ຜູ້ນຳຈີນ-ອິນເດຍ ພົບປະເພື່ອປຶກສາຫາລືແນວທາງໃນການຜ່ອນຄາຍຄວາມຂັດແຍ່ງ - ອິດສະຫຼະ

ຜູ້ນຳຈີນ-ອິນເດຍ ພົບປະເພື່ອປຶກສາຫາລືແນວທາງໃນການຜ່ອນຄາຍຄວາມຂັດແຍ່ງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ເມສາ 2018 ທີ່ຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃຫ້ການຕ້ອນຮັບທ່ານ ນະເຣນທຼາ ໂມດີ ນາຍົກລັດຖະມົນຕີອິນເດຍ ທີ່ພິພິທະພັນມົນທົນຫູເປີ່ຍ ໃນເມືອງຫວູຮັ້ນ ເຊິ່ງເປັນມື້ທຳອິດຂອງການຢ້ຽມຢາມປະເທດຈີນຂອງນາຍົກອິນເດຍໃນໄລຍະເວລາ 2 ວັນ ເພື່ອເຈລະຈາປັບປຸງສາຍພົວພັນລະຫວ່າງສອງປະເທດ ທີ່ມີປະຊາກອນຫຼາຍທີ່ສຸດເປັນອັບດັບ 1 ແລະ 2 ຂອງໂລກ.

 

ລາຍງານຂອງສື່ອິນເດຍລະບຸວ່າ: ທ່ານ ສິ ຈິ້ນ ຜິງ ແລະ ທ່ານ ນະເຣນທຼາ ໂມດີ ຈະເລີ່ມເຈລະຈາແບບຕົວຕໍ່ຕົວ ຕາມດ້ວຍການປຶກສາຫາລືເພີ່ມເຕີມ ແລະ ງານລ້ຽງອາຫານຄ່ຳ ທີ່ຣີສອດແຄມທະເລສາບ ທີ່ເປັນສະຖານທີ່ໆອະດີດຜູ້ນຳຈີນໃນຍຸກທຳອິດ ທ່ານ ເໝົາ ເຈີຕົງ ມັກ ແລະ ຜູ້ນຳທັງສອງຈະເຈລະນາກັນຕໍ່ໃນວັນເສົານີ້ ສະຫຼັບກັບການຍ່າງຊົມທັດສະນີຍະພາບແຄມທະເລສາບ, ຂີ່ເຮືອ ແລະ ຮັບປະທານອາຫານທ່ຽງຮ່ວມກັນ.

ສາຍພົວພັນລະຫວ່າງຈີນ-ອິນເດຍ ດຳເນີນມາດ້ວຍດີຫຼາຍສະຕະວັດ ແຕ່ໃນໄລຍະຫຼາຍທົດສະວັດຫຼ້າສຸດໄດ້ກາຍເປັນຄູ່ແຂ່ງຂັນ ຍາດແຍ່ງຄວາມເປັນຜູ້ນຳໃນອາຊີ 2 ປະເທດເຮັດສົງຄາມສູ້ຮົບກັນຈາກບັນຫາເຂດແດນໃນປີ 1962 ແລະ ປີທີ່ຜ່ານມາ ເກີດການປະເຊີນໜ້າກັນດົນກວ່າ 10 ອາທິດ ຢູ່ພູພຽງໂດຄລຳ ສາຍພູຫິມາໄລ ທີ່ຈີນອ້າງກຳມະສິດ ເຊັ່ນດຽວກັບພູຖານ ພັນທະມິດຂອງອິນເດຍ ແຕ່ວິກິດດັ່ງກ່າວໄດ້ຫຼຸດຜ່ອນລົງໃນເດືອນສິງຫາ 2017 ເມື່ອຈີນ ແລະ ອິນເດຍຍອມຖອນທະຫານອອກຈາກພື້ນທີ່.

ອິນເດຍຍັງສະແດງຄວາມເປັນຫ່ວງກ່ຽວກັບໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” ຫຼື ໂຄງການເສັ້ນທາງສາຍໄໝ ແຫ່ງສະຕະວັດທີ 21 ຂອງຈີນ ທີ່ຈະສ້າງລະບົບພື້ນຖານໂຄງລ່າງເຊື່ອມຈອດເສັ້ນທາງການຄ້າທັງທາງບົກ ແລະ ທາງທະເລໃນທົ່ວໂລກ.




No comments

Powered by Blogger.