ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ຈະຢ້ຽມຢາມເກົາຫຼີເໜືອ ຄັ້ງທຳອິດໃນຮອບ 11​ ປີ - ອິດສະຫຼະ

ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ຈະຢ້ຽມຢາມເກົາຫຼີເໜືອ ຄັ້ງທຳອິດໃນຮອບ 11​ ປີ



ສຳນັກຂ່າວຕ່າງປະເທດລາຍງານ 30 ເມສາ 2018 ວ່າ: ກະຊວງການຕ່າງປະເທດຂອງຈີນ ອອກຖະແຫຼງການວ່າ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຈີນ ມີກຳນົດເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ຂອງເກົາຫຼີເໜືອ ໃນລະຫວ່າງວັນທີ 2-3 ພຶດສະນາ 2018 ນີ້, ຕາມຄຳເຊີນຂອງທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ, ໂດຍທ່ານ ຫວັງ ອີ້ ຈະຖືເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຄົນທຳອິດໃນຮອບ 11 ປີ ທີ່ເດີນທາງຢ້ຽມຢາມເກົາຫຼີເໜືອຢ່າງເປັນທາງການ ນັບຕັ້ງແຕ່ທ່ານ ຢາງ ເຈຍສື້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ເຂົ້າພົບທ່ານ ຄິມ ຈອງ-ອິວ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ນະຄອນຫຼວງປຽງຢາງ ເມື່ອເດືອນມິຖຸນາ 2007.

ເຊິ່ງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອເອງ ກໍ່ໄດ້ເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງ ເມື່ອທ້າຍເດືອນມີນາ ທີ່ຜ່ານມາ ເຊິ່ງຖືເປັນຄັ້ງທຳອິດເຊັ່ນກັນ ທີ່ທ່ານ ຄິມ ຈອງ-ອຶນ ເດີນທາງອອກນອກປະເທດຢ່າງເປັນທາງການ ນັບຕັ້ງແຕ່ຮັບຕຳແໜ່ງເປັນຜູ້ນຳສູງສຸດເມື່ອທ້າຍປີ 2011 ແລະ ຕໍ່ຈາກນັ້ນພຽງເດືອນດຽວ ທ່ານ ຄິມ ຈອງ-ອຶນ ກໍ່ໄດ້ສ້າງປະຫວັດສາດເປັນຜູ້ນຳສູງສຸດຄົນທຳອິດຂອງເກົາຫຼີເໜືອ ທີ່ເດີນທາງຂ້າມເສັ້ນແບ່ງເຂດແດນໄປຍັງເກົາຫຼີໃຕ້ ເພື່ອພົບປະຫາລືກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ເຂດປອດທະຫານ ພື້ນທີ່ຄວາມໝັ້ນຄົງຮ່ວມ ບ້ານປັນມຸນຈອມ ທີ່ເປັນຊາຍແດນລະຫວ່າງສອງປະເທດ ເມື່ອວັນສຸກ ທີ 27 ເມສາ 2018 ທີ່ຜ່ານມາ ແລະ ທັງສອງຝ່າຍໄດ້ລົງນາມໃນປະຕິຍານປັນມຸນຈອມ ທີ່ເປັນການເປີດທາງໄປສູ່ການຢຸດຕິສົງຄາມເກົາຫຼີຢ່າງເປັນທາງກນ ພາຍໃນປີນີ້ ເນື່ອງຈາກການທີ່ສົງຄາມເກົາຫຼີໃນລະຫວ່າງປີ 1950 ເຖິງ 1953 ນັ້ນແມ່ນສະຫງົບເສິກດ້ວຍຂໍ້ຕົກລົງຢຸດຍິງເທົ່ານັ້ນ ບໍ່ແມ່ນສົນທິສັນຍາສັນຕິພາບ.

ເຖິງຢ່າງໃດກໍ່ຕາມ, ຕາມຫຼັກການແລ້ວ ການບັນລຸສົນທິສັນຍາສັນຕິພາບຢູ່ແຫຼມເກົາຫຼີ ຕ້ອງມີການປຶກສາຫາລື ແລະ ຮ່ວມລົງນາມຈາກທັງຈີນ ແລະ ສະຫະລັດ ອາເມຣິກາ ເຊິ່ງຮ່ວມລົງນາມໃນຂໍ້ຕົກລົງຢຸດຍິງເມື່ອ 65 ປີກ່ອນ ໂດຍຜູ້ນຳເກົາຫຼີເໜືອ ແລະ ເກົາຫຼີໃຕ້ເຫັນດີຮ່ວມກັນວ່າ ຈະຕ້ອງມີການປຶກສາຫາລືກັບທັງສອງປະເທດດັ່ງກ່າວ.

ໃນເວລາດຽວກັນ, ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າ ເກົາຫຼີເໜືອຈະເລີ່ມປັບເວລາມາດຕະຖານໃຫ້ເທົ່າກັບເກົາຫຼີໃຕ້ ນັບຕັ້ງແຕ່ວັນທີ 5 ພຶດສະພາ 2018 ນີ້ເປັນຕົ້ນໄປ, ພາຍຫຼັງຕະຫຼອດໄລຍະ 3 ປີທີ່ຜ່ານມາເກົາຫຼີເໜືອໄດ້ກຳນົດເວລາໃຫ້ຊ້າກວ່າຂອງເກົາຫຼີໃຕ້ 30 ນາທີ ໂດຍໃນຕອນນັ້ນລັດຖະບານເກົາຫຼີເໜືອໃຫ້ເຫດຜົນວ່າ ປີ 2015 ເປັນວາລະຄົບຮອບ 70 ປີຂອງການປົດປ່ອຍແຫຼມເກົາຫຼີຈາກການຢຶດຄອງຂອງຈັກກະພັດຍີ່ປຸ່ນ ແລະ ບໍ່ຕ້ອງການໃຫ້ເກົາຫຼີເໜືອໃຊ້ເວລາດຽວກັບເກົາຫຼີໃຕ້ ເຊິ່ງເປັນເວລາດຽວກັນກັບນະຄອນຫຼວງໂຕກຽວ.


No comments

Powered by Blogger.