ດຸເດືອດ ສົງຄາມປາບປາມຢາເສບຕິດໃນຟິລິບປິນ 3 ເດືອນຜ່ານມາ ເຈົ້າໜ້າທີ່ຂ້າຜູ້ຕ້ອງສົງໄສຕາຍກວ່າ 100​ ຄົນ - ອິດສະຫຼະ

ດຸເດືອດ ສົງຄາມປາບປາມຢາເສບຕິດໃນຟິລິບປິນ 3 ເດືອນຜ່ານມາ ເຈົ້າໜ້າທີ່ຂ້າຜູ້ຕ້ອງສົງໄສຕາຍກວ່າ 100​ ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 4 ມີນາ 2018 ວ່າ: ສຳນັກງານຕຳຫຼວດແຫ່ງຊາດຟິລິບປິນລາຍງານເມື່ອວັນເສົາ (3​ ມີນາ) ທີ່ຜ່ານມາວ່າ: ນັບຕັ້ງແຕ່ວັນທີ 5 ທັນວາ 2017 ເຊິ່ງເປັນວັນທີ່ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ສ່ັງໃຫ້ຕຳຫຼວດກັບມາປະຕິບັດການຕາມນະໂຍບາຍ “ສົງຄາມປາບປາມຢາເສບຕິດ” ຄັ້ງໃໝ່, ເຈົ້າໜ້າທີ່ໄດ້ຂ້າຜູ້ຕ້ອງສົງໄສທີ່ພົວພັນຢາເສບຕິດໄປແລ້ວ 102 ຄົນ ນັບຈົນເຖິງວັນທີ 1 ມີນາ ທີ່ຜ່ານມາ.


ເຊິ່ງຜູ້ນຳຟິລິບປິນໄດ້ໂອນຍ້ານພາລະກິດສົງຄາມປາບປາມຢາເສບຕິດຈາກຕຳຫຼວດໄປໃຫ້ສຳນັກງານປາບປາມຢາເສບຕິດ ຮັບຜິດຊອບແທນ ເມື່ອເດືອນຕຸລາ 2017 ພາຍຫຼັງທີ່ຕ້ອງປະເຊີນກັບກະແສຕໍ່ຕ້ານຢ່າງຮຸນແຮງຈາກປະຊາຊົນວ່າ ມາດຕະການຂອງຕຳຫຼວດນັ້ນຮຸນແຮງເກີນໄປ, ແຕ່ຫຼັງຈາກນັ້ນບໍ່ດົນທ່ານ ດູເຕເຕ ກ່າວວ່າ ການມອບໝາຍພາລະກິດທັງໝົດໃນເລື່ອງນີ້ໃຫ້ກັບສຳນັກງານປາບປາມຢາເສບຕິດ ເຊິ່ງມີເຈົ້າໜ້າທີ່ພຽງ 2,000 ຄົນ ຍັງບໍ່ພຽງພໍ ແລະ ອາດເຮັດໃຫ້ຜົນງານອອກມາບໍ່ເຕັມປະສິດທິພາບ ຜູ້ນຳຟິລິບປິນຈຶ່ງສັ່ງໃຫ້ຕຳຫຼວດກັບມາຮ່ວມປະຕິບັດການໃນສົງຄາມຢາເສບຕິດອີກຄັ້ງ.


ເຖິງແມ່ນວ່າສຳນັກງານຕຳຫຼວດແຫ່ງຊາດຟິລິບປິນຍັງປະຕິເສດໃຫ້ຂໍ້ມູນຜູ້ເສຍຊີວິດກ່ອນວັນທີ 5 ທັນວາ 2017 ແຕ່ເປີດເຜີຍວ່າ ນັບຕັ້ງແຕ່ທ່ານ ດູເຕເຕ ເຂົ້າຮັບຕຳແໜ່ງປະທານປະເທດ ເມື່ອທ້າຍເດືອນມິຖຸນາ 2016 ຈົນເຖິງວັນທີ 8 ກຸມພາ 2018 ເຈົ້າໜ້າທີ່ໄດ້ຂ້າຜູ້ຕ້ອງສົງໄສທີ່ກ່ຽວຂ້ອງກັບຢາເສບຕິດໄປແລ້ວ 4,021 ຄົນ, ເຖິງຢ່າງໃດກໍ່ຕາມ ສະຫະປະຊາຊາດ ແລະ ອົງກອນສິດທິມະນຸດຫຼາຍແຫ່ງປະເມີນວ່າ ໃນຄວາມເປັນຈິງໜ້າຈະຫຼາຍກວ່ານັ້ນຫຼາຍເທົ່າ ໂດຍອາດສູງເຖິງ 12,000​ ຄົນ.

ຂະນະດຽວກັນ ກະຊວງການຕ່າງປະເທດຟິລິບປິນສະແດງຄວາມພ້ອມ ໃນການໃຫ້ຄວາມຮ່ວມມືກັບຄະນະຜູ້ກວດສອບຂອງສະຫະປະຊາຊາດ ທີ່ຕ້ອງການລົງພື້ນທີ່ສັງເກດການປະຕິບັດການຂອງເຈົ້າໜ້າທີ່ ພາຍຫຼັງທີ່ໄອຍະການສູງສຸດຂອງສານອາຍາລະຫວ່າງປະເທດ ປະກາດເມື່ອຕົ້ນເດືອນທີ່ຜ່ານມາວ່າ ໄດ້ເລີ່ມການສືບສວນສອບສ່ວນໃນເບື້ອງຕົ້ນ ຕໍ່ສະຖານະການສົງຄາມຢາເສບຕສິດໃນຟິລິບປິນແລ້ວ ແລະ ຮຽກຮ້ອງວ່າສະຫະປະຊາຊາດຄວນດຳເນີນການຢ່າງເປັນທຳ, ດ້ານຜູ້ນຳຟິລິບປິນສັ່ງການໃຫ້ທະຫານ ແລະ ຕຳຫຼວດບໍ່ຕ້ອງໃຫ້ການຮ່ວມມືກັບສະຫະປະຊາຊາດໃນເລື່ອງນີ້.

No comments

Powered by Blogger.