ທ່ານ ນາງ ຄິມ ໂຢ-ຈອງ ແມ່ຍິງຜູ້ມີອຳນາດສູງສຸດໃນເກົາຫຼີເໜືອ ຜູ້ຢູ່ເບື້ອງຫຼັງຂອງຜູ້ເປັນອ້າຍ - ອິດສະຫຼະ

ທ່ານ ນາງ ຄິມ ໂຢ-ຈອງ ແມ່ຍິງຜູ້ມີອຳນາດສູງສຸດໃນເກົາຫຼີເໜືອ ຜູ້ຢູ່ເບື້ອງຫຼັງຂອງຜູ້ເປັນອ້າຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ເມສາ 2018 ທີ່ຜ່ານມາວ່າ: ກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງຜູ້ນຳເກົາຫຼີເໜືອ-ເກົາຫຼີໃຕ້ ເຮັດໃຫ້ປະຊາຊົນຊາວໂລກເຫັນໄດ້ຢ່າງຊັດເຈນ ເຖິງຄວາມສຳຄັນຂອງທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ເຊິ່ງທ່ານ ນາງ ຕິດຕາມຜູ້ເປັນອ້າຍເກືອບທຸກບາດຍ່າງ ໃນຖານະເລຂາປະຈຳຕົວ ແລະ ອາດຈະເປັນບຸກຄົນທີ່ມີອຳນາດທີ່ສຸດເປັນອັນດັບ 2 ຮອງຈາກອ້າຍ ໃນຄະນະລັດຖະບານເກົາຫຼີເໜືອຂະນະນີ້.

ເຊິ່ງທ່ານ ນາງ ຄິມ ໂຢ-ຈອງ ຖືກເປີດຕົວໃນຖານະບຸກຄົນສຳຄັນຂອງເກົາຫຼີເໜືອເປັນຄັ້ງທຳອິດ ຈາກການຮ່ວມກັບທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນສູງສຸດເກົາຫຼີ ເປັນຫົວໜ້າຄະນະເຈົ້າໜ້າທີ່ ແລະ ນັກກີລາ ເດີນທາງໄປຮ່ວມແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ປະເທດເກົາຫຼີໃຕ້ ເມື່ອເດືອນກຸມພາ ທີ່ຜ່ານມາ.


ແລະ ໃນລະຫວ່າງການປະຊຸມສຸດຍອດ 2 ຜູ້ນຳເກົາຫຼີເມື່ອວັນສຸກທີ່ຜ່ານມານີ້ ທ່ານ ນາງ ຄິມ ໂຢ-ຈອງ ແມ່ນໄດ້ຄຽງຂ້າງຜູ້ເປັນອ້າຍ ຍ່າງຂ້າມເສັ້ນແບ່ງເຂດແດນ ແລະ ເຂົ້າຮ່ວມການເຈລະນາຮອບທຳອິດກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້, ໂດຍມີພຽງເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອພຽງຄົນດຽວທີ່ຢູ່ຮ່ວມໂຕະເຈລະຈານຳກັນກໍ່ຄືທ່ານ ຄິມ ຢອງ-ຊອນ ອະດີດຜູ້ອຳນວຍການສຳນັກຂ່າວກອງ ຜູ້ຄຸ້ມຄອງສາຍພົວພັນກັບຝັ່ງໃຕ້.


ທ່ານ ນາງ ຄິມ ໂຢ-ຈອງ ໄດ້ຮັບແຕ່ງຕັ້ງໃຫ້ເປັນໜຶ່ງໃນຄະນະກຳມະການກົມການເມືອງສູນກາງພັກແຮງງານເກົາຫຼີ ເຊິ່ງເປັນອົງການປົກຄອງທີ່ມີອິດທິພົນສູງສຸດໃນເກົາຫຼີເໜືອ ມາຕັ້ງແຕ່ເດືອນຕຸລາ 2017 ແລະ ຕຳແໜ່ງຢ່າງເປັນທາງການຂອງທ່ານ ນາງ ໃນປັດຈຸບັນຄື: ອະທິບໍດີກົມປະຊາສຳພັນ ໜຶ່ງໃນໜ້າທີ່ຫຼັກລວມເຖິງການອອກແບບ ແລະ ສ້າງພາບລັກທີ່ດີຂອງອ້າຍສູ່ສາຍຕາປະຊາຄົມໂລກ.

ທ່ານ ນາງ ຄິມ ໂຢ-ຈອງ ອາຍຸ 30 ປີ ຫ່າງຈາກອ້າຍ 4 ປີ ເຊິ່ງທັງສອງເຄີຍໃຊ້ຊີວິດໃນໄວເດັກຮຽນໜັງສືຢູ່ໃນສະວິດຫຼາຍປີ ສາຍພົວພັນຂອງ 2 ອ້າຍນ້ອງຖືກປຽບທຽບກັບທ່ານ ຄິມ ຈອງ-ອິວ ແລະ ທ່ານ ນາງ ຄິມ ຄະຢອງ-ຮີ ຜູ້ເປັນພໍ່ ແລະ ອາ.








No comments

Powered by Blogger.