UN ຊົມເຊີຍຜົນສຳເລັດຂອງສອງເກົາຫຼີ, ຂະນະທີ່ ປ.ທຣຳ ຍົກຍ້ອງ ປ.ສີ ຈິ້ນຜິງ ທີ່ເຮັດໃຫ້ມີວັນນີ້ ຢູ່ແຫຼມເກົາຫຼີ - ອິດສະຫຼະ

UN ຊົມເຊີຍຜົນສຳເລັດຂອງສອງເກົາຫຼີ, ຂະນະທີ່ ປ.ທຣຳ ຍົກຍ້ອງ ປ.ສີ ຈິ້ນຜິງ ທີ່ເຮັດໃຫ້ມີວັນນີ້ ຢູ່ແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 28 ເມສາ 2018 ວ່າ: ສະຫະປະຊາຊາດ ເຜີຍແຜ່ຖະແຫຼງການຂອງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ຊົມເຊີຍການພົບປະຫາລືລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເຊິ່ງເກີດຂຶ້ນຢູ່ບ້ານປັນມຸນຈອມ ເຂດປອດທະຫານ ພື້ນທີ່ຄວາມໝັ້ນຄົງຮ່ວມ ຝັ່ງເບື້ອງເກົາຫຼີໃຕ້ ເມື່ອວັນສຸກ ທີ 27 ເມສາ ທີ່ຜ່ານມາວ່າ: ຄືປະຫວັດສາດທີ່ແທ້ຈິງ ແລະ ມີຄວາມເຊື່ອໝັ້ນວ່າຜູ້ນຳທັງສອງເກົາຫຼີຈະຢຶດໝັ້ນບົນພື້ນຖານຄວາມສຳເລັດຈາກການພົບປະກັນຄັ້ງນີ້ ເພື່ອໃຫ້ແນວທາງທິດສະດີເກີດດອກອອກຜົນໃນທາງປະຕິບັດ ແລະ ຍັງສະແດງຄວາມຫວັງວ່າ ການພົບປະຫາລືຄັ້ງນີ້ຈະເປັນພື້ນຖານໃຫ້ກັບການປະຊຸມລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອ ທີ່ຈະເກີດຂຶ້ນໃນອີກບໍ່ດົນນີ້.
ຂະນະທີ່ທຳນຽບປະທານປະເທດລັດເຊຍ ເຜີຍແຜ່ຖະແຫຼ່ງການຂອງທ່ານ ປູຕິນ ວ່າ ຜູ້ນຳລັດເຊຍມີຄວາມຍິນດີເປັນຢ່າງຍິ່ງຕໍ່ການທີ່ປະທານປະເທດເກົາຫຼີໃຕ້ ແລະ ຜູ້ນຳສູງສຸດຂອງເກົາຫຼີເໜືອ ສາມາດເຈລະຈາໂດຍກົງຮ່ວມກັນໄດ້ເປັນຄັ້ງທຳອິດ ໃນຮອບກວ່າ 1 ທົດສະວັດ ແລະ ເປັນການປຶກສາຫາລືທີ່ມີຈຸດມຸ່ງໝາຍຢ່າງຊັດເຈນ, ເຊິ່ງລັດຖະບານລັດເຊຍຫວັງວ່າຈະໄດ້ຮັບຂ່າວການປະຊຸມຮ່ວມກັນແບບມິດຕະພາບ ເພື່ອສ້າງສັນຕິພາບຢູ່ແຫຼມເກົາຫຼີໃນອີກຫຼາຍໆໂອກາດຕໍ່ຈາກນີ້ໄປ ລວມເຖິງການປຶກສາຫາລືລະຫວ່າງທ່ານ ໂດໂນ ທຣຳ ກັບ ທ່ານ ຄິມ ຈອງ-ອຶນ ອີກດ້ວຍ.



ໃນດ້ານຂອງກະຊວງການຕ່າງປະເທດຂອງຈີນ ອອກຖະແຫຼງການຊົມເຊີຍການປະຊຸມຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະນຳໄປສູ່ການເກີດສັນຕິພາບທີ່ຍືນຍົງຢູ່ແຫຼມເກົາຫຼີຕໍ່ໄປ.
ໃນອີກດ້ານໜຶ່ງ, ຜູ້ນຳສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter ວ່າ: ສົງຄາມເກົາຫຼີກຳລັງຈະຢຸດຕິ ແລະ ສະຫະລັດ ອາເມຣິກາ ຄວນພາກພູມໃຈກັບສິ່ງທີ່ກຳລັງຈະເກີດຂຶ້ນຢູ່ແຫຼມເກົາຫຼີ, ເຖິງຢ່າງໃດກໍ່ຕາມ ທ່ານ ໂດໂນ ທຣຳ ຍັງກ່າວອີກດ້ວຍ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເປັນບຸກຄົນທີ່ສົມຄວນໄດ້ຮັບການຊົມເຊີຍຈາກທຸກຝ່າຍໃນເລື່ອງນີ້.

No comments

Powered by Blogger.