ປະຊາຊົນມຽນມາ ອົບພະຍົບໜີການສູ້ຮົບ ທີ່ທະວີຄວາມຮຸນແຮງຂຶ້ນອີກຄັ້ງໃນລັດກະສິນ - ອິດສະຫຼະ

ປະຊາຊົນມຽນມາ ອົບພະຍົບໜີການສູ້ຮົບ ທີ່ທະວີຄວາມຮຸນແຮງຂຶ້ນອີກຄັ້ງໃນລັດກະສິນ



ສຳນັກຂ່າວຕ່າງປະເທດລາຍງານ 29 ເມສາ 2018 ວ່າ: ສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (OCHA) ລາຍງານວ່າ ຕະຫຼອດໄລຍະ 3 ອາທິດທີ່ຜ່ານມາ ມີປະຊາຊົນຫຼາຍກວ່າ 4,000 ຄົນ ອົບພະຍົບອອກຈາກທີ່ຢູ່ອາໄສ ໃນລັດກະສິນ ທີ່ຢູ່ທາງພາກເໜືອສຸດຂອງມຽນມາ ແລະ ມີຊາຍແດນຕິດກັບຈີນ ເພື່ອຫຼົບໄພການສູ້ຮົບລະຫວ່າງກອງທັບມຽນມາ ກັບ ກອງທັບເອກະລາດກະສິນ (KAI) ທີ່ທະວີຄວາມຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ໂດຍສະຖິຕິຜູ້ອົບພະຍົບດັ່ງກ່າວເປັນຄົນລະສ່ວນກັບປະຊາຊົນຫຼາຍກວ່າ 15,000 ຄົນທີ່ອົບພະຍົບອອກຈາກພື້ນທີ່ແລ້ວກ່ອນໜ້ານັ້ນ.



ເຊິ່ງກອງທັບມຽນມາ ກັບ ກອງທັບເອກະລາດກະສິນ ໄດ້ກັບມາສູ້ຮົບກັນຢ່າງດຸເດືອດຕັ້ງແຕ່ປີ 2011 ພາຍຫຼັງສະຫງົບເສິກກັນໄດ້ດົນ 17 ປີ ໂດຍກອງທັບມຽນມາ ແລະ ກອງທັບເອກະລາດກະສິນເຄີຍລົງນາມໃນຂໍ້ຕົກລົງຢຸດຍິງຮ່ວມກັນພຽງສະບັບດຽວ ເມື່ອປີ 1974, ເຖິງຢ່າງໃດກໍ່ຕາມ ລັດຖະບານມຽນມາບໍ່ເຄີຍເປີດເຜີຍຕົວເລກຂອງການສູນເສຍຢ່າງເປັນທາງການ ໃນຂະນະທີ່ອົງກອນດ້ານສິດທິມະນຸດຫຼາຍແຫ່ງປະເມີນໄປໃນທິດທາງດຽວກັນວ່າ ຄວາມຮຸນແຮງທີ່ເກີດຂຶ້ນເປັນເຫດໃຫ້ມີຜູ້ເສຍຊີວິດຫຼາຍພັນຄົນ ແລະ ປະຊາຊົນຫຼາຍກວ່າ 100,000 ຄົນຕ້ອງກາຍເປັນຜູ້ບໍ່ມີທີ່ຢູ່ອາໄສ.

ເຖິງແມ່ນວ່າສອງຝ່າຍຈະພະຍາຍາມເຈລະຈາກັນເອງຫຼາຍຄັ້ງ ທັງຢ່າງເປັນທາງການ ແລະ ບໍ່ເປັນທາງການ ເພື່ອຫາແນວທາງໃນການຢຸດຍິງຮ່ວມກັນຄັ້ງໃໝ່ ແຕ່ຄວາມພະຍາຍາມເຫຼົ່ານັ້ນບໍ່ເຄີຍປະສົບຄວາມສຳເລັດ ເນື່ອງຈາກຕ່າງຝ່າຍຕ່າງກ່າວຫາເຊິ່ງກັນ ແລະ ກັນວ່າລະເມີດເງື່ອນໄຂ, ໂດຍເມື່ອຫວນຄືນກັບໄປເມື່ອເດືອນມັງກອນ 2013 ລັດຖະບານມຽນມາທີ່ນຳໂດຍ ທ່ານ ເຕັງ ເສັງ ເຄີຍປະກາດຢຸດຍິງຝ່າຍດຽວກັບກອງທັບເອກະລາດກະສິນ ແຕ່ມີຜົນໄດ້ພຽງ 48 ຊົ່ວໂມງເທົ່ານັ້ນ.


No comments

Powered by Blogger.