ເກົາຫຼີເໜືອ-ໃຕ້ ພົບປະເພື່ອກຽມຄວາມພ້ອມ ຈັດຕັ້ງການປະຊຸມສຸດຍອດລະຫວ່າງຜູ້ນຳຂອງຕົນ - ອິດສະຫຼະ

ເກົາຫຼີເໜືອ-ໃຕ້ ພົບປະເພື່ອກຽມຄວາມພ້ອມ ຈັດຕັ້ງການປະຊຸມສຸດຍອດລະຫວ່າງຜູ້ນຳຂອງຕົນ



ສຳນັກຂ່າວຕ່າງປະເທດລາຍງານ 29 ມີນາ 2018 ວ່າ: ທ່ານ ໂຊ ມະຢອງ-ກະຢອນ ລັດຖະມົນຕີກະຊວງລວມຊາດຂອງເກົາຫຼີໃຕ້ ໄດ້ນຳຄະນະຍ່າງຂ້າມເສັ້ນແບ່ງເຂດປອດທະຫານ ບໍລິເວນພື້ນທີ່ຄວາມໝັ້ນຄົງຮ່ວມ ທີ່ເປັນຊາຍແດນຂອງສອງປະເທດ ໄປຍັງຕຶກທົງກິວກັກ ໃນເຂດບ້ານປັນມຸນຈອມຝັ່ງເກົາຫຼີເໜືອ ເພື່ອປຶກສາຫາລືກັບຄະນະເຈົ້າໜ້າທີ່ຂອງລັດຖະບານເກົາຫຼີເໜືອ ທີ່ນຳໂດຍທ່ານ ຣີ ຊອນ-ກະວອນ ປະທານຄະນະກຳມາທິການລວມຊາດຢ່າງສັນຕິຂອງເກົາຫຼີເໜືອ ເພື່ອກຽມຄວາມພ້ອມສຳລັບການພົບປະຫາລືຄັ້ງສຳຄັນລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃນທ້າຍເດືອນເມສາ 2018 ນີ້.


ເຊິ່ງທ່ານ ຣີ ຊອນ-ກະວອນ ກ່າວໃນຕອນໜຶ່ງຂອງການປະຊຸມ ສະແດງຄວາມຊົມເຊີຍຕໍ່ທິດທາງຂອງສາຍພົວພັນລະຫວ່າງສອງເກົາຫຼີ ທີ່ດີຂຶ້ນເປັນລຳດັບນັບຕັ້ງແຕ່ຕົ້ນປີນີ້ ເປັນຕົ້ນມາ, ໂດຍສະເພາະໃນໄລຍະຂອງການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ທີ່ເກົາຫຼີໃຕ້ເປັນເຈົ້າພາບ ເມື່ອເດືອນກຸມພາ ທີ່ຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າການພົບປະຫາລືລະຫວ່າງຜູ້ນຳຂອງທັງສອງປະເທດ ຈະເປັນການປູທາງສູ່ການເຕີມເຕັມຄວາມຫວັງ ແລະ ຄວາມປາດຖະໜາຂອງທັງສອງຝ່າຍ, ຂະນະທີ່ທ່ານ ໂຊ ມະຢອງ-ກະຢອນ ກ່າວວ່າ ການປະຊຸມລະຫວ່າງຜູ້ນຳເກົາຫຼີໃຕ້ ກັບ ຜູ້ນຳເກົາຫຼີເໜືອໃນຄັ້ງນີ້ ຈະຖືເປັນຜົນສຳເລັດ ຕໍ່ເນື່ອງຈາກສະຖານະການໃນປັດຈຸບັນ ທີ່ເປັນຜົນມາຈາກການຕັດສິນໃຈຂອງລັດຖະບານທັງສອງປະເທດ ໂດຍການປະຊຸມຄັ້ງນີ້ຈະເປັນຄັ້ງທີ 3 ຕໍ່ຈາກການພົບປະຫາລືລະຫວ່າງທ່ານ ຄິມ ຈອງ-ອິວ ປະທານປະເທດເກົາຫຼີເໜືອໃນໄລຍະນັ້ນ ກັບ ປະທານປະເທດເກົາຫຼີໃຕ້ ທ່ານ ຄິມ ແດ-ຈຸງ ເມື່ອປີ 2003 ແລະ ທ່ານ ໂນ ມູ-ຮະຢອນ ເມື່ອປີ 2007.


ອີກຢ່າງໜຶ່ງ, ການພົບປະຫາລືລະຫວ່າງຜູ້ນຳສອງເກົາຫຼີ ເກີດຂຶ້ນພາຍຫຼັງການເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງຂອງທ່ານ ຄິມ ຈອງ-ອຶນ ເມື່ອຕົ້ນອາທິດນີ້, ທີ່ຖືເປັນການເດີນທາງອອກນອກປະເທດຢ່າງເປັນທາງການຄັ້ງທຳອິດຂອງຜູ້ນຳລຸ້ນທີ 3 ຈາກຕະກຸນຄິມ ນັບຕັ້ງແຕ່ຂຶ້ນສູ່ອຳນາດເມື່ອທ້າຍປີ 2011 ເຊິ່ງບໍ່ພຽງແຕ່ເປັນການສ້າງຄວາມປະຫຼາດໃຈໃຫ້ກັບສະຫະລັດ ອາເມຣິກາ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ທີ່ຍອມຮັບວ່າ: ບໍ່ຮູ້ຈັກມາກ່ອນ, ໂດຍມີນັກວິເຄາະກ່າວວ່າ: ການທີ່ທ່ານ ຄິມ ຈອງ-ອຶນ ເດີນທາງໄປພົບປະກັບທ່ານ ສີ ຈິ້ນຜິງ ກ່ອນພົບປະກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ແລະ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເປັນອີກຄັ້ງໜຶ່ງທີ່ເກົາຫຼີເໜືອເດີນເກມໄດ້ຢ່າງສະຫຼຽວສະຫຼາດ ເພື່ອເພີ່ມອຳນາດຕໍ່ລອງໃນຫຼາຍບັນຫາ ທີ່ລວມເຖິງເລື່ອງເສດຖະກິດ ແລະ ການຢຸດຕິໂຄງການນິວເຄຼຍ.




No comments

Powered by Blogger.