ເກີດເຫດລະເບີດໂຈມຕີນະຄອນຫຼວງກາບູນ ເສຍຊີວິດແລ້ວ 40 ແລະ ບາດເຈັບກວ່າ 140 ຄົນ - ອິດສະຫຼະ

ເກີດເຫດລະເບີດໂຈມຕີນະຄອນຫຼວງກາບູນ ເສຍຊີວິດແລ້ວ 40 ແລະ ບາດເຈັບກວ່າ 140 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 27 ມັງກອນ 2018 ວ່າ: ໂຄສົກກະຊວງປ້ອງກັນຄວາມສະຫງົບຂອງອາຟະການິດສະຖານເປີດເຜີຍວ່າ ຄົນຮ້າຍໄດ້ໃຊ້ລົດໂຮງໝໍເພື່ອຫຼອກຕາເຈົ້າໜ້າທີ່ ໂດຍໄດ້ບອກກັບຕຳຫຼວດຢູ່ດ່ານກວດທຳອິດວ່າ ຈະພາຜູ້ປ່ວຍລາຍໜຶ່ງໄປສົ່ງໂຮງໝໍ ກ່ອນຈະກົດຊະນວນລະເບີດໂຈມຕີເມື່ອເຖິງດ່ານກວດທີ 2 ທີ່ມີປະຊາຊົນ ແລະ ເຈົ້າໜ້າທີ່ຢູ່ບໍລິເວນນັ້ນເປັນຈຳນວນຫຼາຍ.

ກະຊວງສາທາລະນະສຸກອາຟະການິດສະຖານເປີດເຜີຍລາຍງານເບື້ອງຕົ້ນຈາກໂຮງໝໍຫຼາຍແຫ່ງໃນນະຄອນຫຼວງກາບູນລະບຸວ່າ: ຕົວເລກຢູ່ເສຍຊີວິດໃນເຫດການຕອນນີ້ມີຢ່າງໜ້ອຍ 40 ຄົນ ແລະ ໄດ້ຮັບບາດເຈັບອີກກວ່າ 140 ຄົນ, ຄາດວ່າຈຳນວນຜູ້ເສຍຊີວິດຈະສູງຂຶ້ນອີກ ເນື່ອງຈາກຜູ້ບາດເຈັບຈຳນວນຫຼາຍອາກາດສາຫັດ ຈຸດເກີດເຫດຢູ່ໃກ້ສຳນັກງານສະພາສັນຕິພາບລະດັບສູງ, ສະຖານທີ່ລັດຖະການຫຼາຍໜ່ວຍງານ ແລະ ສະຖານທູດຂອງຫຼາຍປະເທດ ລວມທັງສຳນັກງານຜູ້ແທນສະຫະພາບເອີຣົບ ແລະ ສະຖານກົງສຸນອິນເດຍ.

ພາຍຫຼັງເກີດເຫດກຸ່ມຕາລີບັນອາຟະການິດສະຖານ ອອກປະກາດສະແດງຄວາມຮັບຜິດຊອບ ແຕ່ບໍ່ໄດ້ລະບຸເຫດຈູງໃຈໃນການໂຈມຕີ ເຊິ່ງເກີດຂຶ້ນ 1 ອາທິດຫຼັງຈາກກຸ່ມຕາລີບັນກ່າວອ້າງໂຈມຕີໂຮງແຮມອິນເຕີຄອນຕິເນນໂທ ໃນນະຄອນຫຼວງກາບູນ ເຊິ່ງມີຜູ້ເສຍຊີວິດກວ່າ 20 ຄົນ.





No comments

Powered by Blogger.