ລັດເຊຍຕິດຕັ້ງລະບົບປ້ອງກັນໄພທາງອາກາດ S-400 ລຸ້ນຫຼ້າສຸດທີ່ໄຄຼເມຍ - ອິດສະຫຼະ

ລັດເຊຍຕິດຕັ້ງລະບົບປ້ອງກັນໄພທາງອາກາດ S-400 ລຸ້ນຫຼ້າສຸດທີ່ໄຄຼເມຍ



ສຳນັກຂ່າວຕ່າງປະເທດລາຍງານ 14 ມັງກອນ 2018 ວ່າ: ກອງທັບລັດເຊຍໄດ້ນຳລະບົບຂີປະນາວຸດປ້ອງກັນໄພທາງອາກາດ S-400 ລຸ້ນຫຼ້າສຸດຊື່ Triumph ເຊິ່ງສາມາດສະກັດເປົ້າໝາຍທາງອາກາດໃນລັດສະໝີ 400 ກິໂລແມັດ ໄປຕິດຕັ້ງທີ່ສາທາລະນະລັດໄຄຼເມຍ ເຊິ່ງເປັນດິນແດນທີ່ຕັ້ງຢູ່ແຫຼມໄຄຼເມຍ ພາກເໜືອຂອງທະເລດຳ ທີ່ໄດ້ປະກາດລວມເປັນສ່ວນໜຶ່ງຂອງລັດເຊຍ ເມື່ອເດືອນມີນາ ປີ 2014.

ເຊິ່ງອານາເຂດໃນໄຄຼເມຍທີ່ລັດເຊຍນຳລະບົບ S-400 Triumph ລຸ້ນຫຼ້າສຸດໄປຕິດຕັ້ງ ຄືເມືອງເຊວາສໂຕໂພນ ເມືອງທ່າສຳຄັນຂອງໄຄຼເມຍ ຕັ້ງຢູ່ແຄມຝັ່ງທະເລ ແລະ ເປັນສະຖານທີ່ຕັ້ງຂອງຖານທັບເຮືອແຫ່ງສຳຄັນຂອງລັດເຊຍມາຫຼາຍຍຸກຫຼາຍສະໄໝ ໂດຍການຕິດຕັ້ງລະບົບ S-400 Triumph ໃນໄຄຼເມຍອັນໃໝ່ນີ້ ຖືເປັນອັນທີ 2 ຖັດຈາກການຕິດຕັ້ງທີ່ເມືອງເຟໂອໂດເຊຍ ເຊິ່ງເປັນເມືອງທ່າອີກແຫ່ງໜຶ່ງທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງແຫຼມໄຄຼເມຍ ເມື່ອລະດູໄມ້ໃບລົ່ນປີທີ່ຜ່ານມາ.

ການເຄື່ອນໄຫວດັ່ງກ່າວຂອງລັດເຊຍເກີດຂຶ້ນປະມານ 1 ເດືອນ ພາຍຫຼັງຈາກທີ່ລັດຖະບານສະຫະລັດ ອາເມຣິກາ ປະກາດແຜນການສົ່ງເສີມຄວາມສາມາດທາງການທະຫານໃຫ້ແກ່ລັດຖະບານອູແກຣນ ໃນໄລຍະຍາວດ້ວຍການປັບປຸງຂີດຄວາມສາມາດດ້ານການປ້ອງກັນຕົນເອງ ໃຫ້ແກ່ກອງທັບອູແກຣນ, ໃນຂະນະທີ່ສົງຄາມກາງເມືອງໃນພູມມິພາກຄອນບາສ ຫຼື ພາກຕາເວັນອອກຂອງອູແກຣນ ທີ່ແກ່ຍາວມາຕັ້ງແຕ່ເດືອນເມສາ 2014 ເຮັດໃຫ້ມີຜູ້ເສຍຊີວິດແລ້ວກວ່າ 10,000 ຄົນ.


No comments

Powered by Blogger.