ທ່ານນາຍົກ ຮ່ວມກອງປະຊຸມອາຊຽນ ຄັ້ງທີ 32 ທີ່ສິງກະໂປ ແລະ ໄດ້ສະແດງຄວາມຄິດເຫັນຫຼາຍບັນຫາ - ອິດສະຫຼະ

ທ່ານນາຍົກ ຮ່ວມກອງປະຊຸມອາຊຽນ ຄັ້ງທີ 32 ທີ່ສິງກະໂປ ແລະ ໄດ້ສະແດງຄວາມຄິດເຫັນຫຼາຍບັນຫາ



ກະຊວງການຕ່າງປະເທດລາຍງານວ່າ: ໃນວັນທີ 27-28 ເມສາ 2018 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ພາຍໃຕ້ຄໍາຂວັນ: "ເຂັ້ມແຂງ ແລະ ທັນສະໄໝ" ໂດຍການເປັນເຈົ້າພາບ ແລະ ປະທານຂອງ ສິງກະໂປ, ເຊິ່ງມີບັນດາປະມຸກລັດ/ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.



ໃນໂອກາດດັ່ງກ່າວ ຜູ້ນຳໄດ້ແລກປ່ຽນທັດສະນະ ກ່ຽວກັບການສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ແລະ ຮັບປະກັນໃຫ້ແກ່ການພັດທະນາຂອງບັນດາປະເທດໃນພາກພື້ນ ກໍຄື ການເຊື່ອມໂຍງພາກພື້ນອາຊຽນໂດຍລວມ.

ໃນນີ້, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ຢໍ້າວ່າ ປະຊາຄົມອາຊຽນ ຈະເຂັ້ມແຂງ ແລະ ທັນສະໄຫມ ກໍ່ຕໍ່ເມື່ອບັນດາປະເທດສະມາຊິກ ເຂັ້ມແຂງ ແລະ ທັນສະໄຫມ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ອາຊຽນ ຈະຕ້ອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລວມທັງການຖ່າຍທອດເຕັກໂນໂລຊີ ເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ແນໃສ່ຊ່ວຍເຫລືອປະເທດທີ່ມີລະດັບການພັດທະນາຕໍ່າກວ່າ ເປັນບູລິມະສິດ ເພື່ອກ້າວໄປຂ້າງຫນ້າພ້ອມໆກັນ.

ສຳລັບ ການຮ່ວມມືກັບພາຍນອກ, ຜູ້ນຳ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົວພັນຮ່ວມມືກັບພາຍນອກຂອງ ອາຊຽນ ກໍ່ຄື ການຮ່ວມມືກັບບັນດາຄູ່ເຈລະຈາຂອງອາຊຽນ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ, ເພື່ອສືບຕໍ່ນະໂຍບາຍເປີດກວ້າງການຮ່ວມມືກັບພາຍນອກ, ຜູ້ນຳອາຊຽນ ໄດ້ຢໍ້າເຖິງຄວາມສຳຄັນໃນການຍົກສູງບົດບາດຄວາມສຳຄັນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນບັນດາກົນໄກຕ່າງໆທີ່ອາຊຽນເປັນຜູ້ສ້າງຂື້ນ ແລະ ເປັນເຈົ້າການໃນການກໍານົດໂຄງສ້າງພາກພື້ນ ທີ່ພວມຜັນແປ.

ນອກຈາກນີ້, ຜູ້ນໍາອາຊຽນ ກໍ່ໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນ ສະພາບການເມືອງ ແລະ ເສດຖະກິດໂລກ ພວມຜັນແປ, ການເພີ່ມທະວີນະໂຍບາຍປົກປ້ອງຕະຫຼາດ, ສະພາບຄວາມຂັດແຍ້ງຢູ່ຊີຣີ, ກອງປະຊຸມສຸດຍອດ ລະຫວ່າງ ສອງເກົາຫຼີ.

ໃນໂອກາດນີ້ ທ່ານນາຍົກ ທອງລຸນ ສີສຸລິດ ສະແດງຄວາມຍິນດີ ຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດຄັ້ງປະຫວັດສາດ ລະຫວ່າງ ສອງເກົາຫຼີ ທີ່ຈັດຂື້ນຕອນເຊົ້າຂອງ ວັນທີ 27 ເມສາ 2018 ໂດຍສະເພາະການລົງນາມໃນຖະແຫຼງການ ປັນມຸນຈອມ ເພື່ອສັນຕິພາບ, ຄວາມສົມບູນພູນສຸກ ແລະ ການທ້ອນໂຮມສອງແຫຼມເກົາຫຼີ ອັນເປັນການປູພື້ນຖານສໍາຄັນ ເພື່ອກ້າວໄປສູ່ການຍຸດຕິສົງຄາມເກົາຫຼີ ແລະ ສ້າງແຫຼມເກົາຫຼີໃຫ້ເປັນເຂດສັນຕິພາບ ແລະ ປອດອາວຸດນິວເຄຼຍ ໂດຍສິ້ນເຊີງ.

ກອງປະຊຸມສຸດຍອດອາຊຽນຄັ້ງທີ 32 ໄດ້ຮັບຮອງເອົາ 3 ເອກະສານສຳຄັນຄື: 1). ເອກະສານວິໄສທັດຜູ້ນໍາອາຊຽນ ວ່າດ້ວຍ ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ; 2.) ເອກະສານແນວຄວາມຄິດເຄືອຂ່າຍເມືອງພັດທະນາອາຊຽນ; ແລະ 3.) ຖະແຫຼງການຮ່ວມຂອງຜູ້ນໍາອາຊຽນ ວ່າດ້ວຍ ການຮ່ວມມືຄວາມຫມັ້ນຄົງທາງຄອມພິວເຕີ.

No comments

Powered by Blogger.