ຂໍ້ຄວາມແຫ່ງສັນຕິພາບ ແລະ ຄວາມຫວັງໃໝ່ ຈາກປາຍປາກກາຜູ້ນຳເກົາຫຼີເໜືອ ແດ່ເກົາຫຼີໃຕ້ - ອິດສະຫຼະ

ຂໍ້ຄວາມແຫ່ງສັນຕິພາບ ແລະ ຄວາມຫວັງໃໝ່ ຈາກປາຍປາກກາຜູ້ນຳເກົາຫຼີເໜືອ ແດ່ເກົາຫຼີໃຕ້




ສຳນັກຂ່າວຕ່າງປະເທດລາຍງານ 27 ເມສາ 2018 ວ່າ: ຖືເປັນປະຫວັດສາດໜ້າໃໝ່ຂອງແຫຼມເກົາຫຼີ ແຫ່ງການເລີ່ມຕົ້ນສ້າງສັນຕິພາບລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຈາກການປະຊຸມສຸດຍອດຜູ້ນຳສອງປະເທດທີ່ບ້ານປັນມຸນຈອມ ເຂດປອດທະຫານ ພື້ນທີ່ຄວາມໝັ້ນຄົງຮ່ວມຂອງສອງປະເທດ ຝັ່ງເກົາຫຼີໃຕ້ ລະຫວ່າງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້.




ເຊິ່ງທ່ານ ຄິມ ຈອງ-ອຶນ ໄດ້ລົງນາມໃນສະໝຸດຢ້ຽມທີ່ຕຶກສັນຕິພາບ ໂດຍມີທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ຮ່ວມເປັນສັກຂີພິຍານ ໂດຍຂໍ້ຄວາມມີເນື້ອໃນວ່າ:

“ປະຫວັດສາດໜ້າໃໝ່ໄດ້ເລີ່ມຕົ້ນແລ້ວນັບຕັ້ງແຕ່ບັດນີ້ເປັນຕົ້ນໄປ ເຊິ່ງເປັນຈຸດເລີ່ມຕົ້ນຂອງປະຫວັດສາດ ແລະ ຍຸກແຫ່ງສັນຕິພາບ 2018.4.27”


No comments

Powered by Blogger.