ກຳປູເຈຍກ່າວວ່າ: ສ.ອາເມຣິກາ ບໍ່ເຄົາລົບຂະບວນການປະຊາທິປະໄຕຂອງກຳປູເຈຍ - ອິດສະຫຼະ

ກຳປູເຈຍກ່າວວ່າ: ສ.ອາເມຣິກາ ບໍ່ເຄົາລົບຂະບວນການປະຊາທິປະໄຕຂອງກຳປູເຈຍ



ສຳນັກຂ່າວຕ່າງປະເທດລາຍງານ 2 ມີນາ 2018 ວ່າ: ທ່ານ ເຟີຍ ສີພັນ ໂຄສົກລັດຖະບານກຳປູເຈຍ ກ່າວເມື່ອວັນພຸດ (28 ກຸມພາ) ທີ່ຜ່ານມາວ່າ: ລັດຖະບານພາຍໃຕ້ການນຳພາຂອງສົມເດັດ ຮຸນ ເຊນ ເສຍໃຈເປັນຢ່າງຍິ່ງຕໍ່ການທີ່ລັດຖະບານສະຫະລັດ ອາເມຣິກາ ປະກາດຢຸດຕິການຊ່ວຍເຫຼືອດ້ານງົບປະມານແກ່ກອງທັບ, ກົມພາສີ ແລະ ລັດຖະບານທ້ອງຖິ່ນ ລວມເປັນເງິນມູນຄ່າ 8.3 ລ້ານໂດລາສະຫະລັດ, ເຖິງຢ່າງໃດກໍ່ຕາມ ລັດຖະບານກຳປູເຈຍມີຄວາມພາກພູມໃຈທີ່ຈະເດີນໜ້າເພື່ອປະຕິບັດຕາມແນວທາງປະຊາທິປະໄຕຂອງກຳປູເຈຍຕໍ່ໄປ ແລະ ວິຈານການດຳເນີນມາດຕະການດັ່ງກ່າວຂອງສະຫະລັດ ອາເມຣິກາວ່າ ບໍ່ເຄົາລົບຂະບວນການປະຊາທິປະໄຕຂອງກຳປູເຈຍ.

ເຊິ່ງທຳນຽບຂາວໄດ້ອອກຖະແຫຼງການເມື່ອວັນທີ 27 ກຸມພາ ທີ່ຜ່ານມາ ໃຫ້ເຫດຜົນການຢຸດຕິຊ່ວຍເຫຼືອດ້ານການພັດທະນາແກ່ກຳປູເຈຍໃນຄັ້ງນີ້ວ່າ: ເປັນຜົນຈາກຄວາມເສື່ອມຖອຍທາງປະຊາທິປະໄຕ ໂດຍສະເພາະຢ່າງຍິ່ງການກວາດລ້າງຝ່າຍກົງຂ້າມທາງການເມືອງ ທີ່ລວມເຖິງການສັ່ງໃຫ້ຍຸບພັກກູ້ຊາດກຳປູເຈຍ ເມື່ອເດືອນພະຈິກ ປີທີ່ຜ່ານມາ ແລະ ຫຼ້າສຸດຄືການທີ່ພັກປະຊາຊົນກຳປູເຈຍຂອງສົມເດັດ ຮຸນ ເຊນ ເປັນພັກການເມືອງຂະໜາດໃຫຍ່ພັກດຽວທີ່ສົ່ງຜູ້ສະໝັກລົງເລືອກຕັ້ງສະມາຊິກສະພາສູງ ເມື່ອວັນທີ 25 ກຸມພາ ທີ່ຜ່ານມາ ແລະ ແນ່ນອນວ່າໄດ້ຮັບການເລືອກຕັ້ງທັງໝົດ 58 ສຽງຕາມຄວາມຄາດໝາຍ.

ອີກຢ່າງໜຶ່ງ, ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຍັງໄດ້ປະກາດຢຸດຕິການອອກວີຊາໃຫ້ແກ່ພົນລະເມືອງກຳປູເຈຍ ທີ່ມີພຶດຕິກຳທຳລາຍປະຊາທິປະໄຕ ຫຼັງຈາກທີ່ສານໃນນະຄອນຫຼວງພະນົມເປັນສັ່ງຍຸບພັກກູ້ຊາດກຳປູເຈຍໄດ້ບໍ່ດົນ ແລະ ຢຸດຕິຊ່ວຍເຫຼືອດ້ານງົບປະມານສະໜັບສະໜູນຄະນະກຳມະການການເລືອກຕັ້ງແຫ່ງຊາດຂອງກຳປູເຈຍ ຖືເປັນການສົ່ງສັນຍານເບື້ອງຕົ້ນວ່າ ສະຫະລັດ ອາເມຣິກາ ອາດບໍ່ຍອມຮັບຜົນການເລືອກຕັ້ງທົ່ວໄປຂອງກຳປູຸເຈຍ ທີ່ຈະຈັດຂຶ້ນໃນວັນທີ 29 ກໍລະກົດ 2018 ນີ້.

No comments

Powered by Blogger.