ທູດພິເສດເກົາຫຼີໃຕ້ ເຂົ້າພົບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ - ອິດສະຫຼະ

ທູດພິເສດເກົາຫຼີໃຕ້ ເຂົ້າພົບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ



ສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອລາຍງານ 6 ມີນາ 2018 ວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງປະເທດເກົາຫຼີເໜືອ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນລະດັບສູງຂອງເກົາຫຼີໃຕ້ ທີ່ທຳນຽບໃນນະຄອນຫຼວງປຽງຢາງ ເມື່ອວັນຈັນ (5 ມີນາ) ທີ່ຜ່ານມາ, ໂດຍລັດຖະບານເກົາຫຼີໃຕ້ໄດ້ສົ່ງຜູ້ແທນຢ້ຽມຢາມເກົາຫຼີເໜືອ 10 ທ່ານ, ນຳໂດຍທ່ານ ຊູ ຮຸນ ຜູ້ອຳນວຍການສຳນັກຂ່າວກອງແຫ່ງຊາດເກົາຫຼີໃຕ້ ແລະ ທ່ານ ຊອນ ອວີ-ຢອງ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽບປະທານປະເທດເກົາຫຼີໃຕ້.


ລາຍງານຂອງ KCNA ລະບຸວ່າ:​ ຜູ້ນຳສູງສຸດຂອງເກົາຫຼີເໜືອມີຄວາມຍິນດີເປັນຢ່າງຍິ່ງ ເມື່ອໄດ້ຮັບຊາບຂໍ້ມູນຈາກຜູ້ແທນຂອງເກົາຫຼີໃຕ້ວ່າ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ມີຄວາມມຸ່ງໝັ້ນໃນການເຈລະຈາສອງຝ່າຍລະຫວ່າງສອງເກົາຫຼີ ເພື່ອຜ່ອນຄາຍບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ, ຂະນະດຽວກັນທ່ານ ຄິມ ຈອງ-ອຶນ ແລະ ຄະນະຜູ້ແທນຂອງລັດຖະບນເກົາຫຼີໃຕ້ຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນໃນລວງເລິກໃນຫຼາຍບັນຫາ ທີ່ລວມເຖິງການຜ່ອນຄາຍຄວາມເຄັ່ງຕຶງທາງທະຫານ ແລະ ການສົ່ງເສີມການແລກປ່ຽນ ລວມໄປເຖິງການເພີ່ມພູນການຮ່ວມມືໃນຫຼາຍດ້ານ ເພື່ອນຳໄປສູ່ຄວາມສາມັກຄີປອງດອງໃນໄລຍະຍາວ, ໂດຍທ່ານ ຄິມ ຈອງ-ອຶນ ແລະ ທ່ານ ນາງ ຣີ ຊອນ-ຈູ ພັນລະຍາ ຍັງເປັນເຈົ້າພາບລ້ຽງອາຫານຄ່ຳແກ່ຄະນະຜູ້ແທນຈາກເກົາຫຼີໃຕ້ ດ້ວຍບັນຍາກາດອັນອົບອຸ່ນ ແລະ ແບບມິດຕະພາບທີ່ໃກ້ຊິດ.


ຂໍ້ມູນຂອງສຳນັກຂ່າວ KCNA ສອດຄ່ອງກັບການເປີດເຜີຍຂອງທຳນຽບປະທານປະເທດເກົາຫຼີໃຕ້ທີ່ວ່າ ການພົບປະຫາລືທີ່ເກີດຂຶ້ນຖືເປັນການເພີ່ມພູນຄວາມໃກ້ຊິດລະຫວ່າງສອງປະເທດ ທີ່ເພີ່ມທະວີຮັດແໜ້ນຢ່າງຊັດເຈນ ນັບຕັ້ງແຕ່ການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ເມື່ອເດືອນກຸມພາ ທີ່ຜ່ານມາ, ໂດຍທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ໄດ້ສ້າງປະຫວັດສາດເປັນສະມາຊິກສາຍຕັ້ງຄົນທຳອິດຂອງຕະກູນຄິມ ທີ່ຢ້ຽມຢາມເກົາຫຼີໃຕ້ ແລະ ໄດ້ນຳເອົາສານຂອງຜູ້ເປັນອ້າຍ ໃນການເຊື້ອເຊີນທ່ານ ມູນ ແຈ-ອິນ ໃຫ້ເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ມອບໃຫ້ແກ້ຜູ້ນຳເກົາຫຼີໃຕ້ດ້ວຍຕົວເອງ.



ນອກຈາກນີ້, ຍັງຖືເປັນຄັ້ງທຳອິດທີ່ທ່ານ ຄິມ ຈອງ-ອຶນ ພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງເກົາຫຼີໃຕ້ ນັບຕັ້ງແຕ່ຂຶ້ນສູ່ອຳນາດເມື່ອທ້າຍປີ 2011 ແລະ ຖືເປັນຄັ້ງທຳອິດໃນຮອບ 1 ທົດສະວັດ ທີ່ລັດຖບານເກົາຫຼີໃຕ້ສົ່ງເຈົ້າໜ້າທີ່ລະດັບສູງຢ້ຽມຢາມນະຄອນຫຼວງປຽງຢາງ ນັບຕັ້ງແຕ່ສະໄໝການເປັນປະທານປະເທດເກົາຫຼີໃຕ້ຂອງທ່ານ ລີ ມະຢອງ-ບັກ ທີ່ໄດ້ສົ່ງຜູ້ອຳນວຍການສຳນັກຂ່າວກອງແຫ່ງຊາດເກົາຫຼີໃຕ້ ຢ້ຽມຢາມເກົາຫຼີເໜືອ ເມື່ອປີ 2007.


No comments

Powered by Blogger.