ລັດຖະບານອາຟະການິດສະຖານ ສະແດງຈຸດຢືນຕ້ອງການເຈລະຈາສັນຕິພາບກັບກຸ່ມຕາລີບັນ - ອິດສະຫຼະ

ລັດຖະບານອາຟະການິດສະຖານ ສະແດງຈຸດຢືນຕ້ອງການເຈລະຈາສັນຕິພາບກັບກຸ່ມຕາລີບັນ



ສຳນັກຂ່າວຕ່າງປະເທດລາຍງານ 1 ມີນາ 2018 ວ່າ: ທ່ານ ອັສຣາບ ການີ ປະທານປະເທດອາຟະການິດສະຖານ ກ່າວຕໍ່ກອງປະຊຸມການຮ່ວມມືດ້ານສັນຕິພາບ ແລະ ຄວາມໝັ້ນຄົງ ຄັ້ງທີ 2 ທີ່ນະຄອນຫຼວງກາບູນ ເມື່ອວັນພຸດ (28 ກຸມພາ) ທີ່ຜ່ານມາ ທີ່ມີຕົວແທນລັດຖະບານຈາກ 20 ກວ່າປະເທດເຂົ້າຮ່ວມວ່າ: ລັດຖະບານອາຟະການິດສະຖານຫວັງເປັນຢ່າງຍິ່ງວ່າ ຈະເປັນການເປີດທາງໄປສູ່ການເຈລະຈາສັນຕິພາບກັບກຸ່ມຕາລີບັນ ໂດຍການສະເໜີຮັບຮອງເອົາກຸ່ມຕາລີບັນໃນຖານະອົງກອນທາງການເມືອງ, ການຢຸດຍິງ, ການປ່ອຍຕົວນັກໂທດການເມືອງ ແລະ ການຫຼຸດຜ່ອນການຂວໍ້າບາດ, ລວມໄປເຖິງການຍອມຮັບໃຫ້ກຸ່ມຕາລີບັນເຂົ້າມາມີສ່ວນຮ່ວມໃນຂະບວນການຮ່າງລັດຖະທຳມະນູນ ເພື່ອປະຕິຮູບການເມືອງອີກດ້ວຍ, ເຖິງຢ່າງໃດກໍ່ຕາມ ກຸ່ມຕາລີບັນຕ້ອງຍອມຮັບວ່າ ລັດຖະບານອາຟະການິດສະຖານຊຸດປັດຈຸບັນ ໃນຖານະລັດຖະບານທີ່ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍຂອງອາຟະການິດສະຖານ.



ການເຄື່ອນໄຫວດັ່ງກ່າວຖືເປັນການສົ່ງສັນຍານປະນີປະນອມຄັ້ງສຳຄັນຂອງທ່ານ ອາສຣາບ ການີ ເຊິ່ງຕະຫຼອດໄລຍະທີ່ຜ່ານມານັ້ນ ກຸ່ມຕາລີບັນຖືກຂະໜານນາມວ່າເປັນ ກຸ່ມກໍ່ການຮ້າຍ ຫຼື ກຸ່ມກະບົດ ມາໂດຍຕະຫຼອດ ແລະ ຍັງເປັນການສະແດງທ່າທີ່ຜ່ອຍຄາຍກ່ອນຂອງຝ່າຍລັດຖະບານ ພາຍຫຼັງທີ່ກຸ່ມຕາລີບັນຍື່ນຂໍ້ສະເໜີເມື່ອກາງເດືອນກຸມພາ ທີ່ຜ່ານມາ ຂໍເຈລະຈາໂດຍກົງກັບສະຫະລັດ ອາເມຣິກາ ແຕ່ຍັງບໍ່ເຄີຍໄດ້ຍື່ນຂໍ້ສະເໜີດຽວກັນນີ້ກັບລັດຖະບານອາຟະການິດສະຖານ, ເຖິງຢ່າງໃດກໍ່ຕາມ ລັດຖະບານສະຫະລັດ ອາເມຣິກາ ຕີລາຄາວ່າ ຂໍ້ສະເໜີຂອງກຸ່ມຕາລີບັນຍັງຂາດຄວາມຈິງໃຈ.


ເຊິ່ງສົງຄາມໃນອາຟະການິດສະຖານ ຖືເປັນສະໜາມຮົບໃນຕ່າງປະເທດທີ່ແກ່ຍາວທີ່ສຸດ ແລະ ສິ້ນເປືອງທີ່ສຸດໃນປະຫວັດສາດຂອງສະຫະລັດ ອາເມຣິກາ ດ້ວຍງົບປະມານທີ່ສູນເສຍໄປແລ້ວຫຼາຍກວ່າ 500,000 ລ້ານໂດລາສະຫະລັດ ໂດຍລັດຖະບານສະຫະລັດ ອາເມຣິກາ ພາຍໃຕ້ການນຳຂອງທ່ານ ຈອດ ດັບເບິນຢູ ບຸສ ໄດ້ປະຕິບັດການແຊກແຊງທາງທະຫານໃນອາຟະການິດສະຖານ ເມື່ອທ້າຍປີ 2001 ພຽງບໍ່ດົນຫຼັງຈາກເກີດເຫດໂສກອະນາດຕະກຳ 911 (ຍົນຕຳຕຶກ), ສະຫະລັດ ອາເມຣິກາເຄີຍປະຈຳການທະຫານໃນອາຟະການິດສະຖານຫຼາຍເຖິງ 100,000 ຄົນ ກ່ອນຄອຍໆຫຼຸດກຳລັງພົນລົງຕັ້ງແຕ່ທ້າຍປີ 2013 ຈົນເຫຼືອປະທານ 16,000 ຄົນໃນປັດຈຸບັນ.


No comments

Powered by Blogger.