ສ.ອາເມຣິກາ ມອບໂຮງໝໍ ແລະ ສຸກສາລາ ສ້າງໃໝ່ໃຫ້ແກ່ແຂວງສາລະວັນ ແລະ ແຂວງເຊກອງ - ອິດສະຫຼະ

ສ.ອາເມຣິກາ ມອບໂຮງໝໍ ແລະ ສຸກສາລາ ສ້າງໃໝ່ໃຫ້ແກ່ແຂວງສາລະວັນ ແລະ ແຂວງເຊກອງ



ສະຖານທູດສະຫະລັດ ອາເມຣິກາ ແລະ ສູນບັນຊາການກອງທັບສະຫະລັດ ອາເມຣິກາ ປະຈໍາພາກພື້ນປາຊີຟິກ ໄດ້ມອບຮັບໂຮງໝໍເມືອງຫຼັງໃໝ່ຈຳນວນສາມແຫ່ງ ແລະ ສຸກສາລາໃໝ່ໜຶ່ງແຫ່ງ ໃຫ້ແກ່ເມືອງຕຸ້ມລານ, ເມືອງສະໝ້ວຍ ແຂວງສາລະວັນ ແລະ ເມືອງທ່າແຕງ ແຂວງເຊກອງ. ພິທີມອບຮັບຢ່າງເປັນທາງການນີ້ໄດ້ຈັດຂື້ນໃນວັນທີ 27 ກຸມພາ 2018 ທີ່ເມືອງຕຸ້ມລານ ແລະ ເມືອງທ່າແຕງ ແລະ ໃນວັນທີ 28 ກຸມພາ 2018 ຢູ່ທີ່ເມືອງສະໝ້ວຍ.

ແຕ່ລະໂຄງການຂອງການກໍ່ສ້າງໂຮງໝໍເມືອງ ແລະ ສຸກສາລາຫຼັງໃໝ່ແມ່ນຕັ້ງຢູ່ບໍລິເວນພື້ນທີ່ເກົ່າ ທີ່ຍັງມີການນຳໃຊ້ ແລະ ໃຫ້ບໍລິການຢູ່ໃນປັດຈຸບັນ. ບັນດາຕືກອາຄານຫຼັງໃໝ່ນີ້ຈະຊ່ວຍເສີມຂະຫຍາຍ ຄວາມອາດສາມາດໃນການໃຫ້ບໍລິການຂອງພະແນກສາທາລະນະສຸກແຂວງກໍ່ຄືໃຫ້ແກ່ປະຊາຊົນຢູ່ທັງ ສອງແຂວງດັ່ງກ່າວ. ເຊີ່ງມູນຄ່າການກໍ່ສ້າງຂອງໂຄງນີ້ລວມກັນແລ້ວແມ່ນຫຼາຍກວ່າ 2 ລ້ານໂດລາສະຫະລັດ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ ສປປ.ລາວ ໄດ້ເປັນກຽດ ເຂົ້າຮ່ວມໃນພິທີມອບຮັບໂຮງໝໍເມືອງຫຼັງໃໝ່ຢູ່ທີ່ເມືອງຕຸ້ມລານ ພ້ອມດ້ວຍທ່ານເຈົ້າແຂວງ ແຂວງສາລະວັນ ພະນະທ່ານ ສີສຸວັນ ວົງຈອມສີ ແລະ ຢູ່ທີ່ເມືອງທ່າແຕງ ໂດຍທ່ານເຈົ້າແຂວງ ແຂວງເຊກອງ ພະນະທ່ານ ຄຳເຜີຍ ບຸດດາວຽງ.

ໂຄງການເຫຼົ່ານີ້ແມ່ນໄດ້ຖຶກສ້າງຂື້ນບໍ່ພຽງແຕ່ຊ່ວຍເຫຼືອປະຊາຊົນລາວເທົ່ານັ້ນແຕ່ຍັງເປັນການຊ່ວຍເຫຼືອ ສປປ.ລາວ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ທ່ານນາງ ຣີນາ ບິດເຕີ ໄດ້ກ່າວວ່າ: ຂ້າພະເຈົ້າເຊື່ອວ່າໂຄງການຕ່າງໆເຫຼົ່ານີ້ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນລະຫວ່າງ ສະຫະລັດ ອາເມຣິກາ ແລະ ສປປ.ລາວ ໃຫ້ແໜ້ນແຟ້ນ ຂື້ນກວ່າເກົ່າ, ແລະ ຈະເປັນການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃນທົ່ວປະເທດອີກດ້ວຍ.

ໃນພິທີມອບຮັບຢູ່ທີ່ເມືອງສະໝ້ວຍ ແຂວງສາລະວັນ ກໍ່ໄດ້ມີບັນດາເຈົ້າໜ້າທີ່ອາວຸໂສຈາກທາງແຂວງ ແລະ ເມືອງຜູ້ຕາງໜ້າຂອງ ສປປ.ລາວ ຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ແລະ ຕາງໜ້າໃຫ້ແກ່ສະຖານເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ໂດຍທ່ານ ພັນໂທ ໂທມັດ ບູຈີລ້ອນ ເຈົ້າໜ້າທີ່ອາວຸໂສຝ່າຍປ້ອງກັນຊາດ ແລະ ທູດທະຫານ ພ້ອມດ້ວຍພະນັກງານຂອງສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາເປັນກຽດເຂົ້່າຮ່ວມ.

ໂຄງການເຫຼົ່ານີ້ແມ່ນສ່ວນໜຶ່ງຂອງການສືບຕໍ່ການຮ່ວມມື ແລະ ປະຕິບັດງານຮ່ວມກັນລະຫວ່າງ ສູນບັນຊາການກອງທັບສະຫະລັດ ອາເມຣິກາປະຈໍາພາກພື້ນປາຊີຟິກ , ກະຊວງສາທາລະນະສຸກ ແລະ ກະຊວງປ້ອງກັນປະເທດ ໃນການປັບປຸງ ແລະ ພັດທະນາລະບົບສາທາລະນະສຸກ ຢູ່ໃນ ສປປ.ລາວ ໃຫ້ນັບມື້ນັບດີຂື້ນ ເພື່ອປະກອບສ່ວນເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

No comments

Powered by Blogger.