ຜູ້ນຳເກົາຫຼີເໜືອຮຽກຮ້ອງໃຫ້ລືມເລື່ອງລາວໃນອະດີດ ແລະ ປົວແປງບາດແຜ ເພື່ອກ້າວສູ່ອະນາຄົດຮ່ວມກັນ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອຮຽກຮ້ອງໃຫ້ລືມເລື່ອງລາວໃນອະດີດ ແລະ ປົວແປງບາດແຜ ເພື່ອກ້າວສູ່ອະນາຄົດຮ່ວມກັນ



ສຳນັກຂ່າວຕ່າງປະເທດລາຍງານ 27 ເມສາ 2018 ວ່າ: ທ່ານ ຢຸນ ຢອງ-ຊານ ໂຄສົກທຳນຽບປະທານປະເທດເກົາຫຼີໃຕ້ ຖະແຫຼງກ່ຽວກັບຜົນຂອງການປຶກສາຫາລືໃນໄລຍະທຳອິດລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ພາຍໃນຫ້ອງປະຊຸມຂອງຕຶກສັນຕິພາບ ທີ່ຕັ້ງຢູ່ພື້ນທີ່ຄວາມໝັ້ນຄົງຮ່ວມໃນເຂດບ້ານປັນມຸນຈອມຝັ່ງເກົາຫຼີໃຕ້ ເມື່ອຕອນເຊົ້າຂອງວັນສຸກ 27 ເມສາ 2018 ນີ້ ຕາມເວລາທ້ອງຖິ່ນ ວ່າຜູ້ນຳທັງສອງປະເທດສະແດງຄວາມມຸ່ງໝັ້ນຢ່າງຈິງໃຈ ໃນການເພີ່ມຄວາມພະຍາຍາມຂອງແຕ່ລະຝ່າຍເພື່ອຊຸກດັນຂະບວນການສັນຕິພາບ ແລະ ການຂະຫຍາຍການຮ່ວມມືໃນຫຼາກຫຼາຍດ້ານໃຫ້ມີຄວາມຄືບໜ້າກວ່າເກົ່າ.


ເຊິ່ງທ່ານ ຄິມ ຈອງ-ອຶນ ເປັນຝ່າຍຍົກບັນຫາການພັດພາກຂອງຄອບຄົວຊາວເກົາຫຼີໃນສົງຄາມ ແລະ ເຫດການທີ່ກອງທັບເກົາຫຼີເໜືອຍິງປືນໃຫຍ່ໂຈມຕີເກາະຢອນພະຢອງ ຂອງເກົາຫຼີໃຕ້ ຈົນມີຜູ້ເສຍຊີວິດ 4 ຄົນ ເມື່ອປີ 2010 ຕະຫຼອດຮອດກຸ່ມປະຊາຊົນເກົາຫຼີເໜືອທີ່ຫຼົບໜີເຂົ້າເກົາຫຼີໃຕ້ ວ່າບຸກຄົນເຫຼົ່ານັ້ນທີ່ມີີຊີວິດຢູ່ໃນໄລຍະຂອງເຫດການດັ່ງກ່າວຕັ້ງຄວາມຫວັງໄວ້ສູງຫຼາຍກັບການພົບປະຫາລືຄັ້ງນີ້ ເຊິ່ງເປັນຄັ້ງທຳອິດໃນຮອບ 11 ປີ, ທ່ານ ຈຶ່ງຢາກໃຫ້ການປະຊຸມຄັ້ງນີ້ເປັນຈຸດເລີ່ມຕົ້ນຂອງການປົວແປງຄວາມເຈັບປວດຈາກບາດແຜເຫຼົ່ານັ້ນ,​ ຜູ້ນຳສູງສຸດຂອງເກົາຫຼີເໜືອກ່າວຕໍ່ໄປອີກວ່າ ທ່ານເຊື່ອໝັ້ນວ່າຫາກທຸກຝ່າຍຮ່ວມກັນກ້າວຂ້າມຜ່ານເລື່ອງໃນອະດີດໄປໄດ້ ການເພີ່ມການຮ່ວມມືລະຫວ່າງສອງເກົາຫຼີຈະບໍ່ມີສິ່ງໃດຂວາງກັ້ນໄດ້ອີກ.


ຂະນະທີ່ທ່ານ ມູນ ແຈ-ອິນ ກ່າວວ່າຫາກມີໂອກາດຢາກເດີນທາງໄປທ່ອງທ່ຽວສາຍພູແພັກຕູ ເຊິ່ງເປັນຊາຍແດນທຳມະຊາດຢູ່ທາງພາກເໜືອຂອງເກົາຫຼີເໜືອທີ່ຕິດກັບຈີນ, ດ້ານທ່ານ ຄິມ ຈອງ-ອຶນ ກ່າວວ່າທ່ານ ຍິນດີຕ້ອນຮັບ ແຕ່ເຕືອນວ່າການເດີນທາງຍັງບໍ່ສະດວກປານໃດ ເນື່ອງຈາກລະບົບພື້ນຖານໂຄງລ່າງຍັງບໍ່ດີພໍ ຜູ້ນຳເກົາຫຼີໃຕ້ກ່າວວ່າຫາກຄວາມສຳພັນລະຫວ່າງສອງເກົາຫຼີດີຂຶ້ນກວ່ານີ້ອີກ ຊາວເກົາຫຼີເໜືອອາດໄດ້ມີໂອກາດໃຊ້ບໍລິການລົດໄຟຄວາມໄວສູງຂອງເກົາຫຼີໃຕ້ ທີ່ໜ້າຈະໝາຍເຖິງການກັບມາເປີດເສັ້ນທາງລົດໄຟຂ້າມແດນອີກຄັ້ງ.


ເຖິງຢ່າງໃດກໍ່ຕາມ, ໜຶ່ງໃນບັນຫາທີ່ຫຼາຍຝ່າຍສົງໄສ ແລະ ຢາກຮູ້ຄື: ບົດສົນທະນາລະຫວ່າງຜູ້ນຳສອງເກົາຫຼີ ເຊິ່ງທັກທາຍກັນລະຫວ່າງຢືນຢູ່ຄົນລະຝັ່ງຂອງເສັ້ນແບ່ງເຂດແດນທາງທະຫານ ເຊິ່ງໂຄສົກທຳນຽບປະທານປະເທດເກົາຫຼີໃຕ້ກ່າວວ່າ ຜູ້ນຳເກົາຫຼີໃຕ້ກ່າວວ່າ ນີ້ຄືນາທີປະຫວັດສາດ ແລະ ຍົກຍ້ອງການເດີນທາງຂ້າມເຂດແດນຂອງທ່ານ ຄິມ ຈອງ-ອຶນວ່າ ຄືສັນຍາລັກຂອງສັນຕິພາບ ພ້ອມທັງຊົມເຊີຍການຕັດສິນໃຈຂອງຜູ້ນຳເກົາຫຼີເໜືອ ໃນການເປັນຝ່າຍຂ້າມແດນ, ສ່ວນທ່ານ ຄິມ ຈອງ-ອຶນ ກ່າວວ່າຕື່ນເຕັ້ນຫຼາຍ ແລະ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັບຜູ້ນຳເກົາຫຼີໃຕ້.

No comments

Powered by Blogger.