ຊີຣີ-ລັດເຊຍ ອະນຸຍາດໃຫ້ ກວດສອບອາວຸດເຄມີໄດ້ 18 ເມສານີ້, ແຕ່ ສ.ອາເມຣິກາ ກ່າວວ່າ ຖ່ວງເວລາທຳລາຍຫຼັກຖານ - ອິດສະຫຼະ

ຊີຣີ-ລັດເຊຍ ອະນຸຍາດໃຫ້ ກວດສອບອາວຸດເຄມີໄດ້ 18 ເມສານີ້, ແຕ່ ສ.ອາເມຣິກາ ກ່າວວ່າ ຖ່ວງເວລາທຳລາຍຫຼັກຖານ



ສຳນັກຂ່າວຕ່າງປະເທດລາຍງານ 17 ເມສາ 2018 ວ່າ: ທ່ານ ອາເໝັດ ຢູຊຸມກູ ຜູ້ອຳນວຍການອົງການເພື່ອການຫ້າມໃຊ້ອາວຸດເຄມີສາກົນ ກ່າວເມື່ອວັນຈັນ ທີ່ຜ່ານມາ ວ່າເຈົ້າໜ້າທີ່ 9 ຄົນຂອງອົງການເພື່ອການຫ້າມໃຊ້ອາວຸດເຄມີສາກົນ ໄດ້ເດີນທາງເຖິງນະຄອນຫຼວງດາມັດສະກັດແລ້ວ ແຕ່ຍັງບໍ່ສາມາດເຂົ້າເຖິງເມືອງດູມາໄດ້ ເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດຂອງເຂດກູຕາ ຕາເວັນອອກ ແລະ ເປັນຈຸດທີ່ຝ່າຍຈະເວັນຕົກກ່າວຫາວ່າມີການໃຊ້ອາວຸດເຄມີ ຈົນມີຜູ້ເສຍຊີວິດປະມານ 40 ເຖິງ 70 ຄົນ ເມື່ອວັນທີ 7 ເມສາ ທີ່ຜ່ານມາ ເຊິ່ງເຫດການດັ່ງກ່າວໄດ້ຖືກນຳມາເປັນຂໍ້ອ້າງໃນການໂຈມຕີຊີຣີ ຕໍ່ເປົ້າໝາຍທາງຍຸດທະສາດ 3 ແຫ່ງ ເມື່ອວັນທີ 14 ເມສາ ທີ່ຜ່ານມາ ຂອງສະຫະລັດ ອາເມຣິກາ ແລະ ພັນທະມິດນັ້ນກໍ່ຄື: ຝຣັ່ງ ແລະ ອັງກິດ.
ເຖິງຢ່າງໃດກໍ່ຕາມ, ທ່ານ ອາເໝັດ ຢູຊຸມກູ ກ່າວວ່າໄດ້ຮັບແຈ້ງຈາກລັດຖະບານຊີຣີ ແລະ ລັດເຊຍວ່າ ເຈົ້າໜ້າທີ່ທັງ 9 ຄົນ ຈະຕ້ອງລໍ້ຖ້າຈົນເຖິງວັນພຸດ ທີ 18 ເມສານີ້ ຈຶ່ງຈະສາມາດລົງພື້ນທີ່ກວດສອບໃນເມືອງດູມາໄດ້ ດ້ວຍເຫດຜົນດ້ານຄວາມປອດໄພ ແຕ່ໃນໄລຍະນີ້ລັດຖະບານຊີຣີຈະນຳຄະນະຂອງອົງການເພື່ອການຫ້າມໃຊ້ອາວຸດເຄມີສາກົນທັງ 9 ຄົນສຳຫຼວດພື້ນທີ່ໃກ້ຄຽງເມືອງດູມາໄປກ່ອນ.

ເຊິ່ງທ່ານ ອີກໍ ຄີຣິວລົບ (Igor Kirillov) ຫົວໜ້າຝ່າຍລັງສີວິທະຍາ, ຊີວະວິທະຍາ ແລະ ການປ້ອງກັນສານເຄມີຂອງກະຊວງປ້ອງກັນປະເທດລັດເຊຍ ອະທິບາຍເພີ່ມເຕີມວ່າ ເປັນເພາະຕ້ອງມີການປັບສະພາບ ແລະ ທົດສອບສະພາບເສັ້ນທາງເຂົ້າສູ່ເມືອງດູມາກ່ອນ, ແຕ່ທ່ານ ເຄນ ວາດ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳອົງການເພື່ອການຫ້າມໃຊ້ອາວຸດເຄມີສາກົນກ່າວວ່າ ຊີຣີ ແລະ ລັດເຊຍອາດກຳລັງໃຊ້ໄລຍະເວລາໃນຊ່ວງນີ້ ຮ່ວມກັນເລັ່ງທຳລາຍ ຫຼື ປົກປິດຫຼັກຖານທີ່ຍັງຫຼົງເຫຼືອຢູ່.

ຕໍ່ມາທ່ານ ເຊີເກີ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວເຖິງການໂຕ້ຖຽງກັນໃນກອງປະຊຸມອົງການເພື່ອການຫ້າມໃຊ້ອາວຸດເຄມີສາກົນ ຜ່ານການໃຫ້ສຳພາດກັບສຳນັກຂ່າວ BBC ວ່າ: ລັດຖະບານລັດເຊຍຮັບປະກັນໄດ້ວ່າ ບໍ່ເຄີຍເຂົ້າໄປກ່ຽວຂ້ອງກັບສະຖານທີ່ ທີ່ອົງການເພື່ອການຫ້າມໃຊ້ອາວຸດເຄມີສາກົນຈະເຂົ້າໄປກວດສອບ ແລະ ຖາມກັບໄປຍັງສະຫະລັດ ອາເມຣິກາ, ຝຣັ່ງ ແລະ ອັງກິດ ກ່ຽວກັບສິ່ງທີ່ທັງສາມປະເທດຮຽກວ່າ ຫຼັກຖານ ເຊິ່ງລ້ວນແລ້ວແຕ່ມາຈາກຄຳກ່າວອ້າງຂອງສື່ມວນຊົນ ທີ່ບໍ່ອາດເປັນຫຼັກຖານທີ່ມີຢູ່ຈິງ ວ່າເປັນສິ່ງນັ້ນໜ້າເຊື່ອຖືໄດ້ບໍ່?.


No comments

Powered by Blogger.