ລາວ-ມຽນມາ ຈະຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍຍິ່ງໆຂຶ້ນ - ອິດສະຫຼະ

ລາວ-ມຽນມາ ຈະຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍຍິ່ງໆຂຶ້ນ



ກະຊວງການຕ່າງປະເທດລາຍງານວ່າ: ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ.ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ທ່ານ ອູ ວິນ ມິນ, ປະທານປະເທດມຽນມາ, ໃນວັນທີ 27 ເມສາ 2018, ທີ່ ປະເທດ ສິງກະໂປ.


ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ອູ ວິນ ມິນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດມຽນມາຄົນໃໝ່ ແລະ ສະແດງຄວາມເຊື້ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ທ່ານ ອູ ວິນ ມິນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ມຽນມາ ຈະສືບຕໍ່ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນ ແລະ ມຽນມາ ຈະສາມາດສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ. ໃນຂະນະດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວ ແລະ ຄໍາຊົມເຊີຍຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ຄຳເຊື້ອເຊີນໄປຢ້ຽມຢາມ ສປປ.ລາວ ໃນໂອກາດອັນໃກ້ນີ້ ຝາກເຖິງ ທ່ານ ປະທານາທິບໍດີ ອູ ວິນ ມິນ.

ພ້ອມດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ທີ່ມີມູນເຊື້ອອັນຍາວນານຖານບ້ານໃກ້ເຮືອນຄຽງທີ່ດີງາມ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 12 ກໍລະກົດ 1955 ເປັນຕົ້ນມາ ການພົວພັນຂອງສອງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ເປັນຕົ້ນ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆໃນທຸກລະດັບ ຢ່າງເປັນປົກກະຕິ. ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເກີດດອກອອກຜົນເປັນຮູບປະທໍາ ແລະ ສືບຕໍ່ປະຕິບັດຜົນການຢ້ຽມຢາມທາງການຂອງທ່ານ ທອງລຸນ ສີສຸລິດ ໃນເດືອນມັງກອນ 2018 ຜ່ານມາ, ໂດຍສະເພາະການໄປມາຫາສູ່ກັນຂອງປະຊາຊົນ, ການຄ້າ, ການລົງທຶນ ແລະ ການແລກປ່ຽນວັດທະນະທຳຮີດຄອງປະເພນີທີ່ດີງາມ ລະຫວ່າງ ປະຊາຊົນສອງຊາດ. ສຸດທ້າຍ, ສອງຝ່າຍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມອັນດີງາມ ລະຫວ່າງ ສອງປະເທດ ລາວ-ມຽນມາ ທີ່ມີມາແຕ່ດົນນານແລ້ວນັ້ນ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫຼອດໄປ.

ໃນໂອກາດດຽວກັນນີ້, ທ່ານ ອູ ວິນ ມິນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຝາກຄວາມຢື້ຢາມຖາມຂ່າວ ເຖິງ ທ່ານ ບຸນຍັງ ວໍລະຈິດ ແລະ ຈະຫາໂອກາດມາຢ້ຽມຢາມ ສປປ.ລາວ ໃຫ້ໄດ້.

No comments

Powered by Blogger.