ລູກຊາຍສົມເດັດ ຮຸນ ເຊນ ກ້າວຂຶ້ນສູ່ຕຳແໜ່ງປະທານເສນາທິການທະຫານກຳປູເຈຍ - ອິດສະຫຼະ

ລູກຊາຍສົມເດັດ ຮຸນ ເຊນ ກ້າວຂຶ້ນສູ່ຕຳແໜ່ງປະທານເສນາທິການທະຫານກຳປູເຈຍ



ສຳນັກຂ່າວຕ່າງປະເທດລາຍງານ 3 ມີນາ 2018 ວ່າ: ກະຊວງປ້ອງກັນປະເທດຂອງກຳປູເຈຍ ໄດ້ອອກຖະແຫຼງການເມື່ອວັດພະຫັດ (1 ມີນາ) ທີ່ຜ່ານມາວ່າ: ພົນໂທ ຮຸນ ມາເນດ ລູກຊາຍຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ, ປັດຈຸບັນນີ້ ພົນໂທ ຮຸນ ມາເນດ ແມ່ນດຳລົງຕຳແໜ່ງຮອງຜູ້ບັນຊາການທະຫານສູງສຸດ ໃຫ້ຮັບຕຳແໜ່ງປະທານຄະນະເສນາທິການທະຫານຄົນໃໝ່ ແທນທ່ານ ພົນເອກ ກຸນ ກຶມ ເຊິ່ງໄດ້ຍື່ນໃບລາອອກດ້ວຍເຫດຜົນສ່ວນຕົວ ແລະ ໄດ້ລະບຸໃນໃບລາອອກວ່າ ຂໍຖ່າຍໂອນອຳນາດທັງໝົດໃຫ້ແກ່ ພົນໂທ ຮຸນ ມາເນດ ອາຍຸ 40 ປີທ່ານນີ້.


ຂະນະທີ່ສົມເດັດ ພິໄຊເສນາ ເຕຍ ບັນ ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ກ່າວເຖິງການເຄື່ອນໄຫວດັ່ງກ່າວວ່າ: ເປັນເລື່ອງປົກກະຕິ ເມື່ອທະຫານລະດັບສູງນາຍໜຶ່ງທີ່ຕິດພາລະກິດສ່ວນຕົວຈະຕ້ອງຖ່າຍໂອນຄວາມຮັບຜິດຊອບໃຫ້ແກ່ທະຫານອີກນາຍໜຶ່ງທີ່ໄວ້ວາງໃຈໄດ້ ແລະ ສະແດງຄວາມເຊື່ອໝັ້ນວ່າທ່ານ ພົນໂທ ຮຸນ ມາເນດ ຈະສາມາດປະຕິບັດໜ້າທີ່ໃນຕຳແໜ່ງທີ່ເພີ່ມຂຶ້ນໄດ້ເປັນຢ່າງດີ.

ນອກຈາກນີ້, ເມື່ອເດືອນມັງກອນ ທີ່ຜ່ານມາ ສຳນັກງານນາຍົກລັດຖະມົນຕີກຳປູເຈຍໄດ້ປະກາດ ແຕ່ງຕັ້ງ ພົນຕຳຫຼວດຕີ ດີ ວິຊາ ໃຫ້ດຳລົງຕຳແໜ່ງຮອງຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດ ໂດຍ ພົນຕຳຫຼວດຕີ ດີ ວິຊາ ມີສັກເປັນລູກເຂີຍຂອງສົມເດັດ ຮຸນ ເຊນ ຈາກການແຕ່ງດອງກັບທ່ານ ນາງ ຮຸນ ມະນາ ລູກສາວກົກຂອງຜູ້ນຳກຳປູເຈຍ.

No comments

Powered by Blogger.