ສິງກະໂປສະເໜີໃຫ້ອາຊຽນເພີ່ມທະວີຮ່ວມມືຈີນ-ອິນເດຍ, ຕິດຕາມການຍ້າຍຖານທີ່ໝັ້ນຂອງກຸ່ມ IS ມາຍັງອາຊຽນ - ອິດສະຫຼະ

ສິງກະໂປສະເໜີໃຫ້ອາຊຽນເພີ່ມທະວີຮ່ວມມືຈີນ-ອິນເດຍ, ຕິດຕາມການຍ້າຍຖານທີ່ໝັ້ນຂອງກຸ່ມ IS ມາຍັງອາຊຽນ



ສຳນັກຂ່າວຕ່າງປະເທດລາຍງານ 28 ເມສາ 2018 ວ່າ: ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປ ກ່າວຖະແຫຼງຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ທີ່ສິງກະໂປເຮັດໜ້າທີ່ເປັນປະທານໃນປີນີ້ ມີເນື້ອໃນສຳຄັນວ່າ: ອາຊຽນມີຄວາມເປັນຫ່ວງຢ່າງຍິງຕໍ່ຄວາມຂັດແຍ່ງທາງການຄ້າລະຫວ່າງສະຫະລັດ ອາເມຣິກາ ກັບ ຈີນ ເຊິ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ເປັນອັບດັບ 1 ແລະ 2 ຂອງໂລກຕາມລຳດັບ ເນື່ອງຈາກຈະສົ່ງຜົນກະທົບຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດໃນພູມມິພາກ, ດ້ວຍເຫດນີ້ ອາຊຽນຕ້ອງເພີ່ມຄວາມເປັນເອກະພາບ ເພື່ອຜ່ານຜ່າກະແສຟອງຂອງຄວາມບໍ່ແນ່ນອນທາງດ້ານການຄ້າໂລກໃນຄັ້ງນີ້ໄປໃຫ້ໄດ້.



ເຊິ່ງຜູ້ນຳສິງກະໂປສະເໜີຕໍ່ກອງປະຊຸມໃຫ້ເພີ່ມການຮ່ວມມືກັບກັບຕະຫຼາດເກີດໃໝ່ ທີ່ລວມເຖິງຈີນ ແລະ ອິນເດຍ ເຊິ່ງການຍົກລະດັບການຮ່ວມມືທາງການຄ້າກັບກຸ່ມປະເທດດັ່ງກ່າວຈະຊ່ວຍຂະຫຍາຍໂອກາດທາງການຄ້າຂອງອາຊຽນໃນເວທີສາກົນໄດ້, ຂະນະດຽວກັນ ທ່ານ ລີ ຊຽນ ລຸງ ຍັງກ່າວຢ້ຳຈຸດຢືນຂອງອາຊຽນໃນການຕໍ່ຕ້ານການກີດກັນທາງການຄ້າທຸກຮູບແບບ.

ນາຍົກລັດຖະມົນຕີສິງກະໂປກ່າວຕໍ່ອີກວ່າ ອາຊີຕາເວັນອອກສຽງໃຕ້ກຳລັງປະເຊີນໜ້າກັບໄພຮຸກຮານດ້ານຄວາມໝັ້ນຄົງພາຍໃນພູມມິພາກ ຈາກການທີ່ກຸ່ມ IS ພະຍາຍາມຍ້າຍຖານທີ່ໝັ້ນຈາກຕາເວັນອອກາງ ມາຍັງອາຊຽນ ແລະ ບັນຫາອາຊະຍາກຳໄຊເບີ້ (Cyber), ໂດຍໃນສ່ວນຂອງຂອງກຸ່ມ IS ນັ້ນ ເປັນການແຕກຍອດຂອງບັນຫາຊຳເຮື້ອໃນການກວາດລ້າງກຸ່ມຫົວຮຸນແຮງ ທີ່ອາຊຽນຕໍ່ສູ້ມາຢ່າງຍາວນານ, ຂະນະທີ່ການຮ່ວມມືທາງເສດຖະກິດພາຍໃນພູມມິພາກຕາມແນວທາງການເປັນປະຊາຄົມເສດຖະກິດອາຊຽນ (AEC) ສົ່ງຜົນໃຫ້ອາຊຽນຕ້ອງເປີດຮັບເຕັກໂນໂລຊີຫຼາຍຂຶ້ນ ເພື່ອສົ່ງເສີມນະໂຍບາຍການຄ້າເສລີ ແຕ່ເພີ່ມຄວາມສ່ຽງໃນການຕົກເປັນເຫຍື່ອຂອງການໂຈມຕີໄຊເບີ້ອີກດ້ວຍ ເຊິ່ງສະມາຊິກອາຊຽນທັງໝົດຕ້ອງເພີ່ມການຮ່ວມມືກັນຕິດຕາມ ແລະ ຄຸ້ມຄອງ.

ນອກເໜືອຈາກບັນຫາການຄ້າ ແລະ ຄວາມໝັ້ນຄົງ ບັນຫາສຳຄັນອື່ນໆທີ່ຜູ້ນຳອາຊຽນທັງ 10 ປະເທດ ຈະຍົກຂຶ້ນມາປຶກສາຫາລືກັນ ເນື່ອງຈາກກ່ຽວຂ້ອງກັບສະຖຽນລະພາບຂອງພູມມິພາກໂດຍກົງ ແນ່ນອນນັ້ນຄືຄວາມຂັດແຍ່ງເລື່ອງທະເລຈີນໃຕ້ ແລະ ສະຖານະການດ້ານຄວາມໝັ້ນຄົງໃນມຽນມາ ທີ່ນອກເໜືອຈາກບັນຫາໃນລັດຍະໄຂ່ທີ່ກ່ຽວຂ້ອງເຖິງຜູ້ລີ້ໄພຊາວໂຣຮິງຢາແລ້ວ ສະຖານະການສູ້ຮົບໃນລັດກະສິນ ກໍ່ໄດ້ກັບມາທະວີຄວາມຮຸນແຮງຂຶ້ນອີກຄັ້ງ.


No comments

Powered by Blogger.