ຜູ້ນຳເກົາຫຼີເໜືອ-ເກົາຫຼີໃຕ້ ປູກຕົ້ນສັນຕິພາບ ແລະ ຄວາມຮຸ່ງເຮືອງຮ່ວມກັນ ໂດຍໃຊ້ດິນ ແລະ ນ້ຳຈາກທັງສອງປະເທດ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ-ເກົາຫຼີໃຕ້ ປູກຕົ້ນສັນຕິພາບ ແລະ ຄວາມຮຸ່ງເຮືອງຮ່ວມກັນ ໂດຍໃຊ້ດິນ ແລະ ນ້ຳຈາກທັງສອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 27 ເມສາ 2018 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ຮ່ວມກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ປູກຕົ້ນສົນ “ເພື່ອສັນຕິພາບ ແລະ ຄວາມຮຸ່ງເຮືອງ” ໂດຍໃຊ້ດິນ ແລະ ນ້ຳຈາກທັງສອງປະເທດ ໃກ້ກັບເສັ້ນແບ່ງເຂດແດນທາງທະຫານ ພື້ນທີ່ຄວາມໝັ້ນຄົງຮ່ວມຂອງບ້ານປັນມຸນຈອມ ຝັ່ງເກົາຫຼີໃຕ້ ເມື່ອຕອນບ່າຍຂອງວັນສຸກ 27 ເມສາ 2018 ນີ້ຕາມເວລາທ້ອງຖິ່ນ, ໂດຍກິດຈະກຳດັ່ງກ່າວເປັນສ່ວນໜຶ່ງຂອງການປະຊຸມສຸດຍອດຄັ້ງທຳອິດໃນຮອບ 11 ປີ ລະຫວ່າງຜູ້ນຳສອງເກົາຫຼີ ທີ່ຫຼາຍຝ່າຍຍັງຕິດຕາມຢ່າງໃກ້ຊິດ ເຖິງຄວາມຄືບໜ້າຂອງແນວທາງເພື່ອນຳໄປສູ່ການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ.

ໃນສ່ວນຂອງປະຕິກິລິຍາຂອງປະຊາຊົນເກົາຫຼີໃຕ້ສ່ວນໃຫຍ່ໃຫ້ຄວາມສົນໃຈ ແລະ ຕິດຕາມການພົບປະຫາລືລະຫວ່າງທ່ານ ມູນ ແຈ-ອິນ ກັບ ທ່ານ ຄິມ ຈອງ-ອຶນ ຢ່າງໃກ້ຊິດ ໂດຍຜູ້ໃຊ້ສື່ສັງຄົມອອນລາຍທີ່ເປັນກຸ່ມໄວໜຸ່ມກ່າວວ່າ ເປັນເລື່ອງທີ່ເຫຼືອເຊື່ອເປັນຢ່າງຍິ່ງ ວ່າປະຊາຊົນເກົາຫຼີໃຕ້ຈະໄດ້ມີໂອກາດຕ້ອນຮັບຜູ້ນຳຂອງເກົາຫຼີເໜືອ ແລະ ໄດ້ຍິນສຽງໂອລົ້ມຂອງອີກຝ່າຍຢາກເຕັມສົບເຕັມປາກ, ຂະນະທີ່ບາງສ່ວນຕີລາຄາວ່າ ທ່ານ ຄິມ ຈອງ-ອຶນ ໜ້າຈະເປັນບຸກຄົນທີ່ມີອາລົມມ່ວນຊື່ນ ແລະ ມັກໂອ້ລົມພໍສົມຄວນ ພາຍຫຼັງທີ່ສື່ເກົາຫຼີໃຕ້ເຜີຍແຜ່ຄຳກ່າວຕອນໜຶ່ງຂອງທ່ານ ຄິມ ຈອງ-ອຶນ ໃນລະຫວ່າງການປະຊຸມໂຕະມົນກັບທ່ານ ມູນ ແຈ-ອິນ ວ່າ: “ໝີ່ເຢັນຂອງເກົາຫຼີເໜືອມາໄກຈາກນະຄອນຫຼວງປຽງຢາງ” ກ່ອນຈະຢຸດໜ້ອຍໜຶ່ງແລ້ວກ່າວຕໍ່ວ່າ ໃນຄວາມຈິງບໍ່ຄວນເວົ້າວ່າ “ນະຄອນຫຼວງປຽງຢາງຢູ່ໄກ”.

ຂະນະທີ່ກະຊວງການຕ່າງປະເທດຂອງຈີນ ເຊິ່ງເປັນປະເທດຜູ້ອຸປະຖຳລາຍໃຫຍ່ທີ່ສຸດຂອງເກົາຫຼີເໜືອ ອອກຖະແຫຼງການສະແດງຄວາມຊົມເຊີຍຕໍ່ການປະຊຸມຄັ້ງນີ້ ທີ່ທ່ານ ຄິມ ຈອງ-ອຶນ ສ້າງປະຫວັດສາດເປັນຜູ້ນຳສູງສຸດຂອງເກົາຫຼີເໜືອຄົນທຳອິດທີ່ເດີນທາງຂ້າມເສັ້ນແບ່ງເຂດແດນໄປຍັງເກົາຫຼີໃຕ້ ແລະ ທຸກຢ່າງດຳເນີນໄປດ້ວຍດີ ແລະ ສະແດງຄວາມຫວັງວ່າຈະນຳໄປສູ່ການເກີດສັນຕິພາບຢ່າງຍືນຍົງຢູ່ແຫຼມເກົາຫຼີ.







No comments

Powered by Blogger.