະເວລາທີ່ມີການຕໍ່ສູ້ທາງກົດໝາຍ.

ໃນດ້ານຂອງທ່ານ ອະລັນ ປີເຕີ ຄາເຢຕາໂນ ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ ຍັງໄດ້ກ່າວຕຳໜິທີ່ອົງກອນສິດທິມະນຸດ "Human Rights Watch" ອອກລາຍງານໃນອາທິດນີ້ ຮຽກຟິລິບປິນວ່າເປັນ "ບ້ານປ່າເມືອງເຖື່ອນແຫ່ງອາຊີ" ວ່າເປັນການວິເຄາະສະຖານະການຈາກພຽງດ້ານດຽວ ໂດຍເບິ່ງຂ້າມບັນຫາທີ່ວ່າຢາເສບຕິດບໍ່ໄດ້ສ້າງຄວາມເສຍຫາຍສະເພາະລະຫວ່າງຜູ້ຂາຍກັບຜູ້ເສບ ແຕ່ຍັງລວມໄປເຖິງບຸກຄົນຮອບຂ້າງຂອງທັງສອງຝ່າຍອີກດ້ວຍ, ທ່ານ ຄາເຢຕາໂນກ່າວອີກວ່າ ບໍ່ມີກົດໝາຍຂອງປະເທດໃດທີ່ສົມບູນແບບ ແຕ່ການໃຊ້ມາດຕະການທາງກົດໝາຍທີ່ເຂັ້ມງວດ ເປັນສິ່ງທີ່ຈຳເປັນສຳລັບສະຖານະການຂອງຟິລິບປິນ.

ເຊິ່ງປະຕິບັດການກວາດລ້າງຢາເສບຕິດ ນັບຕັ້ງແຕ່ທ່ານ ດູເຕເຕ ເຂົ້າມາບໍລິຫານປະເທດເມື່ອປີ 2016 ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3,968 ຄົນ ແລະ ມີຜູ້ຖືກຈັບກຸມແລ້ວ 119,023 ຕາມລາຍງານຂອງລັດຖະບານ ແຕ່ລາຍງານຂອງ Human Rights Watch ລະບຸວ່າມີຜູ້ເສຍຊີວິດເກີນ 12,000 ຄົນແລ້ວ.

No comments

Powered by Blogger.