ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພົບປະທ່ານນາຍົກລັດຖະມົນຕີຂອງອິນເດຍ - ອິດສະຫຼະ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພົບປະທ່ານນາຍົກລັດຖະມົນຕີຂອງອິນເດຍ



ໃນວັນທີ 26 ມັງກອນ 2017 ພາຍຫຼັງ ເຂົ້າຮ່ວມງານສະເຫຼີມສະຫຼອງວັນຊາດອິນເດຍ ປີທີ 69 ໃນຕອນບ່າຍຂອງວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍ ທີ່ເຮືອນຮັບແຂກລັດຖະບານ, ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນຊຸມປີຜ່ານມາ ພ້ອມທັງໃຫ້ຄວາມໝາຍໝັ້ນທີ່ຈະເສີມຂະຫຍາຍສາຍພົວພັນທີ່ດີລະຫວ່າງກັນ ໃຫ້ແໜ້ນແຟ້ນກວ່າເກົ່າ ເພື່ອນຳມາເຊິ່ງຜົນປະໂຫຍດຂອງສອງປະເທດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດລາວ-ອິນເດຍ.







No comments

Powered by Blogger.