ແຫຼ່ງຜະລິດໄຟຟ້າຂອງລາວ ຈະມີເຖິງ 100 ແຫ່ງໃນປີ 2020-2021 ແລະ 85% ແມ່ນສົ່ງອອກ - ອິດສະຫຼະ

ແຫຼ່ງຜະລິດໄຟຟ້າຂອງລາວ ຈະມີເຖິງ 100 ແຫ່ງໃນປີ 2020-2021 ແລະ 85% ແມ່ນສົ່ງອອກ



ສຳນັກຂ່າວສານປະເທດລາວລາຍງານ: ໃນວັນທີ 29-30 ມີນາ 2018 ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມປະຈຳປີ 2017 ແລະ ສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ຄັ້ງທີ 8 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບຜົນການຈັດຕັ້ງປະຕິບັດຂອງແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄລຍະ 5 ປີ (2016-2020) ແລະ ແຜນສຳລັບປີ 2018. ພ້ອມດຽວກັນກໍ່ຈະໄດ້ຄົ້ນຄວ້າ ປະກອບຄຳຄິດຄຳເຫັນເພື່ອປັບປຸງທິດທາງ, ໜ້າທີ່ ແລະ ບັນດາຄາດໝາຍ ໃຫ້ເຂົ້າສູ່ແຜນງານລະອຽດຂອງຂະແໜງການ ໃນໄລຍະແຜນພັດທະນາດັ່ງກ່າວ.

ທ່ານ ຄຳມະນີ ອິດທິລາດ ໄດ້ໃຫ້ຮູ້ວ່າ: ໃນຊຸມປີທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ໄດ້ຮັບຜົນສຳເລັດ ໃນການພັດທະນາອຸດສາຫະກຳພະລັງງານໄຟຟ້າ ທີ່ໜັກແໜ້ນຕໍ່ເນື່ອງ, ເຊິ່ງມາຮອດປັດຈຸບັນ ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 53 ແຫ່ງ ລວມກຳລັງຕິດຕັ້ງ 7,082 MW, ສາມາດຜະລິດກະແສໄຟຟ້າໄດ້ປະມານ 37,028 ລ້ານ KWh/ປີ.

ພ້ອມດຽວກັນກໍ່ຍັງມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ກຳລັງກໍ່ສ້າງ ແລະ ກຳລັງລົງມືກໍ່ສ້າງອີກ 47 ແຫ່ງ ຄາດວ່າຈະສ້າງສຳເລັດທັງໝົດໃນໄລຍະປີ 2020-2021 ແລະ ໃນເວລານັ້ນ ສປປ.ລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າ 100 ແຫ່ງທົ່ວປະເທດ, ມີກຳລັງຕິດຕັ້ງປະມານ 13,862 MW ແລະ ມີກຳລັງການຜະລິດປະມານ 66,944 ລ້ານ KWh/ປີ. ໃນນີ້, ປະມານ 85% ຈະສົ່ງອອກຈຳໜ່າຍໄປຕ່າງປະເທດ.

No comments

Powered by Blogger.