UN ກ່າວ: 3 ປີມານີ້ ມະນຸດຢູ່ໃນຍຸກທີ່ຮ້ອນທີ່ສຸດໃນປະຫວັດສາດ - ອິດສະຫຼະ

UN ກ່າວ: 3 ປີມານີ້ ມະນຸດຢູ່ໃນຍຸກທີ່ຮ້ອນທີ່ສຸດໃນປະຫວັດສາດ



ສຳນັກຂ່າວຕ່າງປະເທດລາຍງານ 19 ມັງກອນ 2018 ວ່າ: ອົງການອຸຕຸນິຍົມວິທະຍາສາດສາກົນ (WMO) ຂອງອົງການສະຫະປະຊາຊາດ ເຜີຍແຜ່ຜົນການວິເຄາະຂໍ້ມູນສະພາບອາກາດໃນໄລຍະ 3 ປີຫຼ້າສຸດ ຮວບຮວມໂດຍອົງກອນສັງເກດການສະພາບອາກາດລະດັບແນວໜ້າຂອງໂລກທັງຈາກສະຫະລັດ ອາເມຣິກາ, ອັງກິດ, ສະຫະພາບເອີຣົບ, ຍີ່ປຸ່ນ ລວມທັງອົງການ NASA ພົບວ່າ ປີ 2016-2017 ແລະ 2018 ນັ້ນ ຈະເປັນ 3 ປີທີ່ຮ້ອນທີ່ສຸດໃນປະຫວັດສາດ.

ຜົນສະຫຼຸບຂໍ້ມູນລະບຸວ່າ ປີ 2016 ນັ້ນ ຍັງຄົງເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ ທີ່ເປັນຜົນມາຈາກປາກົດການເອວນີໂຢ, ໂດຍ WMO ໄດ້ເນັ້ນຢ້ຳໃຫ້ເຫັນເຖິງຄວາມເສຍຫາຍທີ່ກ່ຽວຂ້ອງກັບການປ່ຽນແປງຂອງສະພາບດິນຟ້າອາກາດທີ່ຮຸນແຮງຂຶ້ນເລື້ອຍໆ ທີ່ເຮັດໃຫ້ຫຼາຍປະເທດຕ້ອງພົບກັບພາຍຸ, ໄພນ້ຳຖ້ວມ ແລະ ພາວະແຫ້ງແລ້ງ ທີ່ຮຸນແຮງ.

ເຊິ່ງອຸນຫະພູມໜ້າໂລກເມື່ອປີ 2017 ນັ້ນສູງຂຶ້ນກວ່າຍຸກກ່ອນອຸດສາຫະກຳ 1.1 ອົງສາເຊ, ແຕ່ໃນຂະນະທີ່ສົນທິສັຍາປາຣີສ ເພື່ອຫຼຸດຜ່ອນພາວະໂລກຮ້ອນໄດ້ກຳນົດໃຫ້ໂລກຮ້ອນຂຶ້ນກວ່າຍຸກກ່ອນອຸດສາຫະກຳບໍ່ເກີນ 2 ອົງສາເຊ.

No comments

Powered by Blogger.