ກະບອກສຽງພັກຄອມມູນິດຈີນກ່າວ:​ ການແກ້ໄຂລັດຖະທຳມະນູນ ໃຫ້ຜູ້ນຳປະເທດຢູ່ເກີນ 2 ສະໄໝ ບໍ່ໄດ້ໝາຍຄວາມວ່າຈະຢູ່ໄດ້ຕະຫຼອດຊີວິດ - ອິດສະຫຼະ

ກະບອກສຽງພັກຄອມມູນິດຈີນກ່າວ:​ ການແກ້ໄຂລັດຖະທຳມະນູນ ໃຫ້ຜູ້ນຳປະເທດຢູ່ເກີນ 2 ສະໄໝ ບໍ່ໄດ້ໝາຍຄວາມວ່າຈະຢູ່ໄດ້ຕະຫຼອດຊີວິດ



ສຳນັກຂ່າວຕ່າງປະເທດລາຍງານ 1 ມີນາ 2018 ວ່າ: ບົດບັນນາທິການສະບັບວັນພະຫັດນີ້ ຂອງໜັງສືພິມ The People’s Daily ໜຶ່ງໃນກະບອກສຽງຂອງພັກຄອມມູນິດຈີນ ມີເນື້ອໃນສຳຄັນວ່າ: ແນວຄິດຂອງຄະນະກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ໃນການສະເໜີແຜນການແກ້ໄຂລັດຖະທຳມະູນ ໃຫ້ຜູ້ດຳລົງຕຳແໜ່ງປະທານປະເທດ ແລະ ຮອງປະທານປະເທດ ຢູ່ໃນວາລະໄດ້ດົນກວ່າ 2 ສະໄໝ ຫຼື 10 ປີນັ້ນ ມີຈຸດປະສົງສຳຄັນຄື ເພື່ອສ້າງສະຖຽນລະພາບ ແລະ ຄວາມໝັ້ນຄົງໃຫ້ກັບພັກຄອມມູນິດໃນທຸກດ້ານ, ການປ່ຽນແປງທີ່ຈະເກີດຂຶ້ນບໍ່ໄດ້ໝາຍຄວາມວ່າຈະສົ່ງຜົນກະທົບຕໍ່ລະບົບກະສຽນອາຍຸຂອງສະມາຊິກທຸກລະດັບໃນພັກຄອມມູນິດຈີນ ແລະ ສະມາຊິກຜູ້ເຮັດໜ້າທີ່ຄະນະຜູ້ປົກຄອງປະເທດ, ນອກນີ້ຍັງບໍ່ໄດ້ໝາຍຄວາມວ່າ ຈະເປັນການເປີດທາງໃຫ້ສະມາຊິກລະດັບສູງຢູ່ໃນຕຳແໜ່ງຕະຫຼອດຊີວິດອີກດ້ວຍ.


ບົດຄວາມຂອງ The People’s Daily ຍັງກ່າວອີກວ່າ ລັດຖະທຳມະນູນຂອງພັກຄອມມູນິດຈີນ ລະບຸຊັດເຈນວ່າ ຜູ້ນຳປະທານບໍ່ສາມາດຢູ່ໃນຕຳແໜ່ງໄດ້ຕະຫຼອດໄປ ແລະ ຄວນກະສຽນຕົວເອງເມື່ອສຸຂະພາບຮ່າງກາຍບໍ່ອຳນວຍແກ່ການປະຕິບັດໜ້າທີ່ແລ້ວ, ນອກຈາກນີ້ພັກຄອມມູນິດຈີນຍັງມີທຳນຽບປະຕິບັດໃນເລື່ອງຂອງການບໍ່ເລື່ອນຂັ້ນໃຫ້ແກ່ສະມາຊິກທີ່ມີອາຍຸ 68 ປີຂຶ້ນໄປອີກດ້ວຍ, ປັດຈຸບັນທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ມີອາຍຸ 64 ປີ ແລະ ເມື່ອຄົບວາລະຂອງການດຳລົງຕຳແໜ່ງຜູ້ນຳຈີນສະໄໝທີ 2 ໃນປີ 2023 ທ່ານຈະມີອາຍຸ 69 ປີ ໂດຍໃນກອງປະຊຸມໃຫຍ່ພັກຄອມມູນິດຈີນມີມະຕິເລືອກໃຫ້ທ່ານ ສີ ຈິ້ນຜິງ ດຳລົງຕຳແໜ່ງເລຂາທິການໃຫຍ່ພັກຄອມມູນິດຈີນ ເປັນສະໄໝທີ 2 ເມື່ອເດືອນຕຸລາ 2017 ທີ່ຜ່ານມາ ແລະ ສະພາປະຊາຊົນແຫ່ງຊາດຈີນ ມີກຳນົດທີ່ຈະລົງມະຕິຮັບຮອງເອົາທ່ານ ສິ ຈິ້ນຜິງ ໃຫ້ເປັນປະທານປະເທດສະໄໝທີ 2 ຢ່າງເປັນທາງການໃນເດືອນນີ້.



No comments

Powered by Blogger.