ເກົາຫຼີເໜືອເຕືອນ ສ.ອາເມຣິກາ ຕ້ອງຮັບຜິດຊອບຕໍ່ຜົນການຕອບໂຕ້ທີ່ຈະເກີດຂຶ້ນ ຫາກຍັງຊ້ອມຮົບຮ່ວມກັບເກົາຫຼີໃຕ້ - ອິດສະຫຼະ

ເກົາຫຼີເໜືອເຕືອນ ສ.ອາເມຣິກາ ຕ້ອງຮັບຜິດຊອບຕໍ່ຜົນການຕອບໂຕ້ທີ່ຈະເກີດຂຶ້ນ ຫາກຍັງຊ້ອມຮົບຮ່ວມກັບເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 5 ມີນາ 2018 ວ່າ:​ ຕາມທີ່ ທີ່ປຶກສາດ້ານຄວາມໝັ້ນຄົງຂອງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ເປີດເຜີຍຜ່ານສຳນັກຂ່າວ YTN ເມື່ອອາທິດທີ່ຜ່ານມາວ່າ ສະຫະລັດ ອາເມຣິກາມີກຳນົດທີ່ຈະເລີ່ມເຝິກຊ້ອມຮົບຮ່ວມປະຈຳປີກັບເກົາຫຼີໃຕ້ໃນຕົ້ນເດືອນເມສາ 2018 ທີ່ຈະມາເຖິງນີ້ ຖືເປັນການຊ້ອມຮົບຕໍ່ເນື່ອງຂອງສະຫະລັດ ອາເມຣິກາ ກັບ ເກົາຫຼີໃຕ້ ທີ່ຝ່າຍເກົາຫຼີເໜືອຖືວ່າເປັນໄພຄຸກຄາມຕໍ່ເກົາຫຼີເໜືອ.

ສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອລາຍງານວ່າ ຫາກສະຫະລັດ ອາເມຣິກາ ຍັງຄົງຮ່ວມຊ້ອມຮົບກັບເກົາຫຼີໃຕ້ ຂະນະທີ່ຍັງຄົງໃຊ້ມາດຕະການຂວໍ້າບາດເພື່ອກົດດັນເກົາຫຼີເໜືອຕໍ່ໄປ ທາງເກົາຫຼີເໜືອຈະຫາທາງຕອບໂຕ້ສະຫະລັດ ອາເມຣິກາ ໃນແບບວິທີການຂອງເກົາຫຼີເໜືອເອງ ເຊິ່ງສະຫະລັດ ອາເມຣິກາຈະຕ້ອງຮັບຜິດຊອບເອງກັບຜົນທີ່ຈະເກີດຂຶ້ນ.
ເຊິ່ງເມື່ອວັນທີ 23 ກຸມພາ 2018 ທີ່ຜ່ານມາ ສະຫະລັດ ອາເມຣິກາ ກໍ່ໄດ້ປະກາດມາດຕະການຂວໍ້າບາດຄັ້ງໃຫຍ່ຕໍ່ເກົາຫຼີເໜືອ ເພື່ອສ້າງຄວາມກົດດັນໃຫ້ເກົາຫຼີເໜືອຢຸດຕິໂຄງການອາວຸດນິວເຄຼຍ ແລະ ຂີປະນວຸດ ເຊິ່ງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາກ່າວເຕືອນອີກວ່າ ອາດຈະມີແຜນສອງຕາມມາ ຫາກແຜນທຳອິດບໍ່ໄດ້ຜົນ.

ຂະນະທີ່ເກົາຫຼີເໜືອເອງກໍ່ກ່າວຫາວ່າ ສະຫະລັດ ອາເມຣິກາ ແມ່ນພະຍາຍາມທີ່ຈະນຳເມກໝອກແຫ່ງສົງຄາມກັບມາສູ່ແຫຼມເກົາຫຼີ, ສ່ວນໃນດ້ານຂອງເກົາຫຼີໃຕ້ມີແຜນທີ່ຈະສົ່ງທູດພິເສດເດີນທາງໄປຍັງນະຄອນຫຼວງປຽງຢາງຂອງເກົາຫຼີເໜືອ ຕາມຄຳເຊີນຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເຊິ່ງເລື່ອງນີ້ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ກໍ່ໄດ້ປຶກສາຫາລືກັບທ່ານ ໂດໂນ ທຣຳ ຜ່ານທາງໂທລະສັບແລ້ວ ເມື່ອວັນພະຫັດ (1 ມີນາ) ທີ່ຜ່ານມາ.




No comments

Powered by Blogger.