ຕວັກກີ ຈະຂະຫຍາຍຂອບເຂດປະຕິບັດການປາບປາມ YPG ໃນຊີຣີ - ອິດສະຫຼະ

ຕວັກກີ ຈະຂະຫຍາຍຂອບເຂດປະຕິບັດການປາບປາມ YPG ໃນຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 28 ມັງກອນ 2018 ວ່າ: ທ່ານ ເຣເຊບ ເທຢິບ ເອີໂດກັນ ປະທານປະເທດຕວັກກີ ກ່າວເມື່ອວັນສຸກທີ່ຜ່ານມາວ່າ ປະຕິບັດການທາງທະຫານຂອງກອງທັບຕວັກກີທີ່ຊາຍແດນພາກເໜືອຂອງຊີຣີ ພາຍໃຕ້ລະຫັດ "Olive Branch" ທີ່ດຳເນີນການມາຕັ້ງແຕ່ວັນທີ 20 ມັງກອນ 2018 ຈະເດີນໜ້າຕໍ່ໄປຈົນກວ່າຈະບັນລຸເປົ້າໝາຍ ໂດຍນອກເໜືອຈາກພາລະກິດໃນເມືອງອາຟຣິນແລ້ວ ຈະມີການຂະຫຍາຍຂອບເຂດອອກໄປຍັງເມືອງມາບິນ ທີ່ຢູ່ທາງພາກຕາເວັນອອກອງແມ່ນ້ຳຢູເຟຼຕິສ ແລະ ອາດໄປໄກເຖິງອານາເຂດຕາມແນວຊາຍແດນທີ່ຕິດກັບອິຣັກ ທີ່ຢູ່ທາງພາກຕາເວັນອອກສຽງໃຕ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ທຸກຝ່າຍວ່າ ຈະບໍ່ມີກຸ່ມກໍ່ການຮ້າຍ ຫຼົງເຫຼືອຢູ່ໃນບໍລິເວນນີ້ຕໍ່ໄປ.


ຂະນະດຽວກັນ, ຜູ້ນຳຕວັກກີຍັງໄດ້ປະນາມສະຫະລັດ ອາເມຣິກາວ່າ ຜິດຄຳໝັ້ນສັນຍາ ທີ່ຍັງຄົງໃຫ້ການສະໜັບສະໜູນດ້ານອາວຸດໃຫ້ແກ່ກອງກຳລັງປະຊາທິປະໄຕຊີຣີ (SDF) ທີ່ສະມາຊິກສ່ວນໃຫຍ່ຄືກອງກຳລັງປ້ອງກັນຕົນເອງຊາວເຄິດ (YPG) ທີ່ລັດຖະບານຕວັກກີຖືວ່າ ເປັນກຸ່ມດຽວກັນກັບກອງກຳລັງຂອງພັກແຮງງານເຄີດິດສະຖານ (PKK) ທີ່ສູ້ຮົບແບບກອງໂຈນກັບກອງທັບຕວັກກີມາຍາວນານກວ່າ 30 ປີ ເພື່ອແບ່ງແຍກດິນແດນບາງສ່ວນຢູ່ພາກໃຕ້ຂອງຕວັກກີ ແລະ ທ່ານ ເຣເຊບ ເທຢິບ ເອີໂດກັນ ຍັງສະແດງຄວາມບໍ່ພໍໃຈຢ່າງຍິງ ຕໍ່ການທີ່ສະຫະລັດ ອາເມຣິກາມີແຜນຈັດຕັ້ງກອງກຳລັງຄວາມໝັ້ນຄົງ ຕາມແນວຊາຍແດນ ທີ່ສະມາຊິກສ່ວນໃຫຍ່ຈາກທັງໝົດ 30,000 ຄົນຈະມາຈາກ YPG.


ໃນດ້ານຂອງກອງທັບຕວັກກີມີລາຍງານວ່າ ສາມາດຂ້າສະມາຊິກກຸ່ມຕິດອາວຸດໄດ້ຢ່າງໜ້ອຍ 343 ຄົນ ໃນຮອບອາທິດທຳອິດຂອງປະຕິບັດການ ໃນຂະນະດຽວກັນ ທະຫານຕວັກກີກໍ່ເສຍຊີວິດແລ້ວ 3 ຄົນ ທີ່ບໍ່ລວມສະມາຊິກກອງທັບປົດປ່ອຍຊີຣີ (FSA) ທີ່ລັດຖະບານຕວັກກີໃຫ້ການສະໜັບສະໜູນອີກຢ່າງໜ້ອຍ 11 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 130 ຄົນ ແຕ່ປະຕິເສດທີ່ຈະເປີດເຜີຍວ່າ ມີປະຊາຊົນລວມຢູ່ນຳຫຼືບໍ່ ສ່ວນລາຍງານຂອງ SDF ກ່າວອ້າງວ່າສາມາດຂ້າກອງກຳລັງຂອງຝ່າຍຕວັກກີໄດ້ຢ່າງໜ້ອຍ 308 ຄົນ ໂດຍບໍ່ໄດ້ຈຳແນກວ່າເປັນທະຫານຕວັກກີ ແລະ ນັບຮົບ FSA ຝ່າຍລະຈັກຄົນ.

ຂະນະທີ່ສະຫະລັດ ອາເມຣິກາ ໄດ້ອອກມາເຕືອນເປັນໄລຍະໆວ່າ ປະຕິບັດການທາງທະຫານຂອງຕວັກກີໃນຄັ້ງນີ້ ມີຄວາມສ່ຽງຈະເຮັດໃຫ້ເກີດການປະທະລະຫວ່າງກອງທັບຕວັກກີ ກັບເຈົ້າໜ້າທີ່ຂອງສະຫະລັດ ອາເມຣິກາ ທີ່ກຳລັງປະຕິບັດການຢູ່ໃນຊີຣີປະມານ 2,000 ຄົນ ສ່ວນໃຫຍ່ແມ່ນປັກຫຼັກຢູ່ໃນພາກເໜືອຂອງປະເທດຊີຣີ.


No comments

Powered by Blogger.