ເຕືອນໄພລົມພັດແຮງ, ຝົນຕົກ, ຟ້າເຫຼື້ອມ ແລະ ໝາກເຫັບຕົກ 6-9 ມີນາ 2018 ນີ້ - ອິດສະຫຼະ

ເຕືອນໄພລົມພັດແຮງ, ຝົນຕົກ, ຟ້າເຫຼື້ອມ ແລະ ໝາກເຫັບຕົກ 6-9 ມີນາ 2018 ນີ້



ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນເລກທີ 0209/ກອຕທ ລົງວັນທີ 5 ມີນາ 2018 ແຈ້ງເຕືອນໄພລົມພັດແຣງ, ຝົນຕົກ, ຟ້າເຫຼື້ອມ ແລະ ໝາກເຫັບຕົກ ເນື່ອງຈາກວ່າ ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນຈະມີກຳລັງປານກາງ ແຜ່ລົງມາປົກຄຸມພາກເໜືອຂອງປະເທດລາວອີກຄັ້ງໃໝ່ ສົມທົບກັບກະແສລົມຕາເວັນຕົກ ພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງຫາພາກໃຕ້ ໃນໄລຍະວັນທີ 6 ຫາ 9 ມີນາ 2018 ນີ້ ເຊິ່ງຈະເຮັດໃຫ້ມີລົມພັດແຮງ, ຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ຈະມີໝາກເຫັບຕົກຢູ່ໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງ ແລະ ຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່ ຫຼື ສິ່ງປຸກສ້າງອາຄານທີ່ບໍ່ໄດ້ມາດຕະຖານ ພ້ອມທັງຕິດຕາມຂ່າວພະຍາກອນອາກາດ ແລະ ນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງໃກ້ຊິດ.



No comments

Powered by Blogger.