ຜູ້ນຳສອງເກົາຫຼີ ລົງນາມປະຕິຍານປັນມຸນຈອມ ຈະບໍ່ມີສົງຄາມອີກ ຈະມີແຕ່ປະຫວັດສາດໜ້າໃໝ່ແຫ່ງສັນຕິພາບ - ອິດສະຫຼະ

ຜູ້ນຳສອງເກົາຫຼີ ລົງນາມປະຕິຍານປັນມຸນຈອມ ຈະບໍ່ມີສົງຄາມອີກ ຈະມີແຕ່ປະຫວັດສາດໜ້າໃໝ່ແຫ່ງສັນຕິພາບ



ສຳນັກຂ່າວຕ່າງປະເທດລາຍງານ 27 ເມສາ 2018 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ແລະ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໄດ້ລົງນາມຮ່ວມກັນໃນປະຕິຍານປັນມຸນຈອມ ພາຍຫຼັງສຳເລັດການພົບປະຫາລືຄັ້ງທຳອິດໃນຮອບ 11 ປີ ລະຫວ່າງຜູ້ນຳເກົາຫຼີເໜືອ-ເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ຝັ່ງເກົາຫຼີໃຕ້ ໂດຍມີເນື້ອໃນສຳຄັນວ່າດ້ວຍການມີເປົ້າໝາຍຮ່ວມກັນຢ່າງມຸ່ງໝັ້ນ ເພື່ອໃຫ້ແຫຼມເກົາຫຼີເປັນພື້ນທີ່ປອດອາວຸດນິວເຄຼຍຢ່າງຖາວອນ ແລະ ການສະແຫວງຫາໂອກາດຮ່ວມກັນເພື່ອນຳໄປສູ່ການລົງນາມສົນທິສັນຍາສັນຕິພາບ ເພື່ອຢຸດຕິຄວາມຮຸນແຮງທີ່ແກ່ຍາວມາຕະຫຼອດໄລຍະວເລາ 65 ປີ ອັນເປັນຜົນມາຈາກສົງຄາມເກົາຫຼີໃນລະຫວ່າງປີ 1950 ເຖິງ 1953 ເປັນການສະຫງົບເສິກດ້ວຍຂໍ້ຕົກລົງຢຸດຍິງເທົ່ານັ້ນ.



ຂະນະດຽວກັນ, ຜູ້ນຳເກົາຫຼີເໜືອ ແລະ ເກົາຫຼີໃຕ້ເຫັນດີຮ່ວມກັນເລື່ອງການສ້າງສົນທິສັນຍາສັນຕິພາບສະບັບຖາວອນ ຮ່ວມກັນຈີນ ແລະ ສະຫະລັດ ອາເມຣິກາ ເຊິ່ງເປັນຜູ້ຮ່ວມລົງນາມໃນຂໍ້ຕົກລົງຢຸດຍິງ ໂດຍໃນສ່ວນຂອງລັດຖະບານສະຫະລັດ ອາເມຣິກາຮ່ວມເປັນພາຄີໃນຖານະກອງກຳລັງຂອງສະຫະປະຊາຊາດ ນອກຈາກນີ້, ທ່ານ ມູນ ແຈ-ອິນ ຍັງຕອບຮັບຄຳເຊີນຂອງທ່ານ ຄິມ ຈອງ-ອຶນ ຢ່າງເປັນທາງການ ເພື່ອຢ້ຽມຢາມນະຄອນຫຼວງປຽງຢາງໃນໄລຍະລະດູໃບໄມ້ລົ່ນທີ່ຈະມາເຖິງນີ້ ແລະ ຜູ້ນຳສອງເກົາຫຼີເຫັນດີວ່ານັບຈາກນີ້ເປັນຕົ້ນໄປ ຄວນມີການໂອ້ລົມ ແລະ ພົບປະກັນຢ່າງສະໝ່ຳສະເໝີ ຕະຫຼອດຮອດການກຽມຈັດງານພົບປະຍາດພີ່ນ້ອງສອງຝັ່ງຄັ້ງໃໝ່ ພາຍຫຼັງທີ່ເວັ້ນວ່າງມາດົນເຖິງ 3 ປີ, ໂດຍໃນເບື້ອງຕົ້ນລັດຖະບານເກົາຫຼີເໜືອສະເໜີໃຫ້ຈັດຂຶ້ນໃນວັນທີ 15 ສິງຫານີ້ ເຊິ່ງຖືເປັນວັນສຳຄັນສຳລັບສອງເກົາຫຼີ ນັ້ນກໍ່ຄືການລະນຶກເຖິງການປະກາດອິດສະຫຼະພາບຈາກການຢຶດຄອງຂອງຈັກກະພັດຍີ່ປຸ່ນ.

ເຊິ່ງທ່ານ ມູນ ແຈ-ອິນ ແລະ ທ່ານ ຄິມ ຈອງ-ອຶນ ປິດທ້າຍດ້ວຍການໃຫ້ຄຳໝັ້ນສັນຍາກັບປະຊາຊົນເກົາຫຼີທັງ 80 ລ້ານຄົນ ທີ່ອາໄສຢູ່ແຫຼມເກົາຫຼີວ່າ ຕໍ່ຈາກນີ້ເປັນຕົ້ນໄປຈະບໍ່ມີສົງຄາມອີກ ສິ່ງທີ່ຈະເກີດຂຶ້ນຕໍ່ຈາກນີ້ເປັນຕົ້ນໄປຄື ປະຫວັດສາໜ້າໃໝ່ຂອງສັນຕິພາບ.


No comments

Powered by Blogger.