ມີຂີປະນາວຸດໂຈມຕີຖານທັບຊີຣີ 2 ແຫ່ງ ແຕ່ບໍ່ຮູ້ວ່າເປັນຂອງຝ່າຍໃດ - ອິດສະຫຼະ

ມີຂີປະນາວຸດໂຈມຕີຖານທັບຊີຣີ 2 ແຫ່ງ ແຕ່ບໍ່ຮູ້ວ່າເປັນຂອງຝ່າຍໃດ



ສຳນັກຂ່າວຕ່າງປະເທດລາຍງານ 17 ເມສາ 2018 ໂດຍອ້າງອີງຈາກການລາຍງານຂອງສຳນັກຂ່າວ SANA ຂອງທາງການຊີຣີວ່າ ລະບົບປ້ອງກັນໄພທາງອາກາດຂອງກອງທັບຊີຣີ ສາມາດສະກັດຂີປະນາວຸດຈາກອາກາດສູ່ພື້ນ ທີ່ມີເປົ້າໝາຍໂຈມຕີຖານທັບອາກາດ 2 ແຫ່ງ ພາຍໃນເວລາໃກ້ຄຽງກັນ ເມື່ອຕອນເຊົ້າມືດຂອງວັນອັງຄານນີ້ ຕາມເວລາທ້ອງຖິ່ນ ນັ້ນຄືຖານທັບອາກາດເຊຣັດ (Shayrat) ໃນແຂວງຮອມ ທີ່ຢູ່ທາງພາກຕາເວັນຕົກຂອງຊີຣີ ແລະ ຖານທັບອາກາດ ອັນ-ດູເມຍ (Al-Dunayr) ທີ່ຢູ່ທາງພາກຕາເວັນອອກສຽງເໜືອຂອງນະຄອນຫຼວງດາມັດສະກັດ ໂດຍບໍ່ມີການລະບຸລາຍລະອຽດໃດໆເພີ່ມເຕີມອີກ ລວມເຖິງຈຳນວນຂີປະນາວຸດທີ່ສະກັດໄດ້.
ຂະນະທີ່ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການກ່ຽວກັບສະຖານະການທີ່ເກີດຂຶ້ນວ່າ ກອງທັບຂອງສະຫະລັດ ອາເມຣິກາ ແລະ ພັນທະມິດບໍ່ໄດ້ປະຕິບັດພາລະກິດໃດໆໃນພື້ນທີ່ນັ້ນ, ໃນດ້ານຂອງກອງກຳລັງປ້ອງກັນອິດສະຣາແອນ ຖະແຫຼງລະບຸພຽງວ່າ: ບໍ່ຮັບຮູ້ເຖິງເຫດການທີ່ເກີດຂຶ້ນ, ເຖິງຢ່າງໃດກໍ່ຕາມ ກຸ່ມຮີບບອນເລາະອອກຖະແຫຼງການວ່າ ຂີປະນາວຸດ 6 ລູກ ມີເປົ້າໂຈມຕີຖານທັບອາກາດເຊຣັດ ແລະ ຂີປະນາວຸດອີກ 3 ລູກມີເປົ້າໂຈມຕີຖານທັບອາກາດອັນ-ດູເມຍ.

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ພາຍຫຼັງທີ່ກອງທັບສະຫະລັດ ອາເມຣິກາ ແລະ ພັນທະມິດທີ່ປະກອບດ້ວຍຝຣັ່ງ ແລະ ອັງກິດ ຮ່ວມກັນປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍທາງຍຸດທະສາດ 3 ແຫ່ງໃນຊີຣີ ເມື່ອເຊົ້າມືດຂອງວັນເສົາ ທີ 14 ເມສາ ທີ່ຜ່ານມາ ໄດ້ແກ່: ສູນວິໄຈວິທະຍາສາດແຫ່ງຊາດຊີຣີ ນະຄອນຫຼວງດາມັດສະກັດ, ຖານທັບ ແລະ ຄັງອາວຸດເຄມີໃນແຂວງຮອມ.


No comments

Powered by Blogger.