ເກົາຫຼີເໜືອປະຕິເສດຂໍ້ກ່າວຫາວ່າ ສະໜອງອາວຸດເຄມີໃຫ້ແກ່ຊີຣີ - ອິດສະຫຼະ

ເກົາຫຼີເໜືອປະຕິເສດຂໍ້ກ່າວຫາວ່າ ສະໜອງອາວຸດເຄມີໃຫ້ແກ່ຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 3 ມີນາ 2018 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ເຜີຍແຜ່ຖະແຫຼງການຂອງກະຊວງການຕ່າງປະເທດເກົາຫຼີເໜືອວ່າ ລັດຖະບານເກົາຫຼີເໜືອ ເຄີຍກ່າວຢ້ຳແລ້ວຫຼາຍຄັ້ງວ່າ ບໍ່ເຄີຍມີສ່ວນກ່ຽວຂ້ອງກັບໂຄງການຄິດຄົ້ນ, ພັດທະນາ ແລະ ຜະລິດ ຫຼື ສະສົມອາວຸດເຄມີ. ນອກຈາກນີ້, ເກົາຫຼີເໜືອຍັງຄັດຄ້ານອາວຸດນິວເຄຼຍທຸກຮູບແບບອີກດ້ວຍ ຂໍ້ກ່າວຫາຂອງລັດຖະບານສະຫະລັດ ອາເມຣິກາທີ່ກ່າວວ່າ ເກົາຫຼີເໜືອໃຫ້ການຊ່ວຍເຫຼືອລັດຖະບານຊີຣີ ໃນການຜະລິດອາວຸດເຄມີຈຶ່ງເປັນເລື່ອງທີ່ບໍ່ມີມູນຄວາມຈິງ, ທັງໆທີ່ສະຫະລັດ ອາເມຣິກາເອງເປັນ “ມະເຮັງຂອງສັນຕິພາບໂລກ” ຈາກການເປັນຜູ້ສະໜັບສະໜູນການຜະລິດອາວຸດເຄມີລາຍໃຫຍ່ທີ່ສຸດ.


ຖະແຫຼງການດັ່ງກ່າວຂອງເກົາຫຼີເໜືອ ເກີດຂຶ້ນພາຍຫຼັງທີ່ທ່ານ ໂຣເບິດ ວູດ ຜູ້ແທນຖາວອນຂອງສະຫະລັດ ອາເມຣິກາ ດ້ານການປົດອາວຸດທີ່ລວມເຖິງອາວຸດຊີວະພາບ ແລະ ອາວຸດເຄມີ ກ່າວຕໍ່ກອງປະຊຸມສະຫະປະຊາຊາດ ທີ່ນະຄອນຫຼວງເຈນີວາ ເມື່ອວັນທີ 28 ກຸມພາ ທີ່ຜ່ານມາວ່າ: ເກົາຫຼີເໜືອ ແລະ ຊີຣີມີປະຫວັດການຄວາມມືດ້ານກິດຈະກຳທີ່ກ່ຽວກັບການພັດທະນາຂີປະນາວຸດ ແລະ ອົງປະກອບຂອງອາວຸດເຄມີ, ຂະນະທີ່ລາຍງານຂອງສະຫະປະຊາຊາດ ອ້າງອີງເຖິງການກວດສອບເຮືອບັນທຸກສິນຄ້າຂອງເກົາຫຼີເໜືອທີ່ລັກລອບສົ່ງມອບວັດຖຸດິບການຜະລິດອາວຸດເຄມີໄປຍັງຊີຣີຢ່າງໜ້ອຍ 2 ຄັ້ງ ໃນຮອບ 6 ເດືອນທີ່ຜ່ານມາ ຖືເປັນພຶດຕິກຳທີ່ຝ່າຝືນມາດຕະການຂວໍ້າບາດຂອງສະຫະປະຊາຊາດ.

ເຖິງຢ່າງໃດກໍ່ຕາມ, ຊີຣີໄດ້ລົງນາມໃນອະນຸສັນຍາວ່າດ້ວຍອາວຸດເຄມີ ເມື່ອປີ 2013 ຕາມເງື່ອນໄຂໃນຂໍ້ຕົກລົງລະຫວ່າງສະຫະລັດ ອາເມຣິກາ ກັບ ລັດເຊຍ ທີ່ຕ້ອງສົ່ງມອບອາວຸດເຄມີທັງໝົດທີ່ມີຢູ່ໃຫ້ອົງການເພື່ອການຫ້າມອາວຸດເຄມີ ນຳໄປທຳລາຍ.

No comments

Powered by Blogger.