ຫວຽດນາມກຽມຕ້ອນຮັບ ເຮືອບັນທຸກຍົນຮົບ ສ.ອາເມຣິກາ ທີ່ຈະມາເຖິງດານັງໃນວັນທີ 5 ມີນາ 2018 ນີ້ - ອິດສະຫຼະ

ຫວຽດນາມກຽມຕ້ອນຮັບ ເຮືອບັນທຸກຍົນຮົບ ສ.ອາເມຣິກາ ທີ່ຈະມາເຖິງດານັງໃນວັນທີ 5 ມີນາ 2018 ນີ້



ສຳນັກຂ່າວຕ່າງປະເທດລາຍງານ 4 ມີນາ 2018 ວ່າ: ເຮືອບັນທຸກຍົນຮົບ USS Carl Vinson ຂອງກອງທັບເຮືອສະຫະລັດ ອາເມຣິກາ ຈະເຂົ້າທຽບທ່າເມືອງດານັງ ໃນວັນຈັນທີ່ຈະມາເຖິງນີ້ (5 ມີນາ) ເຊິ່ງຈະເປັນການຢ້ຽມຢາມຫວຽດນາມຂອງເຮືອບັນທຸກຍົນຮົບສະຫະລັດ ອາເມຣິກາ ເປັນຄັ້ງທຳອິດ ນັບຕັ້ງແຕ່ສິ້ນສຸດສົງຄາມຫວຽດນາມ.

ການມາເຖິງຂອງກອງເຮືອ USS Carl Vinson ຍັງສະແດງໃຫ້ເຫັນເຖິງສາຍພົວພັນທີ່ຊັບຊ້ອນ ແລະ ກຳລັງພັດທະນາຂຶ້ນທ່າມກາງບັນຍາກາດທີ່ຫວຽດນາມກັບຈີນ ມີຄວາມຂັດແຍ່ງກັນເລື່ອງທະເລຈີນໃຕ້, ໂດຍຫຼາຍເດືອນທີ່ຜ່ານມານັກການທູດຫວຽດນາມພະຍາຍາມຜ່ອນຄາຍຄວາມເປັນຫ່ວງເປັນໃຍຂອງຈີນ ທີ່ເປັນປະເທດເພື່ອນບ້ານ ກ່ຽວກັບການມາຢ້ຽມຢາມຂອງກອງທັບເຮືອສະຫະລັດ ອາເມຣິກາາໃນຄັ້ງນີ້ ລວມທັງການຮ່ວມມືດ້ານຄວາມໝັ້ນຄົງໃນອະນາຄົດລະຫວ່າງຫວຽດນາມ ກັບ ສະຫະລັດ ອາເມຣິກາ.

ນັກການທູດ ແລະ ເຈົ້າໜ້າທີ່ຂອງກອງທັບຫວຽດນາມ ຍັງກ່າວຢໍ້າຫຼາຍຄັ້ງກ່ຽວກັບນະໂຍບາຍການຕ່າງປະເທດທີ່ເປັນອິດສະຫຼະ ແລະ ຄວາມປາດຖະໜາທີ່ຕ້ອງການສ້າງສາຍພົວພັນກັບປະເທດຕ່າງໆໃນວົງກວ້າງ ພ້ອມທັງຕ້ອງການສ້າງສາຍພົວພັນທີ່ໝັ້ນຄົງກັບຈີນ, ຂະນະດຽວກັນກໍ່ຢືດໝັ້ນໃນຈຸດຢືນຕໍ່ຕ້ານຈີນໃນບັນຫາທະເລຈີນໃຕ້.

ກອງເຮືອ USS Carl Vinson ພ້ອມດ້ວຍທະຫານປະຈຳການປະມານ 5,000​ ຄົນ ເຊິ່ງຈະເຂົ້າທຽບທ່າເມືອງດານັງ ເປັນເວລາ 5 ວັນ ຈະເປັນການປາກົດຕົວໃນຫວຽດນາມຄັ້ງສຳຄັນສຸດຂອງກອງທັບເຮືອສະຫະລັດ ອາເມຣິກາ ນັບຕັ້ງແຕ່ສິ້ນສຸດສົງຄາມຫວຽດນາມໃນປີ 1975.

ເມືອງດານັງ ຕັ້ງຢູ່ແຄມຝັ່ງທະເລຈີນໃຕ້ ທາງພາກກາງຂອງຫວຽດນາມ ຢູ່ໃກ້ແຫຼມແກັສບູເວວ ທີ່ກຳລັງພັດທະນາໂດຍບໍລິສັດນໍ້າມັນລາຍໃຫຍ່ຂອງສະຫະລັດ ອາເມຣິກາ ແລະ ຢູ່ໃກ້ກັບກຸ່ມເກາະພາຣາເຊວ ທີ່ຈີນຢຶດຄອງ ແລະ ຫວຽດນາມອ້າງກຳມະສິດເຊັ່ນກັນ.







No comments

Powered by Blogger.