ຈີນເຕືອນ ສ.ອາເມຣິກາ ຈະໃຊ້ມາດຕະການທີ່ຈຳເປັນ ຫາກອີກຝ່າຍເຮັດສົງຄາມການຄ້າ - ອິດສະຫຼະ

ຈີນເຕືອນ ສ.ອາເມຣິກາ ຈະໃຊ້ມາດຕະການທີ່ຈຳເປັນ ຫາກອີກຝ່າຍເຮັດສົງຄາມການຄ້າ



ສຳນັກຂ່າວຕ່າງປະເທດລາຍງານ 4 ມີນາ 2018 ວ່າ: ທ່ານ ຈາງ ເຢສຸ້ຍ ໂຄສົກປະຈຳສະພາປະຊາຊົນແຫ່ງຊາດຈີນ ກ່າວວ່າ: ຈີນບໍ່ເຄີຍມີຄວາມຄິດທີ່ຕ້ອງການເຮັດສົງຄາມການຄ້າກັບສະຫະລັດ ອາເມຣິກາ, ເຖິງຢ່າງໃດກໍ່ຕາມ ຫາກອີກຝ່າຍດຳເນີນການໃດໆກໍ່ຕາມ ທີ່ສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງຈີນ ລັດຖະບານຈີນຈະບໍ່ມີທາງປ່ອຍປະໂດຍບໍ່ໃສ່ໃຈ ແລະ ຈະມີມາດຕະການຕອບໂຕ້ຢ່າງແນ່ນອນ.


ຂະນະທີ່ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ກ່າວເມື່ອວັນເສົາ (3 ມີນາ) ທີ່ຜ່ານມາວ່າ: ການທີ່ລັດຖະບານສະຫະລັດ ອາເມຣິກາ ໃຫ້ເຫດຜົນເລື່ອງຄວາມໝັ້ນຄົງທາງການຄ້າ ເພື່ອອອກມາດຕະການກີດກັນການຄ້າຕໍ່ສິນຄ້າສົ່ງອອກປະເພດເຫຼັກ ແລະ ອາລູມິນຽມ ຂອງປະເທດທີ່ດຳເນີນນະໂຍບາຍການຄ້າຕາມກົດໝາຍລະຫວ່າງປະເທດເປັນສິ່ງທີ່ບໍ່ສົມເຫດສົມຜົນ.

ທ່າທີ່ດັ່ງກ່າວຂອງຈີນ ເຊິ່ງເປັນປະເທດຜູ້ຜະລິດ ແລະ ສົ່ງອອກເຫຼັກລາຍໃຫຍ່ທີ່ສຸດຂອງໂລກ ເກີດຂຶ້ນກ່ອນທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກຽມທີ່ຈະປະກາດລາຍລະອຽດໃນອາທິດນີ້ ກ່ຽວກັບມາດຕະການຂຶ້ນພາສີຜະລິດຕະພັນເຫຼັກ ແລະ ອາລູມິນຽມນຳເຂົ້າ ໃນອັດຕາ 25% ແລະ 10% ຕາມລຳດັບ, ໂດຍອາໄສອຳນາດຕາມມາດຕາ 232 ຂອງກົດໝາຍການຄ້າສະຫະລັດ ອາເມຣິກາ ປີ 1962, ເຊິ່ງໄດ້ເຮັດໃຫ້ເກີດກະແສວິພາກວິຈານໄປທົ່ວໂລກວ່າ ຈະເປັນການເລີ່ມຕົ້ນຂອງສົງຄາມການຄ້າຄັ້ງໃໝ່ຫຼືບໍ່? ໂດຍສະເພາະລະຫວ່າງສະຫະລັດ ອາເມຣິກາ ກັບ ຈີນ ເຖິງແມ່ນວ່າສະຫະລັດ ອາເມຣິກາ ຈະນຳເຂົ້າເຫຼັກຈາກຈີນໃນອັດຕາສ່ວນພຽງ 2% ໃນປັດຈຸບັນ, ແຕ່ກຳແພງພາສີຂອງສະຫະລັດ ອາເມຣິກາ ທີ່ຈະປະກາດນີ້ ຈະສົ່ງຜົນໃຫ້ສິນຄ້າເຫຼົ່ານັ້ນລົ້ນຕະຫຼາດ ເນື່ອງຈາກສະຫະລັດ ອາເມຣິກາ ເຊິ່ງເປັນຕະຫຼາດໃຫຍ່ທີ່ສຸດຈະນຳເຂົ້າໜ້ອຍລົງ ແລະ ຫັນໄປສະໜັບສະໜູຸນສິນຄ້າທີ່ຜະລິດເອງພາຍໃນປະເທດຫຼາຍຂຶ້ນ ຕາມນະໂຍບາຍ “ອາເມຣິກາຕ້ອງມາກ່ອນ”.


No comments

Powered by Blogger.