ເຮືອບັນທຸກຍົນຮົບ ສ.ອາເມຣິກາ ທຽບທ່າດານັງ ປະເທດຫວຽດນາມແລ້ວ ພ້ອມລູກເຮືອກວ່າ 6,000 ຄົນ - ອິດສະຫຼະ

ເຮືອບັນທຸກຍົນຮົບ ສ.ອາເມຣິກາ ທຽບທ່າດານັງ ປະເທດຫວຽດນາມແລ້ວ ພ້ອມລູກເຮືອກວ່າ 6,000 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 5 ມີນາ 2018 ວ່າ: ເຮືອບັນທຸກຍົນຮົບ USS Carl Vinson ຂອງກອງທັບເຮືອສະຫະລັດ ອາເມຣິກາ ເດີນທາງເຖິງເມືອງດານັງແລ້ວ ໂດຍຈະຈອດທຽບທ່າທີ່ເມືອງດານັງເປັນເວລາ 4 ວັນ ເຊິ່ງການເຄື່ອນໄຫວດັ່ງກ່າວຖືເປັນຄັ້ງທຳອິດນັບຕັ້ງແຕ່ສິ້ນສຸດສົງຄາມຫວຽດນາມ ເມື່ອປີ 1975 ທີ່ເຮືອຮົບຂອງສະຫະລັດ ອາເມຣິກາ ເດີນທາງມາຍັງຫວຽດນາມພ້ອມລູກເຮືອຫຼາຍກວ່າ 6,000​ ຄົນ.



ການມາຢ້ຽມຢາມຄັ້ງນີ້ເກີດຂຶ້ນຈາກທີ່ ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ເດີນທາງມາຢ້ຽມຢາມຫວຽດນາມເມື່ອທ້າຍເດືອນມັງກອນ 2018 ທີ່ຜ່ານມາ ແລະ ພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານຫວຽດນາມ ເພື່ອວາງແນວທາງຂະຫຍາຍກອບການຮ່ວມມືທາງທະເລ ທີ່ລວມເຖິງບັນຫາເສລີພາບໃນການລາດຕະເວນ ໂດຍຫວຽດນາມເປັນໜຶ່ງໃນປະເທດໃນພູມມິພາກອາຊີຕາເວັນອອກສຽງໃຕ້ ທີ່ເປັນຄູ່ກໍລະນີຄວາມຂັດແຍ່ງກັບລັດຖະບານຈີນ ເລື່ອງທະເລຈີນໃຕ້, ຂະນະທີ່ກະຊວງການຕ່າງປະເທດຫວຽດນາມອອກຖະແຫຼງການກ່ຽວກັບການມາຢ້ຽມຢາມຂອງກອງເຮືອ USS Carl Vinson ວ່າ: ເປັນໄປແບບເພື່ອນມິດ ເພື່ອສັນຕິພາບ ແລະ ສະຖຽນລະພາບ ລວມເຖິງການຍົກລະດັບການຮ່ວມມືໃນພູມມິພາກ ໂດຍສະຫະລັດ ອາເມຣິກາ ແລະ ຫວຽດນາມໄດ້ຟື້ນຟູສາຍພົວພັນກັນເມື່ອປີ 1995 ແລະ ຕາມດ້ວຍການທີ່ລັດຖະບານສະຫະລັດ ອາເມຣິກາຍົກເລີກມາດຕະການຂວໍ້າບາດການຂາຍອາວຸດໃຫ້ຫວຽດນາມ ເມື່ອປີ 2016.


No comments

Powered by Blogger.