ບັງກະລາເທດບໍ່ພໍໃຈເປັນຢ່າງຍິ່ງ ທີ່ມຽນມາເສີມກຳລັງທະຫານເຂົ້າຄວບຄຸມຊາຍແດນລະຫວ່າງສອງປະເທດ - ອິດສະຫຼະ

ບັງກະລາເທດບໍ່ພໍໃຈເປັນຢ່າງຍິ່ງ ທີ່ມຽນມາເສີມກຳລັງທະຫານເຂົ້າຄວບຄຸມຊາຍແດນລະຫວ່າງສອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 3 ມີນາ 2018 ວ່າ: ກະຊວງການຕ່າງປະເທດບັງກະລາເທດ ອອກຖະແຫຼງການເມື່ອວັນພະຫັດ (1 ມີນາ) ທີ່ຜ່ານມາວ່າ: ທ່ານ ໂມຮຳເໝັດ ຄູເຊດ ອາລາມ ຮັກສາການຕຳແໜ່ງລັດຖະບານຕີກະຊວງການຕ່າງປະເທດບັງກະລາເທດ ໄດ້ເຊີນທ່ານ ລະວິນ ໂອ ເອກອັກຄະລັດຖະທູດມຽນມາເຂົ້າພົບເມື່ອວັນທີ 1 ມີນາ ທີ່ຜ່ານມາ ເພື່ອສະແດງຄວາມເປັນຫ່ວງ ແລະ ປຶກສາຫາລືກໍລະນີທີ່ທາງການມຽນມາເພີ່ມກຳລັງເຈົ້າໜ້າທີ່ຝ່າຍຄວາມໝັ້ຫນຄົງ ແລະ ອາວຸດຍຸດໂທປະກອນເຂົ້າບໍລິເວນແນວຮົບ “No Man’s Land” ລະຫວ່າງສອງປະເທດ ເຊິ່ງມີຜູ້ລີ້ໄພຊາວໂຣຮິງຢາຈຳນວນຫຼາຍອາໄສຢູ່ບໍລິເວນດັ່ງກ່າວ ໂດຍລັດຖະບານບັງກະລາເທດຮຽກຮ້ອງໃຫ້ມຽນມາຖອນກຳລັງເຈົ້າໜ້າທີ່ເຫຼົ່ານັ້ນ ແລະ ອາວຸດຍຸດໂທປະກອນທັງໝົດອອກຈາກເຂດດັ່ງກ່າວໂດຍໄວ້ທີ່ສຸດ.


ຂະນະທີ່ລັດຖະບານ ແລະ ກອງທັບມຽນມາຍັງບໍ່ສະແດງທ່າທີ ຕໍ່ການເຄື່ອນໄຫວດັ່ງກ່າວຂອງບັງກະລາເທດ ເຊິ່ງເກີດຂຶ້ນໃນໄລຍະເວລາທີ່ທັງສອງປະເທດຍັງຢູ່ໃນຂັ້ນຕອນການກະກຽມຕາມກໍ່ຕົກລົງທີ່ມຽນມາຈະເລີ່ມຮັບຜູ້ລີ້ໄພຊາວໂຣຮິງຢາຫຼາຍກວ່າ 700,000 ຄົນກັບຈາກບັງກະລາເທດ ເຊິ່ງຜູ້ລີ້ໄພກຸ່ມນີ້ໄດ້ອົບພະຍົບໜີສະຖານະການຄວາມບໍ່ສະຫງົບໃນລັດຍະໄຂ່ ຂອງມຽນມາ ທີ່ເກີດຂຶ້ນເມື່ອເດືອນສິງຫາ 2017 ທີ່ຜ່ານມາ.



No comments

Powered by Blogger.