ສ.ອາເມຣິກາ ຢືນຢັນຈະໃຊ້ທຸກຄວາມສາມາດທີ່ມີ ປົກປ້ອງເກົາຫຼີໃຕ້ - ອິດສະຫຼະ

ສ.ອາເມຣິກາ ຢືນຢັນຈະໃຊ້ທຸກຄວາມສາມາດທີ່ມີ ປົກປ້ອງເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 29 ເມສາ 2018 ວ່າ: ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ຖະແຫຼງເມື່ອວັນເສົາ ທີ່ຜ່ານມາ ທີ່ເປັນການສົນທະນາທາງໂທລະສັບລະຫວ່າງທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກັບທ່ານ ຊອງ ຢັງ-ມູ ລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ ໂດຍທ່ານ ພົນເອກ ເຈມ ແມັດທິສກ່າວໃນຕອນໜຶ່ງຂອງການສົນທະນາວ່າ ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ມີຄວາມມຸ່ງໝັ້ນຢ່າງແຮງກ້າ ໃນການປົກປ້ອງເກົາຫຼີໃຕ້ ເຊິ່ງເປັນພັນທະມິດຂອງສະຫະລັດ ອາເມຣິກາ ດ້ວຍການໃຊ້ທຸກຄວາມສາມາດທີ່ມີຢູ່, ເຊິ່ງສະຫະລັດ ອາເມຣິກາ ແມ່ນໄດ້ປະຈຳການທະຫານຢູ່ໃນເກົາຫຼີໃຕ້ມາຕັ້ງແຕ່ປີ 1947 ປັດຈຸບັນມີທະຫານປະມານ 28,500 ຄົນ ໂດຍມີທ່ານ ພົນເອກ ວິນເຊນ ບຼູດ ເປັນຜູ້ບັນຊາການ ພາຍໃຕ້ການຄຸ້ມຄອງ ຂອງສູນບັນຊາການກອງທັບສະຫະລັດ ອາເມຣິກາ ປະຈຳພາກພື້ນປາຊີຟິກ.


ເຖິງຢ່າງໃດກໍ່ຕາມ, ທ່ານ ພົນເອກ ເຈມ ແມັດທິສ ແລະ ທ່ານ ຊອງ ຢັງ-ມູ ເຫັນດີຮ່ວມກັນວ່າ: ຂະບວນການທາງການທູດຕາມແນທາງຂອງສະຫະປະຊາຊາດ ຄືກົນໄກສຳຄັນທີ່ສຸດ ທີ່ຈະນຳໄປສູ່ການເຮັດໃຫ້ແຫຼມເກົາຫຼີເປັນພື້ນທີ່ປອດອາວຸດນິວເຄຼຍຢ່າງຖາອວນ.

ສ່ວນໃນດ້ານຂອງທຳນຽບປະທານປະເທດເກົາຫຼີໃຕ້ ໄດ້ອອກຖະແຫຼງການປະກາດວ່າ ເກົາຫຼີເໜືອຈະປິດນິຄົມນິວເຄຼຍປຸງກະເຢ-ຣີ ໃນເດືອນພຶດສະນາ 2018 ນີ້ ແລະ ອ້າງຄຳກ່າວຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອວ່າ: ເກົາຫຼີເໜືອບໍ່ຈຳເປັນຕ້ອງມີລະເບີດນິວເຄຼຍ ແລະ ຕົກຢູ່ພາຍໃຕ້ເງື່ອນໄຂທີ່ຈຳກັດ ຫາກສະຫະລັກ ອາເມຣິກາ ໃຫ້ຄຳໝັ້ນສັນຍາທີ່ໜັກແໜ້ນ ວ່າຈະບໍ່ຮຸກຮານເກົາຫຼີເໜືອ ເຊິ່ງຫຼາຍຝ່າຍຕີຄວາມໝາຍວ່າ: ສັນຕິພາບຢູ່ແຫຼມເກົາຫຼີຈະເກີດຂຶ້ນຫຼືບໍ່ ມີໂຄງການນິວເຄຼຍຂອງເກົາຫຼີເໜືອ ແລະ ຖານທັບສະຫະລັດ ອາເມຣິກາໃນເກົາຫຼີໃຕ້ ເປັນເດີມພັນ.


No comments

Powered by Blogger.