ທ່ານ ປູຕິນ ຮ່ວມພິທີຈຸ່ມຕົວລົງນໍ້າທ່າມກາງອຸນຫະພູມຕິດລົບ ໃນວັນອີພິຟານີ (ວິດີໂອ) - ອິດສະຫຼະ

ທ່ານ ປູຕິນ ຮ່ວມພິທີຈຸ່ມຕົວລົງນໍ້າທ່າມກາງອຸນຫະພູມຕິດລົບ ໃນວັນອີພິຟານີ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 19 ມັງກອນ 2018 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ເດີນທາງໄປຍັງເມືອງຕະເວຍ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ເມື່ອວັນພະຫັດທີ່ຜ່ານມາ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນ "ອີພິຟານີ" (Epiphany) ຕາມປະຕິທິນຂອງສາສະໜາຄຼິສນິກາຍອໍທໍດັອກ, ໂດຍທ່ານ ປູຕິນ ໄດ້ລົງຈຸ່ມຮ່າງກາຍໃນທະເລສາບເຊລິເກີ ທ່າມກາງອຸນຫະພູມໜາວເຢັນ -6 ອົງສາເຊ ຕາມຄວາມເຊື່ອຂອງຊາວອໍທໍດັອກ ວ່າການຈຸ່ມຮ່າງກາຍລົງໃນແມ່ນ້ຳ ຫຼື ທະເລສາບໃນເທດສະການອິພິຟານີຄືການລ້າງບາບ ເຊັ່ນດຽວກັນກັບພະເຢຊູທີ່ເຂົ້າຮັບການລ້າງບາບທີ່ແມ່ນ້ຳຊອກດານີ ເຊິ່ງປັດຈຸບັນເປັນຊາຍແດນທຳມະຊາດລະຫວ່າງອິດສະຣາແອນກັບຊອກດານີ.

ເຊິ່ງຫາກບໍ່ຕິດພາລະກິດທີ່ສຳຄັນໃດໆ ທ່ານ ປູຕິນ ໃນໄວອາຍຸ 65 ປີ ມັກຈະເຂົ້າຮ່ວມພິທີກຳທາງສາສະໜາຂອງຊາວອໍທໍດັອກເປັນປະຈຳ ເຊິ່ງເປັນນິກາຍທີ່ຊາວລັດເຊຍສ່ວນໃຫຍ່ນັບຖື ເຊັ່ນດຽວກັບປະຊາຊົນສ່ວນໃຫຍ່ໃນອູແກຣນ ແລະ ເບລາຣຸດຊີ.






No comments

Powered by Blogger.