ສປປ.ລາວ ຮຽກຮ້ອງອາຊຽນໃຫ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັດແຄບຄວາມແຕກໂຕນດ້ານການພັດທະນາ - ອິດສະຫຼະ

ສປປ.ລາວ ຮຽກຮ້ອງອາຊຽນໃຫ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັດແຄບຄວາມແຕກໂຕນດ້ານການພັດທະນາ



ກະຊວງການຕ່າງປະເທດລາຍງານ ເມື່ອວັນທີ 27 ເມສາ 2018 ທີ່ຜ່ານມາ ທີ່ປະເທດສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ເຊິ່ງກອງປະຊຸມໄດ້ປຶກສາຫາລືກ່ຽວກັບການສ້າງປະຊາຄົມອາຊຽນ, ລວມທັງບັນດາບູລິມະສິດ ສໍາລັບການເປັນປະທານອາຊຽນ ສິງກະໂປ ປີ 2018 “ເຂັ້ມແຂງ ແລະ ທັນສະໄໝ” ທີ່ເນັ້ນໃສ່ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ໂດຍນໍາໃຊ້ເຕັກໂນໂລຊີເຂົ້າໃນຂະບວນການເຊື່ອມໂຍງພາກພື້ນ.


ໃນນີ້, ສປປ.ລາວ ເຮົາ ໄດ້ເນັ້ນໃສ່ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ການຮ່ວມມື ເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ໂດຍຜ່ານການແລກປ່ຽນການບົດຮຽນ ແລະ ການປະຕິບັດທີ່ດີ ລວມເຖິງ ການຖ່າຍໂອນເຕັກໂນໂລຊີ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາປະເທດສະມາຊິກອາຊຽນກ້າວໄປພ້ອມໆກັນ.

ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບ ບັນຫາຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ສະພາບການທີ່ເຄັ່ງຕຶງຢູ່ຊີຣີ, ທ່ວງທ່າທີ່ດີຢູ່ແຫຼມເກົາຫຼີ ແລະ ທະເລຈີນໃຕ້. ພ້ອມນີ້, ກອງປະຊຸມ ໄດ້ຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກ ທີ່ອາຊຽນເປັນຜູ້ສ້າງ ແລະ ໃນທ່າມກາງໂຄງສ້າງພາກພື້ນທີ່ພວມຜັນແປ.

ຫຼັງຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 17 ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໂດຍບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ.

ສໍາລັບ ສປປ.ລາວ ກໍ່ໄດ້ສຳເລັດການຈັດກອງປະຊຸມປະສານງານ ຄັ້ງທີ 1 ໃນການສຶກສາຄົ້ນຄວ້າ ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກ່ຽວກັບສິດທິໄດ້ຮັບການສຶກສາ ແລະ ກອງປະຊຸມໜ່ວຍງານຊ່ຽວຊານ ພາຍໃຕ້ຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ຄັ້ງທີ 7 ກ່ຽວກັບ ການຊ່ວຍເຫຼືອດ້ານມະນຸດສະທຳ ລະເບີດຝັງດິນ. ພ້ອມນີ້, ກໍ່ກະກຽມເປັນປະທານກອງປະຊຸມລັດຖະມົນຕີ ກົດໝາຍອາຊຽນ ຄັ້ງທີ 10 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ໃນທ້າຍປີນີ້ ທີ່ ນະຄອນຫຼວງວຽງຈັນ ແລະ ກອງປະຊຸມ ໄດ້ຊຸກຍູ້ບັນດາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງ ປຶກສາຫາລື ກ່ຽວກັບບັນດາກິດຈະກໍາທີ່ຍັງຄ້າງຄາ ເພື່ອກໍານົດໃຫ້ມີຂະແໜງນໍາພາ ແລະ ເຂົ້າຮ່ວມ ຈັດຕັ້ງກິດຈະກໍາດັ່ງກ່າວ ແລະ ເຫັນດີໃຫ້ຈັດກິດຈະກໍາສົ່ງເສີມການຮັບຮູ້ ຕໍ່ບົດບາດຄວາມສໍາຄັນຂອງ ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍ່ສືບຕໍ່ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 21. ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31, ທີ່ຈັດຂຶ້ນຢູ່ ຟີລິບປິນ ໃນເດືອນ ພະຈິກ 2017 ຜ່ານມາ ແລະ ໄດ້ພິຈາລະນາຮັບຮອງເອົາ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບ ວຽກງານອາຊຽນ ແລະ ບົດລາຍງານຂອງຫົວໜ້າບໍລິຫານງານມູນນິທິອາຊຽນ ເພື່ອນໍາສະເໜີ ຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ຮັບຊາບບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບ ການປະຕິບັດໜ້າທີ່ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານປະທານ ຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ.

ພ້ອມນັ້ນ, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາທ່ານ ກຸງ ພວກ ຈາກ ກຳປູເຈຍ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ເພື່ອປ່ຽນແທນຄົນປັດຈຸບັນ ທີ່ຈະໝົດໜ້າທີ່ໃນເດືອນ ຕຸລາ 2018 ນີ້.


No comments

Powered by Blogger.