ທ່ານ ປູຕິນ ເປີດໂຕຂີປະນາວຸດລຸ້ນໃໝ່ທີ່ມີປະສິດທິພາບສູງ ພ້ອມກ່າວວ່າ ຍາກທີ່ສັດຕູຈະຕໍ່ຕ້ານມັນໄດ້ (ວິດີໂອ) - ອິດສະຫຼະ

ທ່ານ ປູຕິນ ເປີດໂຕຂີປະນາວຸດລຸ້ນໃໝ່ທີ່ມີປະສິດທິພາບສູງ ພ້ອມກ່າວວ່າ ຍາກທີ່ສັດຕູຈະຕໍ່ຕ້ານມັນໄດ້ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 2​ ມີນາ 2018 ວ່າ: ໃນຕອນໜຶ່ງຂອງການກ່າວຖະແຫຼງປະຈຳປີ ເມື່ອວັນພະຫັດທີ່ຜ່ານມາ ຂອງທ່ານ ປູຕິນ ປະທານປະເທດລັດເຊຍ ກ່າວວ່າໂຄງການພັດທະນາອາວຸດອານຸພາບສູງລຸ້ນຫຼ້າສຸດຫຼາຍປະເພດ ທີ່ມີປະສິດທິພາບສູງ ເຖິງຂັ້ນສັດຕູບໍ່ສາມາດຕໍ່ຕ້ານໄດ້ ໂດຍອາວຸດທີ່ຜູ້ນຳລັດເຊຍຍົກຕົວຢ່າງຂຶ້ນມານັ້ນລວມເທິງໂດຣນທີ່ຂັບເຄື່ອນດ້ວຍພະລັງນິວເຄຼຍ ແລະ ສາມາດໃຊ້ງານໃຕ້ນ້ຳທະເລໄດ້, ຂີປະນາວຸດທີ່ເດີນທາງດ້ວຍຄວາມໄວເໜືອສຽງ ແລະ ຂີປະນາວຸດຂ້າມທະວີບແບບຕິດຫົວຮົບນິວເຄຼຍ ພ້ອມທັງມີການເຜີຍແຜ່ພາບ ແລະ ວິດີໂອຂອງອາວຸດເຫຼົ່ານັ້ນອີກດ້ວຍ.


ເຊິ່ງທ່ານ ປູຕິນ ກ່າວຫວນຄືນກັບໄປເຖິງຄຳກ່າວຂອງທ່ານເອງເມື່ອປີ 2004 ວ່າ:​ ທ່ານຕ້ອງການປັບປຸງການວິໄຈ ແລະ ພັດທະນາດ້ານອາວຸດຂອງລັດເຊຍໃໝ່ທັງໝົດ ເຖິງແມ່ນວ່າໃນຕອນນັ້ນຫຼາຍຝ່າຍທັງໃນ ແລະ ຕ່າງປະເທດບໍ່ເຫັນດີກັບຄວາມຄິດຂອງທ່ານ ແຕ່ທ່ານ ປູຕິນ ກ່າວວ່າໃນຕອນນີ້ຂໍໃຫ້ທຸກຝ່າຍທົບທວນແນວຄິດນັ້ນຄືນໃໝ່, ຂະນະດຽວກັນຜູ້ນຳລັດເຊຍ ອາຍຸ 65 ປີ ທ່ານນີ້ ທີ່ທຸກຝ່າຍເຊື່ອວ່າຈະສາມາດຍາດໄດ້ໄຊຊະນະຂອງການເລືອກຕັ້ງປະທານປະເທດທີ່ຈະເກີດຂຶ້ນໃນວັນທີ 18 ມີນາ 2018 ນີ້ ຢ່າງງ່າຍດາຍ ກ່າວອີກວ່າ: ເຖິງແມ່ນວ່າປັດຈຸບັນອັດຕາຄວາມທຸກຍາກຂອງປະຊາຊົນໃນປະເທດຫຼຸດລົງຫຼາຍ ໂດຍໜ້ອຍກວ່າ 22 ລ້ານຄົນ ເຊິ່ງມີຄຸນນະພາບຊີວິດຕ່ຳກວ່າເສັ້ນຄວາມທຸກຍາກຂອງສະຫະປະຊາຊາດ ແຕ່ທ່ານໄດ້ກຳນົດເປົ້າໝາຍຫຼຸດອັດຕາຄວາມທຸກຍາກຂອງປະຊາຊົນລັດເຊຍໃຫ້ໄດ້ອີກຢ່າງໜ້ອຍເຄິ່ງໜຶ່ງພາຍໃນໄລຍະເວລາ 6 ປີຕໍ່ຈາກນີ້.

ຄຳຖະແຫຼງຂອງທ່ານ ປູຕິນ ໃນບັນຫາກ່ຽວກັບໂຄງການພັດທະນາອາວຸດປະສິດທິພາບສູງ ເກີດຂຶ້ນປະມານ 1 ເດືອນພາຍຫຼັງທີ່ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ເຜີຍແຜ່ພິມຂຽວແຜນຍຸດທະສາດນະໂຍບາຍນິວເຄຼຍສະບັບປັບປຸງຈາກປີ 2010 ມີເນື້ອໃນສຳຄັນຄື ການເພີ່ມຄັງແສງອາວຸດນິວເຄຼຍຂອງສະຫະລັດ ອາເມຣິກາ ເພື່ອໃຫ້ມີຄວາມເທົ່າທຽມ ແລະ ສາມາດຕໍ່ຕ້ານກັບລັດເຊຍ ແລະ ຈີນໄດ້ ລວມໄປເຖິງອີຣານ ແລະ ເກົາຫຼີເໜືອ, ຂະນະດຽວກັນ ເນື້ອໃນຂອງລາຍງານຍັງສະເໜີການພັດທະນາຂີປະນາວຸດໃຕ້ນ້ຳບາງລຸ້ນໃຫ້ສາມາດຕິດຕັ້ງອາວຸດນິວເຄຼຍຂະໜາດນ້ອຍ ເຊິ່ງມີນ້ຳໜັກໜ້ອຍກວ່າ 5 ກິໂລໂຕນ ທີ່ຈະຍັງຄົງຮັກສາພະລັງທຳລາຍລ້າງສູງ ແຕ່ສ້າງຄວາມເສຍຫາຍໃນວົງຈຳກັດ ເນື່ອງຈາກເຊື່ອວ່າລັດເຊຍກຳລັງພັດທະນາອາວຸດປະເພດນີ້ເຊັ່ນກັນ.
ໃນດ້ານຂອງທ່ານ ນາງ ດານາ ໄວ ໂຄສົກກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກ່າວເຖິງຂໍ້ມູນຫຼ້າສຸດທີ່ຜູ້ນຳລັດເຊຍນຳອອກມາເປີດເຜີຍ ບໍ່ແມ່ນເລື່ອງເກີນຄວາມຄາດໝາຍ ແຕ່ຂໍໃຫ້ທຸກຝ່າຍໂດຍສະເພາະປະຊາຊົນອາເມຣິກາເຊື່ອໝັ້ນວ່າ ທຸກໜ່ວຍງານຂອງກະຊວງປ້ອງກັນປະເທດກຽມພ້ອມຮັບມື ເຫດການໂຈມຕີແບບບໍ່ຄາດຝັນຕະຫຼອດເວລາ, ຂະນະດທີ່ທ່ານ ນາງ ຮິດເທີ ເນົາເອິດ ໂຄສົກກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ວິຈານຄຳຖະແຫຼງຂອງທ່ານ ປູຕິນ ວ່າເຂົ້າຂ່າຍລະເມີດຂໍ້ຕົກລົງສອງຝ່າຍທີ່ລົງນາມຮ່ວມກັນຢ່າງຮ້າຍແຮງ ເນື່ອງຈາກສິ່ງທີ່ອີກຝ່າຍນຳອອກມາເປີດເຜີຍນັ້ນບົ່ງບອກຊັດເຈນເຖິງແຜນການຂອງລັດເຊຍໃນການໂຈມຕີສະຫະລັດ ອາເມຣິກາ ດ້ວຍອາວຸດນິວເຄຼຍ ຍິ່ງໄປກວ່ານັ້ນ ໜຶ່ງໃນວິດີໂອເປັນການຈຳລອງການຍີງຂີປະນາວຸດເຂົ້າໃສ່ລັດຟໍຣິດາອີກດ້ວຍ.

ເຊິ່ງສະຫະລັດ ອາເມຣິກາ ແລະ ລັດເຊຍ ໄດ້ລົງນາມຮ່ວມກັນໃນສົນທິສັນຍາອາວຸດນິວເຄຼຍພິໄສກາງ ເມື່ອເດືອນທັນວາ 1987 ມີເນື້ອໃນສຳຄັນຄື ການຫ້າມທັງສອງປະເທດຜະລິດ ແລະ ທົດລອງຂີປະນາວຸດທີ່ມີພິໄສການຍິງໃນໄລຍະ 500-5,500 ກິໂລແມັດ ແລະ ຕໍ່ມາໃນປີ 2010 ທັງສອງປະເທດລົງນາມຮ່ວມກັນໃນສົນທິສັນຍາສັນຕິພາບສອງຝ່າຍ ວ່າດ້ວຍການຫຼຸດຈຳນວນອາວຸດນິວເຄຼຍ ເຊິ່ງສົນທິສັນຍາມີຜົນເມື່ອເດືອນກຸມພາ 2011 ແລະ ຈະໝົດອາວຸດໃນປີ 2021.





No comments

Powered by Blogger.