ລັດເຊຍເຊີດຊູກຽດ ນັກບິນ Su-25 ທີ່ຖືກຍິງຕົກໃນຊີຣີເປັນ "ວິລະຊົນແຫ່ງຊາດ" ເພາະຍອມຕາຍບໍ່ຍອມເປັນຕົວປະກັນ ດ້ວຍການລະເບີດຕົວເອງ (ວິດີໂອ) - ອິດສະຫຼະ

ລັດເຊຍເຊີດຊູກຽດ ນັກບິນ Su-25 ທີ່ຖືກຍິງຕົກໃນຊີຣີເປັນ "ວິລະຊົນແຫ່ງຊາດ" ເພາະຍອມຕາຍບໍ່ຍອມເປັນຕົວປະກັນ ດ້ວຍການລະເບີດຕົວເອງ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 6 ກຸມພາ 2018 ວ່າ: ພາຍຫຼັງທີ່ຍົນຮົບ Su-25 ຂອງກອງທັບລັດເຊຍຖືກຍິງຕົກຢູ່ແຂວງອິດລິບ ຂອງປະເທດຊີຣີ ເຊິ່ງເປັນເຂດຢຶດຄອງຂອງກຸ່ມກະບົດ Hayat Tahrir Al Sham, ທ່ານ ພັນຕີ ໂຣມັນ ຟິລິໂປບ ທີ່ເປັນນັກບິນສາມາດດີດຕົວອອກມາຈາກຍົນໄດ້ຢ່າງປອດໄພ ແຕ່ຕ້ອງຕົກຢູ່ໃນວົງລ້ອມຂອງກຸ່ມກະບົດ ແລະ ເກີດການຕໍ່ສູ້ກັນສຸດທ້າຍຕ້ອງມາຈົບຊີວິດລະຫວ່າງການຕໍ່ສູ້ຢູ່ພາກພື້ນດິນ.

ພັນຕີ ໂຣມັນ ຟິລິໂປບ
ກະຊວງປ້ອງກັນປະເທດລັດເຊຍໄດ້ເຊີດຊູກຽດຕິຍົດໃຫ້ແກ່ ພັນຕີ ໂຣມັນ ຟິລິໂປບ ເປັນວິລະຊົນແຫ່ງຊາດ ພ້ອມກ່າວວ່າ ທະຫານຜູ້ອົງອາດກ້າຫານໄດ້ຕໍ່ສູ້ຈົນລົມຫາຍໃຈສຸດທ້າຍ ໂດຍຍອມຕາຍບໍ່ຍອມຕົກເປັນຕົວປະກັນຂອງກຸ່ມກະບົດ, ນອກຈາກນີ້ກະຊວງປ້ອງກັນປະເທດລັດເຊຍຍັງກ່າວວ່າ: ພັນຕີ ຟິລິໂປບ ໃຊ້ອາວຸດທີ່ມີຢູ່ເຊິ່ງບໍ່ພຽງພໍທີ່ຈະຮັບມືກັບຝ່າຍສັດຕູ ຕໍ່ສູ້ຈົນວິນາທີສຸດທ້າຍຂອງຊີວິດ ເມື່ອຖືກລ້ອມດ້ວຍພວກສັດຕູ ແລະ ໄດ້ຮັບບາດເຈັບໜັກ ລາວຈຶ່ງລະເບີດຕົວເອງດ້ວຍລະເບີດມື ຕອນທີ່ພວກສັດຕູບຸກເຂົ້າມາໃກ້ໃນໄລຍະບໍ່ພໍເທົ່າໃດແມັດ ແລະ ຄຳເວົ້າສຸດທ້າຍຂອງພັນຕີ ຟິລິໂປບກ່ອນລະເບີດຕົວຕາຍຄື "ນີ້ສຳລັບພວກສູ" .

ຍັງມີລາຍງານອີກວ່າ ທະຫານຊີຣີ ແລະ ກອງກຳລັງພິເສດຂອງລັດເຊຍທີ່ກຳລັງປະຕິບັດການໃນບໍລິເວນໃກ້ຄຽງກັບຈຸດທີ່ຍົກລຳດັ່ງກ່າວຖືກຍິງຕົກ ໄດ້ພະຍາຍາມເຂົ້າໄປເກັບກູ້ຮ່າງຂອງພັນຕີ ຟິລິໂປບ ລວມທັງເສດຊາກຈະຫຼວດທີ່ໃຊ້ຍິງຍົນລຳດັ່ງກ່າວ ເພື່ອນຳມາພິສູດວ່າອາວຸດນັ້ນກຸ່ມກະບົດໄດ້ມາຈາກໃສ່.


ໃນດ້ານຂອງໂຄສົກຂອງທຳນຽບເຄຼມລິນຖະແຫຼງວ່າ: ນັກບິນເສຍຊີວິດໃນນາມຂອງວິລະຊົນຜູ້ອົງການກ້າຫານ ພວກເຮົາພູມໃຈໃນຕົວຂອງວິລະບຸລຸດຂອງພວກເຮົາ ແລະ ຍັງກ່າວອີກວ່າ ຂີປະນາວຸດທີ່ກຸ່ມກະບົດຖືຄອງຖືເປັນໄພຕໍ່ຍົນທຸກລຳທີ່ກຳລັງປະຕິບັດພາລະກິດໃນຊີຣີ ແຕ່ຍັງໄວເກີນໄປທີ່ຈະລະບຸວ່າໃຜເປັນຜູ້ໃຫ້ການສະໜັບສະໜູນອາວຸດດັ່ງກ່າວໃຫ້ແກ່ກຸ່ມກະບົດ ແລະ ໜ້າເປັນຫ່ວງຢ່າງຍິ່ງທີ່ຂີປະນາວຸດທີ່ຍິງຈາກພື້ນສູ່ອາກາດຕົກຢູ່ໃນມືຂອງກຸ່ມກໍ່ການຮ້າຍ ມັນຄືອັນຕະລາຍໃຫຍ່ຫຼວງສຳລັບທຸກລັດຖະບານ.

ພັນຕີ ໂຣມັນ ຟິລິໂປບ
ນອກຈາກນີ້ຍັງມີລາຍງານວ່າ: ຝູງຍົນຮົບຂອງລັດເຊຍທີ່ກຳລັງປະຕິບັດພາລະກິດໃນຊີຣີ ໄດ້ຮັບຄຳສັ່ງໃຫ້ຍົກລະດັບເພດານການບິນ ເພື່ອຫຼີກລ້ຽງການຖືກໂຈມຕີດ້ວຍຂີປະນາວຸດຕໍ່ຕ້ານໄພທາງອາກາດຂອງກຸ່ມກໍ່ການຮ້າຍ ໂດຍໄດ້ກຳນົດໃຫ້ຖ້ຽວບິນໃນອະນາຄົດຕ້ອງບິນເໜືອລະດັບ 5,000 ແມັດ (16,400 ຟຸດ) ເທົ່ານັ້ນ ເພື່ອຄວາມປອດໄພ ທັງນີ້ນະໂຍບາຍດັ່ງກ່າວໄດ້ບັງຄັບໃຊ້ມາກ່ອນໜ້ານີ້ແລ້ວ ແຕ່ຍົນຮົບ Su-25 ລຳດັ່ງກ່າວທີ່ຖືກຍິງຕົກນັ້ນ ມີເຫດຜົນບາງຢ່າງທີ່ເຮັດໃຫ້ຕ້ອງບິນໃນລະບດັບຕ່ຳໃນຊ່ວງບໍ່ພໍເທົ່າໃດມື້ທີ່ຜ່ານມາ.


No comments

Powered by Blogger.