ເກົາຫຼີເໜືອ ຈະປິດນິຄົມນິວເຄຼຍໃນເດືອນພຶດສະພານີ້ ແລະ ຈະເຊີນປະຊາຄົມໂລກເຂົ້າກວດສອບ - ອິດສະຫຼະ

ເກົາຫຼີເໜືອ ຈະປິດນິຄົມນິວເຄຼຍໃນເດືອນພຶດສະພານີ້ ແລະ ຈະເຊີນປະຊາຄົມໂລກເຂົ້າກວດສອບ



ສຳນັກຂ່າວຕ່າງປະເທດລາຍງານ 29 ເມສາ 2018 ວ່າ: ທ່ານ ຢຸນ ຢອງ-ຊານ ໂຄສົກທຳນຽບປະທານປະເທດເກົາຫຼີໃຕ້ ຖະແຫຼງໃນວັນອາທິດນີ້ວ່າ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ແລະ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເຫັນດີຮ່ວມກັນໃນລະຫວ່າງການປຶກສາຫາລືທີ່ບ້ານປັນມຸນຈອມ ຝັ່ງເກົາຫຼີໃຕ້ ເມື່ອວັນສຸກ 27 ເມສາ 2018 ທີ່ຜ່ານມາ ວ່າລັດຖະບານເກົາຫຼີເໜືອຈະປິດນິຄົມນິວເຄຼຍປຸງກະເຢ-ຣີ ຢູ່ພາກຕາເວັນອອກສຽງເໜືອຂອງປະເທດເກົາຫຼີເໜືອຢ່າງເປັນທາງການ ໃນເດືອນພຶດສະນາ 2018 ນີ້ ຫຼັງຈາກນັ້ນຈະມີການເຊີນຄະນະຜູ້ສັງເກດການຈາກນານາຊາດ ພ້ອມຜູ້ສື່ຂ່າວຂອງເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິກາ ເຂົ້າໄປກວດສອບສະຖານທີ່ເພື່ອຄວາມໂປ່ງໃສ.
ໂຄສົກທຳນຽບປະທານປະເທດເກົາຫຼີໃຕ້ກ່າວອີກວ່າ: ຜູ້ນຳເກົາຫຼີເໜືອກ່າວກັບຜູ້ນຳເກົາຫຼີໃຕ້ວ່າ ກໍ່ຫາກຈິງຢູ່ທີ່ຢາກປ່ຽນແປງອຸດົມການທາງການເມືອງທີ່ມີແນວຄິດຕໍ່ຕ້ານສະຫະລັດ ອາເມຣິກາ ແຕ່ທ່ານຈະສະແດງໃຫ້ປະຊາຄົມໂລກໄດ້ເຫັນວ່າ ເກົາຫຼີເໜືອບໍ່ແມ່ນປະເທດທີ່ຈະຍິງຂີປະນາວຸດ ຫຼື ໃຊ້ລະເບີດນິວເຄຼຍໂຈມຕີສະຫະລັດ ອາເມຣິກາ, ເຖິງຢ່າງໃດກໍ່ຕາມ ທ່ານ ຄິມ ຈອງ-ອຶນ ກ່າວອີກວ່າ ເກົາຫຼີເໜືອຈະມີລະເບີດນິວເຄຼຍ ແລະ ຕ້ອງຕົກຢູ່ພາຍໃຕ້ເງື່ອນໄຂທີ່ຈຳກັດໄປເພື່ອຫຍັງ ຫາກສະຫະລັດ ອາເມຣິກາເຮັດໃຫ້ເຊື່ອໝັ້ນ ດ້ວຍການໃຫ້ຄຳໝັ້ນສັນຍາທີ່ໜັກແໜ້ນວ່າຈະບໍ່ຮຸກຮານເກົາຫຼີເໜືອ.

ຂະນະດຽວກັນ, ທ່ານ ຄິມ ຈອງ-ອຶນ ຍັງກ່າວກັບທ່ານ ມູນ ແຈ-ອິນ ວ່າ ສະຖານະການຢູ່ແຫຼມເກົາຫຼີຕໍ່ຈາກນີ້ໄປ ຈະບໍ່ກັບໄດ້ຊໍ້າຮອຍບາດແຜສົງຄາມອັນເຈັບປວດທີ່ເຄີຍເກີດຂຶ້ນມາກ່ອນ ແຕ່ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງມີມາດຕະການອັນເປັນຮູບປະທຳຮ່ວມກັນ ເພື່ອປ້ອງກັນການປະເຊີນໜ້າທາງທະຫານ ຫຼື ຄວາມຂັດແຍ່ງດ້ານອາວຸດ. ນອກຈາກນີ້ ຜູ້ນຳສູງສຸດຂອງເກົາຫຼີເໜືອຍັງເຫັນດີໃຫ້ກັບມາໃຊ້ເວລາມາດຕະຖານຢູ່ແຫຼມເກົາຫຼີ ໃຫ້ເທົ່າກັບເວລາຂອງເກົາຫຼີໃຕ້ ພາຍຫຼັງທີ່ເຄີຍກຳນົດເມື່ອ 3 ປີກ່ອນ ໃຫ້ເວລາທ້ອງຖິ່ນຂອງເກົາຫຼີເໜືອຊ້າກວ່າຂອງເກົາຫຼີໃຕ້ 30 ນາທີ.

ໂດຍນິຄົມນິວເຄຼຍປຸງກະເຢ-ຮີ ເຄີຍເປັນສະຖານທີ່ທົດລອງລະເບີດນິວເຄຼຍຂອງເກົາຫຼີເໜືອທັງ 6 ຄັ້ງ ນັບຕັ້ງແຕ່ປີ 2006 ແລະ ການທົດລອງລະເບີດນິວເຄຼຍຄັ້ງຫຼ້າສຸດຂອງເກົາຫຼີເໜືອ ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ ໂດຍລະເບີດມີອານຸພາບແຮງກວ່າການທົດລອງທຸກຄັ້ງທີ່ຜ່ານມາ.

No comments

Powered by Blogger.