ຫວຽດນາມບໍ່ເຖິງຝັ່ງຝັນ ບານເຕະ U23 ຊິງແຊັມອາຊີ 2018 ອຸດສະເບກິດສະຖານໄດ້ແຊັມໄປຄອງ - ອິດສະຫຼະ

ຫວຽດນາມບໍ່ເຖິງຝັ່ງຝັນ ບານເຕະ U23 ຊິງແຊັມອາຊີ 2018 ອຸດສະເບກິດສະຖານໄດ້ແຊັມໄປຄອງ



ການແຂ່ງຂັນບານເຕະ U23 ຊິງແຊັມອາຊີ ຮອບຊິງຊະນະເລີດ ຄັ້ງວັນທີ 27 ມັງກອນ 2018 ທີ່ຊາງໂຈວ ມົນທົນຈຽງຊູ ປະເທດຈີນ ລະຫວ່າງທີມຊາດຫວຽດນາມ ພົບກັບ ທີມຊາດອຸດສະເບກິດສະຖານ ຜົນການແຂ່ງຂັນອຸດສະເບກິດສະຖານ ເອົາຊະນະຫວຽດນາມໄປໄດ້ 2-1 ເຮັດໃຫ້ອຸດສະເບກິດສະຖານເປັນແຊັມອາຊີ ລຸ້ນ U23 ປະຈຳປີ 2018.


ນອກຈາກນັ້ນ, ການແຂ່ງຂັນຄັ້ງນີ້ ທຸກຝ່າຍຕ້ອງພົບກັບອຸປະສັກໃຫຍ່ ເພາະສະພາບອາກາດບໍ່ເປັນໃຈ ທີ່ມີຫິມະຕົກໜັກຕະຫຼອດວັນ ຈົນສະພາບສະໜາມກາຍເປັນສີຂາວ ແລະ ມີຄວາມຍາກລຳບາກໃນການແຂ່ງຂັນ.

ເຖິງຢ່າງໃດກໍ່ຕາມ ຫວຽດນາມຖືວ່າເປັນທີມຊາດທຳອິດໃນອາຊີຕາເວັນອອກສຽງໃຕ້ ທີ່ສາມາດຜ່ານເຂົ້າມາເຖິງຮອບຊິງຊະນະເລີດ ຂອງການແຂ່ງຂັນບານເຕະຊິງແຊັມອາຊີ.





No comments

Powered by Blogger.