ສ.ອາເມຣິກາຈະຂຶ້ນພາສີນຳເຂົ້າເຫຼັກ ແລະ ອາລູມິນຽມ ທ່າມກາງສຽງຄັດຄ້ານຈາກປະເທດຄູ່ຄ້າ - ອິດສະຫຼະ

ສ.ອາເມຣິກາຈະຂຶ້ນພາສີນຳເຂົ້າເຫຼັກ ແລະ ອາລູມິນຽມ ທ່າມກາງສຽງຄັດຄ້ານຈາກປະເທດຄູ່ຄ້າ



ສຳນັກຂ່າວຕ່າງປະເທດລາຍງານ 3 ມີນາ 2018 ວ່າ:​ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນພະຫັດ (1 ມີນາ) ທີ່ຜ່ານມາວ່າ: ເພື່ອປົກປ້ອງຜູ້ປະກອບການໃນປະເທດ ແລະ ເພື່ອຫຼຸດຜ່ອນຄວາມເສຍປຽບທາງການຄ້າຂອງສະຫະລັດ ອາເມຣິກາ ທ່ານຈະລົງນາມຕາມມາດຕາ 232 ຂອງກົດໝາຍການຄ້າ ສະບັບປີ 1962 ຂຶ້ນພາສີນຳເຂົ້າຜະລິດຕະພັນເຫຼັກ 25% ແລະ ຂຶ້ນພາສີນຳເຂົ້າຜະລິດຕິພັນອາລູມິນຽມອີກ 10% ໂດຍໃນສ່ວນຂອງລາຍລະອຽດຈະມີການປະກາດຢ່າງເປັນທາງການໃນອາທິດໜ້າ.
ເຖິງແມ່ນວ່າຜູ້ນຳສະຫະລັດ ອາເມຣິກາບໍ່ໄດ້ກ່າວຊັດເຈນວ່າ ມາດຕະການຂຶ້ນພາສີດັ່ງກ່າວຈະມີຜົນບັງຄັບໃຊ້ເມື່ອໃດ ເປັນໄລຍະເວລາດົນປານໃດ ແລະ ມີຜົນກັບປະເທດໃດແນ່, ແຕ່ປັດຈຸບັນສະຫະລັດ ອາເມຣິກາ ນຳເຂົ້າເຫຼັກ ແລະ ອານູມີນຽມຈາກການາດາຫຼາຍທີ່ສຸດກວມເອົາອັດຕາສ່ວນ 16%, ຮອງລົງມາແມ່ນຈີນ, ບຣາຊິນ ແລະ ເກົາຫຼີໃຕ້ ເຊິ່ງທ່ານ ນາງ ຄຣິສເຕຍ ຟຼີແລນ ລັດຖະມົນຕີກະຊວງການຕ່າງປະເທດການາດາກ່າວວ່າ ຫາກສະຫະລັດ ອາເມຣິກາບັງຄັບໃຊ້ມາດຕະການດັ່ງກ່າວຈິງ ລັດຖະບານການາດາຈະບັງຄັບໃຊ້ມາດຕະການຂອງຕົວເອງ ເພື່ອປົກປ້ອງຜົນປະໂຫຍດຂອງການາດາ.


ໃນດ້ານຂອງສະມາຄົມເຫຼັກເອີຣົບ ອອກຖະແຫຼງການປະນາມສະຫະລັດ ອາເມຣິກາ ເປັນຝ່າຍເລີ່ມຕົ້ນສົງຄາມການຄ້າລະດັບໂລກຄັ້ງໃໝ່ ແລະ ປະເມີນການສົ່ງອອກສິນຄ້າເຫຼັກຈາກເອີຣົບໄປຍັງສະຫະລັດ ອາເມຣິກາ ອາດຫຼຸດລົງບໍ່ຕ່ຳກວ່າ 50% ຂະນະທີ່ທ່ານ ຊັອງ-ໂຄລດ ຢຸງເກີ ປະທານຄະນະກຳມະທິການເອີຣົບກ່າວວ່າ ຈະມີມາດຕະການຕອບໂຕ້ທາງກົດໝາຍລະຫວ່າງປະເທດ, ສ່ວນຈີນຍັງບໍ່ສະແດງທ່າທີຕໍ່ບັນຫາດັ່ງກ່າວ ແຕ່ເຄີຍເຕືອນວ່າລັດຖະບານຈີນຈະບໍ່ມີທາງນິ້ງນອນໃຈຕໍ່ສະຖານະການທີ່ເກີດຂຶ້ນ.

ເຖິງຢ່າງໃດກໍ່ຕາມ, ຄະນະກຳມະທິການດ້ານກະສິກຳ ຂອງສະພາສູງສະຫະລັດ ອາເມຣິກາ ອອກຖະແຫຼງການເຕືອນທ່ານ ໂດໂນ ທຣຳ ວ່າພາກກະສິກຳຂອງປະເທດມີທິດທາງໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກມາດຕະການຂຶ້ນພາສີເຫຼັກ ແລະ ອາລູມິນຽມໃນຄັ້ງນີ້, ເນື່ອງຈາກເມື່ອຕົ້ນເດືອນນີ້ກະຊວງການຄ້າຂອງຈີນປະກາດສືບສວນການຕີຕະຫຼາດ ແລະ ການອຸ້ມລາຄາເຂົ້າຟ້າງແບບບໍ່ເປັນທຳຂອງສະຫະລັດ ອາເມຣິກາ ແລະ ກ່ອນໜ້ານັ້ນກໍ່ໄດ້ເຕືອນເລື່ອງມາດຕະການຈຳກັດການນຳເຂົ້າຖົ່ວເຫຼືອງຈາກສະຫະລັດ ອາເມຣິກາແລ້ວ.




No comments

Powered by Blogger.