ປະສານງານຜິດພາດຍົນຮົບ ສ.ອາເມຣິກາ ໂຈມຕີຖືກເຈົ້າໜ້າທີ່ອິຣັກເສຍຊີວິດ 8 ຄົນ - ອິດສະຫຼະ

ປະສານງານຜິດພາດຍົນຮົບ ສ.ອາເມຣິກາ ໂຈມຕີຖືກເຈົ້າໜ້າທີ່ອິຣັກເສຍຊີວິດ 8 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 27 ມັງກອນ 2018 ວ່າ: ເຈົ້າໜ້າທີ່ຂອງທາງການອິຣັກເປີດເຜີຍວ່າ ປະຊາຊົນອີຣັກ 8 ຄົນ ປະກອບດ້ວຍເຈົ້າໜ້າທີ່ຂ່າວກອງລະດັບສູງ 1 ຄົນ, ຕຳຫຼວດ 6 ຄົນ ແລະ ຜູ້ຍິງ 1 ຄົນ ເສຍຊີວິດ ແລະ ອີກປະມານ 20 ຄົນໄດ້ຮັບບາດເຈັບ ຈາກການໂຈມຕີທາງອາກາດຂອງຍົນຮົບສະຫະລັດ ອາເມຣິກາ ໃນເຂດເມືອງອັນ-ບັກດາດີ ທີ່ຕັ້ງຢູ່ພູພຽງຢູເຟຼຕິສ ທາງພາກຕາເວັນຕົກຂອງອິຣັກ ໂດຍຈາກການກວດສອບເບື້ອງຕົ້ນແມ່ນເປັນການເຂົ້າໃຈຜິດ.

ກຸ່ມຜູ້ຖືກໂຈມຕີດັ່ງກ່າວແມ່ນເຈົ້າໜ້າທີ່ຂອງລັດຖະບານອິຣັກທີ່ກຳລັງເດີນທາງດ້ວຍຂະບວນລົດຫຼາຍຄັນ ເພື່ອໄປສະໜັບສະໜູນປະຕິບັດການກວາດລ້າງກຸ່ມນັກຮົບ IS ໃນເຂດດັ່ງກ່າວ, ໂດຍຍົນຮົບຂອງສະຫະລັດ ອາເມຣິກາ ໄດ້ໂຈມຕີທຳລາຍລົດເກືອບທຸກຄັນໃນຂະບວນ ນອກຈາກຈະເຮັດໃຫ້ມີຜູ້ເສຍຊີວິດຫຼາຍລາຍແລ້ວ ຍັງມີຜູ້ໄດ້ຮັບບາດເຈັບສາຫັດຫຼາຍລາຍ ເຊິ່ງລວມທັງຫົວໜ້າສະຖານນີຕຳຫຼວດເມືອງອັນ-ບັກດາດີ.

ການໂຈມຕີດັ່ງກ່າວເກີດຈາກການປະສານງານຂອງສູນບັນຊາການປະຕິບັດການຮ່ວມ (JOC) ຂອງອິຣັກ ທີ່ໄດ້ປະສານງານປະຕິບັດການໂຈມຕີກຸ່ມ IS ໂດຍໄດ້ສັ່ງການໃຫ້ໜ່ວຍຄອມມານໂດບຸກໂຈມຕີກວດຄົ້ນສະຖານທີ່ຕ້ອງສົງໄສວ່າເປັນບ່ອນຫຼົບລີ້ຂອງນັກຮົບ IS ໃນເມືອງອັນ-ບັກດາດີ ພາຍຫຼັງໄດ້ຮັບຂໍ້ມູນຂ່າວກອງວ່າ ຈະມີການປະຊຸມວາງແຜນຂອງກຸ່ມກໍ່ການຮ້າຍ ທີ່ນຳໂດຍທ່ານ ຄາຣິມ ອັນ-ຊາມາມັດ ແລະ ໄດ້ມີການຂໍກຳລັງສະໜັບສະໜູນທາງອາກາດຈາກກອງກຳລັງປະເທດພັນທະມິດ.

No comments

Powered by Blogger.