ຜູ້ນຳເກົາຫຼີເໜືອ ນຳກະແສນິຍົມໝີ່ເຢັນປຽງຢາງ ສູ່ເກົາຫຼີໃຕ້ ຈົນຮ້ານທີ່ມີເມນູດັ່ງກ່າວຂາຍນຳບໍ່ທັນ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ນຳກະແສນິຍົມໝີ່ເຢັນປຽງຢາງ ສູ່ເກົາຫຼີໃຕ້ ຈົນຮ້ານທີ່ມີເມນູດັ່ງກ່າວຂາຍນຳບໍ່ທັນ



ສຳນັກຂ່າວຕ່າງປະເທດລາຍງານ 28 ເມສາ 2018 ວ່າ: ປະຊາຊົນເກົາຫຼີໃຕ້ຕໍ່ແຖວຍາວຍຽດຕາມຮ້ານອາຫານທຸກແຫ່ງໃນນະຄອນຫຼວງໂຊ ທີ່ຂາຍເມນູ ປຽງຢາງ ແນງ-ມະຢອນ ຫຼື ໝີ່ເຢັນປຽງຢາງ ເຊິ່ງເປັນອາຫານຈານສຳຄັນທີ່ຜູ້ນຳສູງສຸດຂອງເກົາຫຼີເໜືອຕັ້ງໃຈນຳມາໃຫ້ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ໄດ້ຮັບປະທານ.



ເຊິ່ງເມນູດັ່ງກ່າວໄດ້ກາຍເປັນກະແສໂດ່ງດັ່ງ ທີ່ເປັນຜົນມາຈາກກອງປະຊຸມສຸດຍອດຜູ້ນຳສອງເກົາຫຼີ ຄັ້ງທຳອິດໃນຮອບ 11 ປີ ເມື່ອວັນສຸກ ທີ 27 ເມສາ 2018 ທີ່ຜ່ານມາ.

ເຊິ່ງກະແສຄວາມຕ້ອງການຢາກລອງຊີມໝີ່ເຢັນປຽງຢາງ ແບບເກົາຫຼີເໜືອໃນເກົາຫຼີໃຕ້ ໄດ້ເພີ່ມຂຶ້ນຕັ້ງແຕ່ກາງອາທິດທີ່ຜ່ານມາ ເມື່ອມີການເປີດເຜີຍວ່າເກົາຫຼີເໜືອຈະສົ່ງພໍ່ຄົວມືໜຶ່ງຈາກນະຄອນຫຼວງປຽງຢາງ ມາເຮັດເສັ້ນໝີ່ແບບສົດໆເຖິງສະຖານທີ່ຈັດກອງປະຊຸມ ຄືບ້ານປັນມຸນຈອມ ເຂດປອດທະຫານ ພື້ນທີ່ຄວາມໝັ້ນຄົງຮ່ວມ ໃນຝັ່ງປະເທດເກົາຫຼີໃຕ້, ຍິ່ງໄປກວ່ານັ້ນ ໃນໄລຍະໜຶ່ງຂອງການປະຊຸມ ເຊິ່ງມີການຖ່າຍທອດສົດໄປທົ່ວເກົາຫຼີໃຕ້ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກ່າວກັບທ່ານ ມູນ ແຈ-ອິນ ຜູ້ນຳເກົາຫຼີໃຕ້ວ່າ: ລັດຖະບານເກົາຫຼີເໜືອມີຄວາມຕັ້ງໃຈເປັນຢ່າງຍິ່ງໃນການນຳໝີ່ເຢັນປຽງຢາງມາທີ່ນີ້ ຈຶ່ງຫວັງເປັນຢ່າງຍິ່ງວ່າຜູ້ນຳເກົາຫຼີໃຕ້ຈະມັກ ແລະ ແຊບໄປກັບເມນູຈາກແດນໄກນີ້ ຈາກນັ້ນບໍ່ດົນກໍ່ໄດ້ກ່າວຕໍ່ວ່າ ໃນຄວາມເປັນຈິງກໍ່ບໍ່ໄດ້ໄກກັນເລີຍ.

ຕະຫຼອດວັນສຸກທີ່ຜ່ານມາໄດ້ເກີດແຮັກແທັກໃນສື່ສັງຄົມອອນລາຍ #PyongyangNaengmyeon ແລະ #PeaceNeangmyeon ທີ່ໝາຍຄວາມເຖິງ ແນງ-ມະຢອນ ເພື່ອສັນຕິພາບ ກາຍເປັນໜຶ່ງໃນປະເດັນທີ່ມີການເວົ້າເຖິງຫຼາຍທີ່ສຸດໃນສື່ສັງຄົມອອນລາຍເກົາຫຼີໃຕ້ ໂດຍຄວາມຍາວຂອງການຕໍ່ແຖວໜ້າຮ້ານອາຫານບາງແຫ່ງມີຄວາມຍາວເຖິງ 40 ແມັດ, ໃນດ້ານຂອງຜູ້ໃຫ້ບໍລິການຂາຍສິນຄ້າອອນລາຍຫຼາຍແຫ່ງຕ່າງກໍ່ນຳສະເໜີຂາຍແປ້ງເຮັດແນງ-ມະຢອນແບບປຽງຢາງ ໃນລາຄາພິເສດ, ໃນຂະນະທີ່ປະຊາຊົນເກົາຫຼີໃຕ້ສ່ວນໃຫຍ່ສະແດງຄວາມຫວັງວ່າ ການມາຢ້ຽມຢາມຂອງທ່ານ ຄິມ ຈອງ-ອຶນ ເຊິ່ງສ້າງປະຫວັດສາດເປັນຜູ້ນຳສູງສຸດຄົນທຳອິດຂອງເກົາຫຼີເໜືອທີ່ເດີນທາງຂ້າມເສັ້ນແບ່ງເຂດແດນມາສູ່ຝັ່ງເກົາຫຼີໃຕ້ ຈະສ້າງຈຸດປ່ຽນຄັ້ງສຳຄັນໃຫ້ກັບສາຍພົວພັນລະຫວ່າງສອງເກົາຫຼີ.


No comments

Powered by Blogger.