ພຸດ-ມຸດສະລິມ ປະທະກັນດຸເດືອດ ລັດຖະບານສີລັງກາປະກາດພາວະສຸກເສີນ 10 ວັນທົ່ວປະເທດ - ອິດສະຫຼະ

ພຸດ-ມຸດສະລິມ ປະທະກັນດຸເດືອດ ລັດຖະບານສີລັງກາປະກາດພາວະສຸກເສີນ 10 ວັນທົ່ວປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 6 ມີນາ 2018 ວ່າ: ລັດຖະບານສີລັງກາປະກາດສະຖານະການສຸກເສີນທົ່ວປະເທດ ເປັນເວລາ 10 ວັນ ເລີ່ມຕັ້ງແຕ່ວັນອັງຄານ (6 ມີນາ) ເປັນຕົ້ນໄປ ແລະ ຫ້າມປະຊາຊົນອອກນອກອາຄານສະຖານທີ່ໃນຍາມຄ່ຳຄືນຕາມໄລຍະເວລາທີ່ກຳນົດ ໃນເມືອງແຄນດີ້ ພາກກາງຂອງປະເທດ ເພື່ອຄວບຄຸມສະຖານະການເຫດຈະລາຈົນລະຫວ່າງກຸ່ມຄົນ 2 ສາສະໜາ ພາຍຫຼັງທີ່ຊາຍຊາວພຸດລາຍໜຶ່ງຖືກກຸ່ມຊາວມຸດສະລິມລຸມທຳຮ້າຍຈົນເສຍຊີວິດ.


ຄວາມຮຸນແຮງລະຫວ່າງຊຸມຊົນຄັ້ງຫຼ້າສຸດນີ້ ເກີດຂຶ້ນເມື່ອວັນຈັນ (5 ມີນາ) ທີ່ຜ່ານມາ ທີ່ເມືອງແຄນດີ້ ເມືອງທີ່ຂຶ້ນຊື່ເລື່ອງການປູກຊາ ແລະ ພະບໍລົມມະສາລີລິກະທາດຂອງພະພຸດທະເຈົ້າ, ເຮືອນ ແລະ ຮ້ານຄ້າຂອງຊາວມຸດສະລິມຫຼາຍສິບຫຼັງ ລວມທັງມັດສະຢິດຖືກຈູດເຜົາ ແລະ ເຈົ້າໜ້າທີ່ພົບຄົບຊາຍຊາວມຸດສະລິມລາຍໜຶ່ງ ໃນເຮືອນຫຼັງທີ່ຖືກຈູດ, ຕຳຫຼວດປະກາດຫ້າມປະຊາຊົນອອກນອກເຮືອນໃນຍາມຄໍ່າຄືນ ໃນເມືອງແຄນດີ້, ຂະນະທີ່ສຳນັກງານຕຳຫຼວດແຫ່ງຊາດຂອງໃນນະຄອນຫຼວງໂຄໂລມໂບ ໄດ້ຈັດສົ່ງເຈົ້າໜ້າທີ່ຕຳຫຼວດປາບປາມຈາລະຈົນຈາກສູນກາງຫຼາຍຮ້ອຍຄົນໄປເສີມກຳລັງ ເພື່ອຄວບຄຸມສະຖານະການ.


ປະເທດສີລັງກາ ປະມານ 75% ຂອງປະຊາກອນ 21.5 ລ້ານຄົນ ເປັນຊາວສິງຫົນເຊິ່ງເກືອບທັງໝົດນັບຖືສາສະໜາພຸດ, ຂະນະທີ່ຊາວຮິນດູມີປະມານ 12.6% ແລະ ຊາວມຸດສະລິມ 9.7% ຄວາມສຳພັນລະຫວ່າງຊາວສິງຫົນ ແລະ ຊາວມຸດສະລິມໃນສີລັງກາ ສ່ວນໃຫຍ່ມີຄວາມສະໜິດສະໜົມ ແຕ່ເກີດຄວາມເຄັ່ງຕຶງໃນໄລຍະບໍ່ພໍເທົ່າໃດປີມານີ້ ໂດຍກຸ່ມຊາວພຸດຫົວຮຸນແຮງບາງສ່ວນກ່າວຫາວ່າຊາວມຸດສະລິມບັງຄັບປະຊາຊົນໃຫ້ຫັນໄປນັບຖືສາສະໜາຂອງຕົນ ແລະ ເຮັດໃຫ້ສາສະນະສະຖານບູຮານຂອງຊາວພຸດເສຍຫາຍ ນອກຈາກນັ້ນ, ຊາວພຸດຊາດນິຍົມບາງກຸ່ມຍັງບໍ່ພໍໃຈການເຂົ້າໄປອາໄສຢູ່ໃນສີລັງກາຂອງຜູ້ລີ້ໄພຊາວໂຣຮິງຢາຈາກມຽນມາ.


No comments

Powered by Blogger.