ອາຣັບບີ ຊາອູດິດໂຈມຕີທາງອາກາດໃນເຢເມນ ເຮັດໃຫ້ແກນນຳກຸ່ມກະບົດຮູຕີ ເສຍຊີວິດ 2 ຄົນ - ອິດສະຫຼະ

ອາຣັບບີ ຊາອູດິດໂຈມຕີທາງອາກາດໃນເຢເມນ ເຮັດໃຫ້ແກນນຳກຸ່ມກະບົດຮູຕີ ເສຍຊີວິດ 2 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 29 ເມສາ 2018 ວ່າ: ສະຖານນີໂທລະພາບ Al-Ekhbariya ໜຶ່ງໃນກະບອກສຽງຂອງລັດຖະບານອາຣັບບີ ຊາອູດິດ ລາຍງານວ່າກອງທັບອາຣັບບີ ຊາອູດິດ ປະຕິບັດການໂຈມຕີທາງອາກາດຫຼາຍຄັ້ງຕໍ່ເປົ້າໝາຍຂະໜາດໃຫຍ່ ຄືຕຶກກະຊວງປ້ອງກັນຄວາມສະຫງົບ ແລະ ສຳນັກງານຕຳຫຼວດ ທີ່ນະຄອນຫຼວງຊາກາ ປະເທດເຢເມນ ເຊິ່ງຢູ່ພາຍໃຕ້ກາຍຢຶດຄອງຂອງກອງກຳລັງຮູຕີ ທີ່ມີແນວຄິດນິຍົມອີຣານ ໃນລະຫວ່າງວັນສຸກ ເຖິງ ວັນເສົາທີ່ຜ່ານມາ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 50 ຄົນ ໃນຈຳນວນນີ້ 2 ຄົນເປັນສະມາຊິກລະດັບສູງຂອງກຸ່ມກະບົດຮູຕີ ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກເປັນຈຳນວນຫຼາຍ.



ຂະນະດຽວກັນ, ຖະແຫຼງການຂອງກອງທັບອາຣັບບີ ຊາອູດີດລະບຸວ່າ ກອງກຳລັງຮູຕີ ໄດ້ໂຈມຕີອາຣັບບີ ຊາອູດິດ ແຕ່ລະບົບປ້ອງກັນໄພທາງອາກາດສາມາດສະກັດການໂຈມຕີຂອງຂີປະນາວຸດ 4 ລູກທີ່ຖືກຍິງມາຈາກເຂດອິດທິພົນຂອງກຸ່ມຮູຕີໃນເຢເມນໄດ້ ໂດຍຂີປະນາວຸດທັງ 4 ລູກມີທິດທາງໂຈມຕີແຂວງຈາຊານ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງອາຣັບບີ ຊາອູດີດ ທີ່ມີຊາຍແດນຕິດກັບພາກເໜືອຂອງເຢເມນ.

ສະຖານະການດັ່ງກ່າວ ເກີດຂຶ້ນໃນຂະນະທີ່ສົງຄາມກາງເມືອງໃນເຢເມນກ່າວເຂົ້າສູ່ປີທີ 4 ແລ້ວ ຫຼື ນັບຕັ້ງແຕ່ກອງກຳລັງຮູຕີ ປະຕິບັດການຢຶດອຳນາດໃນນະຄອນຫຼວງຊານາ ແລະ ເມືອງເອເດນ ເຊິ່ງເປັນເມືອງໃຫຍ່ອັນດັບ 2 ຂອງປະເທດ ເມື່ອເດືອນກັນຍາ 2014 ຕໍ່ມາໃນເດືອນມີນາ 2015 ກອງທັບອາຣັບບີ ຊາອູດິດ ແລະ ພັນທະມິດອາຣັບໄດ້ເປີດສາກປະຕິບັດການທາງທະຫານໃນເຢເມນ, ສະຖານະການຈຶ່ງໄດ້ບານປາຍເປັນສົງຄາມໃນວົງກວ້າງ ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 10,000 ຄົນແລ້ວ ຕາມການປະເມີນຂອງສະຫະປະຊາຊາດ, ລະບົບໂຄງສ້າງພື້ນຖານຂອງປະເທດເສຍຫາຍຢ່າງໜັກໜ່ວງ ແລະ ເກີດການແຜ່ລະບາດຂອງພະຍາດອະຫິວາອີກດ້ວຍ ໂດຍມີລາຍງານຜູ້ຕິດເຊື້ອແລ້ວຫຼາຍກວ່າ 1 ລ້ານຄົນ ແລະ ເສຍຊີວິດຫຼາຍກວ່າ 2,200 ຄົນ.


No comments

Powered by Blogger.