ຄວາມເຄັ່ງຕຶງລະຫວ່າງຟິລິບປິນ-ກູເວດ ເພີ່ມເປັນທະວີຄູນ ປ.ດູເຕເຕ ຮຽກຮ້ອງໃຫ້ແຮງງານໃນກູເວດກັບປະເທດ - ອິດສະຫຼະ

ຄວາມເຄັ່ງຕຶງລະຫວ່າງຟິລິບປິນ-ກູເວດ ເພີ່ມເປັນທະວີຄູນ ປ.ດູເຕເຕ ຮຽກຮ້ອງໃຫ້ແຮງງານໃນກູເວດກັບປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 29 ເມສາ 2018 ວ່າ: ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນກ່າວເມື່ອວັນເສົາທີ່ຜ່ານມາວ່າ: ມາດຕະການສັ່ງຫ້າມແຮງງານຟິລິບປິນໄປປະເທດກູເວດ ທີ່ທ່ານໄດ້ອອກຄຳສັ່ງໄປເມື່ອເດືອນກຸມພາ ທີ່ຜ່ານມາ ຈາກກໍລະນີແມ່ບ້ານຊາວຟິລິບປິນຖືກຂ້າໃນກູເວດ ເມື່ອປີທີ່ຜ່ານມານັ້ນ ມີຜົນບັງຄັບໃຊ້ຢ່າງຖາວອນ ໝາຍຄວາມວ່າຈາກນີ້ກະຊວງແຮງງານຟິລິບປິນ ຈະບໍ່ຈັດຫາງານ ແລະ ເຝິກອົບຮົມແຮງງານສົ່ງໄປຍັງປະເທດກູເວດ, ໂດຍສະເພາະອາຊີບແມ່ບ້ານ ແລະ ກ່າວເຖິງສະຖານະການໃນຕອນນີ້ວ່າ ຕົກຕ່ຳຫຼາຍ.


ຂະນະດຽວກັນ, ທ່ານໂຣດຼິໂກ ດູເຕເຕ ຮຽກຮ້ອງໃຫ້ແຮງງານຟິລິບປິນໃນກູເວດ ທີ່ປັດຈຸບັນມີຢູ່ຫຼາຍກວ່າ 262,000 ຄົນ ແລະ ປະມານ 60% ໃຊ້ແຮງງານເປັນແມ່ບ້ານ ໃຫ້ເດີນທາງກັບປະເທດ ເຊິ່ງລັດຖະບານຈະອຳນວຍຄວາມສະດວກໃຫ້ຢ່າງເຕັມທີ່ ແລະ ຜູ້ນຳຟິລິບປິນກ່າວເຖິງແມ່ນບ້ານທີ່ເຈົ້າໜ້າທີ່ສະຖານທູດໃນກູເວດໃຫ້ການຊ່ວຍເຫຼືອໃຫ້ລອດພົ້ນຈາກການຖືກທາລຸນໂດຍນາຍຈ້າງວ່າ ຈະຕ້ອງເດີນທາງກັບປະເທດໃຫ້ໄວທີ່ສຸດ, ທ່ານ ໂຣດຼິໂກ ດູເຕເຕ ກ່າວອີກວ່າ ແຮງງານຟິລິບປິນທີ່ເດີນທາງກັບຈາກປະເທດກູເວດ ສາມາດສະໝັກໄປເຮັດວຽກໃນປະເທດຈີນໄດ້ເຊັ່ນ: ອາຊີບຄູສອນພາສາອັງກິດ ເປັນສັນຍານບົ່ງບອກວ່າ ສາຍພົວພັນລະຫວ່າງຟິລິບປິນ ກັບຈີນກຳລັງພັດທະນາໃນທິດທາງທີ່ດີຂຶ້ນ.

ເຊິ່ງຄວາມສຳພັນລະຫວ່າງຟິລິບປິນ ກັບ ກູເວດຕົກຕ່ຳລົງ ແລະ ເຄັ່ງຕຶງເຖິງຂີດສຸດ ເມື່ອກະຊວງການຕ່າງປະເທດກູເວດ ປະກາດເມື່ອວັນພຸດ ທີ່ຜ່ານມາ ຂັບໄລ່ທ່ານ ເຣນາໂຕ ເປໂດຼ ວິນຢາ ເອກອັກຄະລັດຖະທູດຟິລິບປິນປະຈຳນະຄອນຫຼວງກູເວດຊິຕີ ໃຫ້ເດີນທາງອອກຈາກກູເວດ ພາຍໃນ 7 ວັນ ແລະ ຮຽກທ່ານ ມູຊາອິດ ອາເລ ອາໝັດ ອັນທະໄວກາ ເອກອັກຄະລັດຖະທູດກູເວດ ປະຈຳນະຄອນຫຼວງມະນິລາ ໃຫ້ເດີນທາງກັບປະເທດ, ໂດຍກ່ອນໜ້າການຂັບໄລ່ທູດ ແລະ ຮຽກທູດກັບນັ້ນ ເຈົ້າໜ້າທີ່ຂອງສະຖານທູດຟິລິບປິນໄດ້ບຸກເຂົ້າໄປຊ່ວຍເຫຼືອແມ່ບ້ານຄົນໜຶ່ງ ອອກຈາກເຮືອນຫຼັງໜຶ່ງໃນກູເວດ ພາຍຫຼັງໄດ້ຮັບແຈ້ງວ່ານາງຖືກນາຍຈ້າງທາລຸນ, ເຖິງແມ່ນວ່າລັດຖະບານຟິລິບປິນຈະຂໍໂທດຕໍ່ການກະທຳອັນໃຈຮ້ອນຂອງຕົນ ແຕ່ກູເວດຕີລາຄາວ່າເປັນການຂ້າມໜ້າຂ້າມຕາທາງການກູເວດ ແລະ ຍອມຮັບບໍ່ໄດ້ກັບການກະທຳຂອງເຈົ້າໜ້າທີ່ການທູດຟິລິບປິນ.


No comments

Powered by Blogger.