ພຶດຕິກຳພະນັກງານທີ່ດິນເສື່ອມ ລັດອອກຂໍ້ຫ້າມ ຫາກຝ່າຝືນຈະປະຕິບັດຕາມລະບຽບ-ກົດໝາຍຢ່າງເຂັ້ມງວດ - ອິດສະຫຼະ

ພຶດຕິກຳພະນັກງານທີ່ດິນເສື່ອມ ລັດອອກຂໍ້ຫ້າມ ຫາກຝ່າຝືນຈະປະຕິບັດຕາມລະບຽບ-ກົດໝາຍຢ່າງເຂັ້ມງວດ



ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ເລກທີ 1369/ກຊສ ລົງວັນທີ 28 ມີນາ 2018 ວ່າດ້ວຍຂໍ້ຫ້າມ ແລະ ວິໄນຂອງພະນັກງານ-ລັດຖະກອນ ຂະແໜງທີ່ດິນ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຄວາມເປັນແບບຢ່າງນຳພາຂອງພະນັກງານລັດຖະກອນຂະແໜງທີ່ດິນ ໃຫ້ມີລະບຽບວິໄນ, ຈັນຍາບັນ ແລະ ນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ມີຄວາມໂປ່ງໃສ, ເຂັ້ມງວດ ໃນການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ພະຍາດອາດຍາສິດ ແລະ ປະກົດການຫຍໍ້າທໍ້ດ້ານຕ່າງໆຕາມຄຳຂວັ້ນທີ່ວ່າ: “ເຮັດໃຫ້ດີ, ເຮັດໃຫ້ໄວ, ເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມກົດໝາຍ”.

ພະນັກງານ-ລັດຖະກອນຂອງຂະແໜງທີ່ດິນ ທີ່ປະຈຳການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນນອກຈາກປະຕິບັດຕາມຂໍ້ຫ້າມ ທີ່ກຳນົດໃນກົດໝາຍ ແລະ ລະບຽບການອື່ນໆແລ້ວ ຕ້ອງປະຕິບັດຕາມຂໍ້ຫ້າມທີ່ຕິດພັນກັບວຽກງານຂະແໜງທີ່ດິນສະເພາະດັ່ງນີ້:

1. ຫ້າມສວຍໃຊ້ອຳນາດ, ຕຳແໜ່ງ, ໜ້າທີ່, ເມີນເສີຍຕໍ່ການປະຕິບັດໜ້າທີ່, ກົດໜ່ວງ ຫຼື ຖ່ວງດຶງການຄົ້ນຄວ້າເອກະສານ, ທວງເອົາ, ຂໍເອົາ ແລະ ຮັບສິນບົນຈາກເຈົ້າຂອງສິດໃຊ້ ຫຼື ສິດນຳໃຊ້ທີ່ດິນ, ເຈົ້າຂອງໂຄງການ ແລະ ກິດຈະການຕ່າງໆກ່ຽວກັບທີ່ດິນ.

2. ຫ້າມສົມຮູ້ຮ່ວມຄິດກັບບຸກຄົນ ຫຼື ນິຕິບຸກຄົນ ເພື່ອລັກໂລບ ຫຼື ສໍ້ໂກງ, ຈັບຈອງ, ບຸກເບີກ ແລະ ຄອບຄອງທີ່ດິນຂອງລັດ ຫຼື ຂອງບຸກຄົນ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ, ຈຸ້ມເຈື້ອ, ພັກພວກ ຫຼື ໜູ່ຄະນະ.

3. ຫ້າມເປັນນາຍໜ້າ ໃນການແລ່ນເອກະສານທີ່ດິນ ໃຫ້ບຸກຄົນ ຫຼື ນິຕິບຸກຄົນ.

4. ຫ້າມຍັກຍອກສໍ້ໂກງເອົາທີ່ດິນຂອງລັດ, ບຸກຄົນ ແລະ ນິຕິບຸກຄົນ.

5. ຫ້າມຍ້າຍ, ປ່ຽນແປງ ຫຼື ທຳລາຍຫຼັກເຂດແດນທີ່ດິນ ໂດຍເຈົ້າຂອງດິນຂ້າງຄຽງບໍ່ໄດ້ເຂົ້າຮ່ວມ ເພື່ອຫວັງທຳລາຍຫຼັກຖານ.

6. ຫ້າມທຳລາຍ ຫຼື ປອມແປງເອກະສານຫຼັກຖານຂໍ້ມູນເຊັ່ນ: ປອມແປງລາຍເຊັນ, ຕາປະທັບ, ສຳນວນເອກະສານທີ່ດິນ ແລະ ບັນຊີຂໍ້ມູນທີ່ດິນ ທີ່ຢັ້ງຢືນເປັນຫຼັກຖານການວັດແທກທີ່ດິນ, ການຂຶ້ນທະບຽນທີ່ດິນ, ອອກໃບຕາດິນ, ການຈົດທະບຽນນິຕິກຳກ່ຽວກັບທີ່ດິນ, ຂໍ້ມູນກ່ຽວກັບການສຳຫຼວດວັດແທກທີ່ດິນ, ບັນຊີລາຍຮັບ-ລາຍຈ່າຍກ່ຽວກັບທີ່ດິນ ແລະ ອື່ນໆ.

7. ຫ້າມປະຕິບັດໜ້າທີ່ ໂດຍບໍ່ມີຄວາມຍຸຕິທຳ, ລຳອຽງ, ບໍ່ຖືກຕ້ອງຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເຄື່ອນໄຫວກ່ຽວກັບວຽກງານທີ່ດິນ.

ຫາກພະນັກງານ-ລັດຖະກອນ ຂອງຂະແໜງທີ່ດິນ ມີພຶດຕິກຳ ຫຼື ການກະທຳທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ, ລະເມີດຂໍ້ຫ້າມຕາມຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດວິໄນຕາມແຕ່ລະຂັ້ນດັ່ງນີ້:

1. ຂັ້ນທີ່ໜຶ່ງ: ຕິຕຽນ ໂດຍບັນທຶກຄວາມຜິດໄວ້ເປັນຫຼັກຖານ.

2. ຂັ້ນທີສອງ: ກ່າວເຕືອນ ໂດຍໃຫ້ຂຽນໃບສຳຫຼວດຕົນເອງ ແລະ ບັນທຶກຄວາມຜິດໄວ້ເປັນຫຼັກຖານ.

3. ຂັ້ນທີສາມ: ໂຈະການເລື່ອນຂັ້ນເງິນເດືອນ ແລະ ການຍ້ອງຍໍ, ຫຼຸດຕຳແໜ່ງບໍລິຫານ ຫຼື ຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າເກົ່າ, ປົດຕຳແໜ່ງບໍລິຫານ ພ້ອມທັງບັນທຶກໄວ້ໃນສຳນວນເອກະສານປະຫວັດຂອງພະນັກງານ-ລັດຖະກອນ.

4. ຂັ້ນທີສີ່: ໃຫ້ອອກຈາກລັດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ໃນກໍລະນີ ເປັນການກະທຳຜິດທາງອາຍາ ຫຼື ເປັນການລະເມີດທາງແພ່ງ ພະນັກງານ-ລັດຖະກອນ ຜູ້ນັ້ນຈະຖືກດຳເນີນຄະດີ ຕາມຂະບວນການຍຸຕິທຳ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.





No comments

Powered by Blogger.